ລິ້ງ ສຳຫລັບເຂົ້າຫາ

logo-print

ອີຈິບ ເປັນຫ່ວງ ຫຼາຍຂຶ້ນ ຕໍ່ຜົນກະທົບ ຂອງ ເຂື່ອນ​ເຣນ​ແນ​ສ​ຊັນ ທີ່ເອທິ​ໂອ​ເປຍ ສ້າງໃສ່ ແມ່ນໍ້ານາຍລ໌


ພາບຖ່າຍຈຸດທີ່ເອທິ​ໂອ​ເປຍ ​ໄດ້​ເລີ້​ມສ້າງ​ເຂື່ອນໃຫຍ່​ເຣນ​ແນ​ສ​ຊັນ ຢູ່ໃນແມ່ນໍ້ານາຍລ໌ ຢູ່ໃກ້ເມືອງແອັສໂຊຊາ (Assosa) ຂອງເອທິໂອເປຍ ທີ່ຖ່າຍໃນວັນທີ 28 ມິຖຸນາ, 2013.

ຫ້າ​ປີ​ ລຸນຫລັງ​ ​ເອທິ​ໂອ​ເປຍ​ໄດ້​ເລີ້​ມສ້າງ​ເຂື່ອນ ​ເຣນ​ແນ​ສ​ຊັນ(Renaissance) ຢູ່​ເທິງ
​ແມ່​ນໍ້າ​ນາຍ​ລ໌ແລ້ວ ອີ​ຈິບ ​ແລະ​ຊູ​ດານ ​ທີ່ຢູ່ໃກ້​ຄຽງກັນ ລຸ່ມລົງມາ ກໍພາກັນ​ເປັນ​ຫ່ວງ​ນໍາ​
ຜົນກະທົບ​ຕໍ່ລະດັບ​ຂອງນໍ້າ​ໃນ​ແມ່​ນໍ້າ​ດັ່ງກ່າວ ​ແລະ​ຜົນ​ເສຍ​ຫາຍ​ທີ່ອາດ​ຈະ​ເກີດ​ຂຶ້ນຕໍ່
ຂະ​ແໜງກະສິກໍາ ​ແລະອຸດ​ສະຫະ​ກໍາຕ່າງໆ. ການ​ເຈລະຈາ ​ເພື່ອ​ໃຫ້​ບັນລຸ​ການ​ແກ້​ໄຂ​
ບັນຫາ​ແບບສັນຕິ​ວິທີ ​ກໍຍັງ​ດໍາ​ເນີນ​ສືບຕໍ່​ໄປຢູ່ ​ດັ່ງ​ທີ່ ​ເອັດເຫວີ​ດ ​ເຢີຣານຽນ (Edward
Yeranian) ລາຍ​ງານ​ມາ​ຫາ ​ວີ​ໂອ​ເອ ຈາກນະຄອນ​ໄຄ​ໂຣນັ້ນ ກໍແມ່ນວ່າ ເຖິງ​ແມ່ນ​ວ່າ
ຈະບໍ່ມີ​ທ່າ​ທາງທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ຈະ​ຕົກລົງ​ກັນ​ໄດ້​ກໍ​ຕາມ.

ພັນປີມາແລ້ວທີ່ແມ່ນໍ້ານາຍລ໌ ເປັນໝາກຫົວໃຈຂອງວັດທະນະທໍາ ແລະເສດຖະກິດຂອງອີຈິບ. ແຕ່ດຽວນີ້ຊາວອີຈິບຢ້ານວ່າ ເຂື່ອນເຣແນສຊັນຂອງເທິໂອເປຍອາດນໍາຄວາມຫາຍຍະນະ ມາສູ່ສິ່ງແວດລ້ອມຂອງປະເທດຕົນ. (ພາບຖ່າຍໃນເດືອນກຸມພາ 2018 ໂດຍວີອເອ)
ພັນປີມາແລ້ວທີ່ແມ່ນໍ້ານາຍລ໌ ເປັນໝາກຫົວໃຈຂອງວັດທະນະທໍາ ແລະເສດຖະກິດຂອງອີຈິບ. ແຕ່ດຽວນີ້ຊາວອີຈິບຢ້ານວ່າ ເຂື່ອນເຣແນສຊັນຂອງເທິໂອເປຍອາດນໍາຄວາມຫາຍຍະນະ ມາສູ່ສິ່ງແວດລ້ອມຂອງປະເທດຕົນ. (ພາບຖ່າຍໃນເດືອນກຸມພາ 2018 ໂດຍວີອເອ)

