ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບ 40 ກວ່າຄົນ ໄດ້ຮັບບາດເຈັບ ໃນການປະທະກັນ ທີ່ກຸງໄຄໂຣ


ພວກປະທ້ວງແລ່ນຜ່າຄວັນລະເບີດແກສນໍ້າຕາ
ວັນທີ 29 ມິຖຸນາ 2011
ພວກປະທ້ວງແລ່ນຜ່າຄວັນລະເບີດແກສນໍ້າຕາ ວັນທີ 29 ມິຖຸນາ 2011

ການ​ປະ​ທະ​ກັນ​ຫລາຍ​ບັ້ນ​ລະຫວ່າງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ແລະ​ພວກ​ປະ​ທ້ວງ​ໃນ​ກຸງ​ໄຄ​ໂຣ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 40 ຄົນ​ບາດເຈັບ​ໃນ​ວັນ​ພຸດ​ມື້​ນີ້​ ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ຮຽກຮ້ອງໃຫ້​ຜູ້​ບັນ
ຊາ​ການທະຫານ​ສູງ​ສຸດ​ຂອງ​ປະ​ເທດ​ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ພວກ​ປະ​ທ້ວງ​ມີ​ຄວາມ​ເຫລືອ​ອົກ​ເຫລືອ​ໃຈ​ນໍາ​ອັນ​ທີ່ພວກ​ເຂົາ​ເຈົ້າ​ເຫັນ​ວ່າການ​ດໍາ​ເນີນ​ຄະດີ​ທີ່​ຊັກ​ຊ້າ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ທີ່ເຊື່ອກັນ​ວ່າ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຕາຍ​ຂອງ​ພວກ​ປະ​ທ້ວງ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ຕໍ່ຕ້ານ​ລັດຖະບານ​ເປັນ​ເວລາ 18 ມື້​ໃນ​ຕົ້ນປີ​ນີ້. ພວກປະ​