ອີ​ຈິ​ບຖືກ​ຂະໜານນາມ​ ໂດຍນັກ​ປະຫວັດສາດ​ຊາວ​ກຣີສສະ​ໄໝ​ໂບຮານ ​
ທ່ານ ​ເຮີ​ໂຣ​ໂດ​ທັສວ່າ "​ເປັນ​ຂອງ​ຂວັນ​ຈາກ​ແມ່​ນໍ້າ​ນາຍ​ລ໌” -ມາ​ຮອດທຸກ​ມື້ນີ້
ຊຶ່ງ​ເປັນ​ເວລາ 2000 ປີ​ມາ​ແລ້ວ ນໍ້າ​ປະປາ​ຂອງ​ອີ​ຈິບ​ກໍາລັງປະ​ເຊີນກັບໄພ​
ຂົ່ມຂູ່​ທີ່​ສໍາຄັນທີ່​ສຸດ.

​ເອທິ​ໂອ​ເປຍ ​ເລີ້ມຕົ້ນກໍ່ສ້າງ​ເຂື່ອນ​ຢູ່​ໃນແມ່​ນໍ້າ​ທີ່ເປັນສາຂາ​ຂອງ​ແມ່​ນໍ້າ​ນາຍ​ລ໌
ສາຍ​ນຶ່ງ ​ໃນ​ປີ 2013. ​ເມື່ອ​ມັນ​ກ້າວ​ໄປ​ເຖິງ​ຂັ້ນ​ໃກ້​ຈະ​ສ້າງ​ສໍາ​ເລັດ​ແລ້ວ ອີ​ຈິບ
ຊໍ້າຢ້ານວ່າ ​ເຂື່ອນດັ່ງກ່າວ​ອາດເຮັດ​ໃຫ້​ປະລິມານນໍ້າ​ໃນ​ສ່ວນ​ທີ່​ສະໜອງ
​ໃຫ້​ແກ່​ຕົນ ​ຕາມ​ທີ່​ກໍານົດ​ໄວ້ ຢູ່​ໃນ​ສົນທິສັນຍາສາກົນ​ປີ 1929 ນັ້ນຫລຸດ​ລົງ.

​ໃນ​ໄລຍະ​ທີ່​ໄປ​ຢ້ຽ​ມຢາມ ນະຄອນຫລວງ ອາ​ດິສອາ​ບາ​ບາ (Addis Abeba)
ຂອງ​ເອທິ​ໂອ​ເປຍ​ໃນ​ຫລາຍ​ປີ​ກ່ອນໜ້ານີ້ ປະທານາທິບໍດີອັບ​ແດ​ລ ຟາ​ຕາ
​ແອ​ລ ຊິ​ສຊີ (Abdel Fattah el Sissi) ຂອງ​ອີ​ຈິບ ພະຍາຍາມ​ທີ່​ຈະ​ເຮັດ​ໃຫ້
​ເບິ່ງ​ຄື​ວ່າ ບໍ່​ມີ​ຄວາມ​ຂຸ່ນ​ເຄືອງ​ໃຈຫຍັງ ​ແຕ່​ກໍເປັນ​ທີ່​ຈະ​ແຈ້ງຂາວວ່າ ທ່ານ​ມີ
ຄວາມ​ເປັນ​ຫ່ວງ​ຢູ່.

ທ່ານອັບ​ແດ​ລ ຟາ​ຕາ ​ແອ​ລ ຊິ​ສຊີ (Abdel Fattah el Sissi) ປະທານາທິບໍດີ
ຂອງ​ອີ​ຈິບກ່າວ​ເປັນ​ພາສາ​ອາຣັບວ່າ
"ທ່ານ​ຈະສາມາດ​ພັດທະນາ ​ແລະ​ຂະຫຍາຍ​ເສດຖະກິດ​ດ້ວຍ​ການ​ໃຊ້​ເຂື່ອນ
​ແຕ່ກໍໃຫ້​ຮູ້​ໄວ້​ວ່າ ຢູ່​ອີ​ຈິບ​ປະຊາຊົນ​ອາ​ໄສ​ແຕ່​ນໍ້າ​ທີ່​ມາ​ຈາກ​ແມ່​ນໍ້ານີ້ ​ເທົ່າ​ນັ້ນ
​ໃນ​ການ​ດໍາລົງ​ຊີວິດ."


ພວກນັກຊ່ຽວຊານ​ດ້ານ​ນໍ້າ​ເວົ້າວ່າ ຄວາມ​ເປັນ​ຫ່ວງ​ນີ້ ​ແມ່ນ​ມີ​ເຫດຜົນ​ດີ.

ທ່ານ ກາຍ ຈັອບບິນສ໌ (GUY JOBBINS) ທີ່ສະ​ຖາ​ບັນ​ພັດທະນາຕ່າງປະ​ເທດ
​ຂອງ​ອັງກິດ​ໃຫ້​ຄໍາ​ເຫັນ​ວ່າ
"99 ​ເປີ​ເຊັນ​ຂອງ​ນໍ້າໃຊ້​ຢູ່ໃນ​ອີ​ຈິບ​ແມ່ນ​ມາ​ຈາກ​ແມ່ນ​ນໍ້າ​ນາຍ​ລ໌ ​ແລະການ​
ເຮັດ​ແນວ​ນັ້ນ ​ແມ່ນ​ສົ່ງ​ຜົນ​ກະທົບ​ຕໍ່ການ​ນໍາໃຊ້ນໍ້າເຂົ້າໃນ​ທຸກຢ່າງ ທີ່​ອີ​ຈິບ
ອາດ​ມີ ຊຶ່ງ​ລວມທັງ: ດ້ານກະສິກໍາ, ອຸດ​ສະຫະ​ກໍາ, ນໍ້າດື່ມ​. ສະນັ້ນ ອີ​ຈິບຈຶ່ງ
​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ ກ່ຽວກັບ​ການ​ປ່ຽນ​ແປງ​ໃດໆ ທີ່​ອາດ​ເກີດ​ຂຶ້ນ ​ຕໍ່ປະ
ລິມານ​ນໍ້າ​ທີ່​ໄຫລ​ລົງ​ມາ​ໃສ່​ແມ່​ນໍ້າ​ນາຍ​ລ໌ ຫລືຫ່ວງ​ຕໍ່​ກໍານົດເວລາຂອງການ
​ປ່ອຍ​ນໍ້ານັ້ນອອກ​ໄປ​."


ບໍ່ມີ​ໃຜ​ຮູ້​ຢ່າງ​ແນ່ນອນ​ເທື່ອວ່າ ​ເຂື່ອນ​ດັ່ງກ່າວ​ຈະ​ມີ​ຜົນ​ກະທົບ​ຕໍ່ຂະ​ແໜງກະສິ
ກໍາຫລື ຊີວິດການເປັນຢູ່ໂດຍທົ່ວໄປຂອງປະຊາຊົນໃນອີຈິບຫລາຍປານໃດ.
ແຕ່ວ່າ ການໄຫລຂອງນໍ້າ ໃນແມ່ນໍ້ານາຍລ໌ ແມ່ນໄດ້ຖືກປ່ຽນແປງໄປແລ້ວ ຍ້ອນເຂື່ອນສູງແອສວານ (Aswan High Dam) ຂອງອີຈິບເອງ ທີ່ສ້າງສໍາ
ເລັດໃນປີ 1971 ໂດຍໄດ້ຮັບການຊ່ວຍເຫລືອຈາກອະດີດສະຫະພາບໂຊຫວຽດ.

ບາງຄົນກໍເຕືອນວ່າ ຄຸນນະພາບຂອງນໍ້າອາດເຊື່ອມໂຊມລົງ ຍ້ອນວ່າ ລະດັບມົນ
ລະພິດທີ່ມາຈາກການເຮັດກະສິກໍາ ແລະອຸດສະຫະກໍາ ຢູ່ໃນແມ່ນໍ້າທີ່ບົກລົງນັ້ນ
ສູງຂຶ້ນ. ທ່ານ ກາຍ ຈັອບບິນສ໌ ກ່າວວ່າ
"ຖ້າຫາກປະລິມານຂອງນໍ້າ ທີ່ໄຫລລົງມາ ຈາກແມ່ນໍ້ານາຍລ໌ ເຂົ້າໄປຫາອີຈິບ
ນັ້ນ ຫາກຫລຸດລົງແລ້ວ ຄວາມສາມາດຂອງແມ່ນໍ້າ ໃນການລ້າງສຸເອົາສິ່ງເສດ
ເຫລືອຕ່າງໆ ຢູ່ໃນບ່ອນເຫລົ່ານີ້ໃຫ້ລົງໄປຫາທະເລ ກໍແມ່ນຫລຸດລົງ."


ການເຈລະຈາ ເພື່ອໃຫ້ບັນລຸຂໍ້ຕົກລົງກັນ ໄດ້ດໍາເນີນສືບຕໍ່ໄປ. ທ່ານ ຊາເມ ຊູຄຣີ
(Sameh Shoukri) ໄດ້ພົບກັບພວກເຈົ້າໜ້າທີ່ເອທິໂອເປຍ ແລະຊູແດນ ຢູ່ກອງ
ປະຊຸມສຸດຍອດສະຫະພັນອາຟຣິກາຢູ່ນະຄອນອາດິສ ອາບາບາ (Addis Abeba) ໃນເດືອນມັງກອນທີ່ຜ່ານມາ.

ນັກຂ່າວ ຮິສຊາມ ກັສເຊມ (Hisham Kassem) ເວົ້າວ່າ ຂໍ້ຂັດແຍ່ງຫລັກ ແມ່ນ
ຂຶ້ນຢູ່ກັບວ່າ ເອທິໂອເປຍ ຈະເຮັດໃຫ້ນໍ້າ ຢູ່ໃນອ່າງເກັບນໍ້າ ຢູ່ຫລັງເຂື່ອນນັ້ນ ໃຫ້ເຕັມຢູ່ຕະຫລອດເວລາ 12 ປີ ຫລືຈະເຮັດໃຫ້ມັນເຕັມຢູ່ເປັນເວລາສາມປີ ຊຶ່ງຈະເຮັດໃຫ້ການໃຊ້ນໍ້າຢູ່ໃນອີຈິບຖືກຈໍາກັດຢູ່ໃນໄລຍະເວລາດັ່ງກ່າວນັ້ນ.

ທ່ານ ຮິສຊາມ ກັສເຊມ (Hisham Kassem) ບັນນາທິການ ແລະຜູ້ພິມປຶ້ມ
ອະທິບາຍເປັນພາສາອັງກິດວ່າ
"ຖ້າຫາກບໍ່ມີການຕົກລົງກັນໄດ້ ມັນກໍອາດຈະມີຄວາມຫາຍະນະອັນໃຫຍ່
ຫລວງ ເພາະມັນອາດໝາຍຄວາມວ່າ ດິນທີ່ໃຊ້ເຮັດກະສິກໍາ ຢູ່ຫລາຍບ່ອນ
ຂອງອີຈິບ ຈະຖືກຕັດ ເຮັດໃຫ້ຂາດນໍ້າ ແລ້ວໄພແຫ້ງແລ້ງ ກໍຈະມີຜົນກະທົບ
ອັນຮ້າຍແຮງຕໍ່ ປະເທດດັ່ງກ່າວ."


ໄດ້ມີການນາບຂູ່ວ່າຈະມີສົງຄາມເກີດຂຶ້ນ ໃນຕອນນຶ່ງ ທີ່ອະດີດປະທານາທິບໍດີ
ຮັອສນີ ມູບາຣັກ (Hosni Mubarak) ທີ່ເຕືອນວ່າ ທ່ານຈະທໍາລາຍທຸກເຂື່ອນ ທີ່ເອທີໂອເປຍສ້າງຂຶ້ນຢູ່ເທິງແມ່ນໍ້ານາຍລ໌. ແຕ່ທ່ານ ຮິສຊາມ ກັສເຊມ
(Hisham Kassem) ເວົ້າວ່າ ການເຮັດເຊັ່ນນັ້ນ ບໍ່ແມ່ນທາງອອກທີ່ດີເລີຍ:

ທ່ານ ຮິສຊາມ ກັສເຊມ (Hisham Kassem) ກ່າວເພີ້ມອີກວ່າ
"ຖ້າການແກ້ໄຂບັນຫາໂດຍຜ່ານທາງການທູດຫາກບໍ່ສໍາເລັດ ແລະອີຈິບ ຫາກໃຊ້ກໍາລັງທະຫານ ມັນກໍຈະເປັນຄວາມລົ້ມເເຫລວທາງການທູດທີ່
ໃຫຍ່ທີ່ສຸດໃນປະຫວັດສາດຂອງອີຈິບ ແລະມັນກໍຈະມີຜົນກະທົບຕໍ່ຄວາມ
ສາມາດຂອງອີຈິບ ໃນການທີ່ຈະໄດ້ຮັບອາວຸດ."


ໃນຂະນະດຽວກັນ ປະທານາທິບໍດີ ຊິສຊີ (Sissi) ກໍຢືນຢັນວ່າ ບໍ່ມີວິກິດການໃດ
ເກີດຂຶ້ນ ແລະພວກນັກການທູດກໍຍັງສືບຕໍ່ ພົບປະເຈລະຈາກັນຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG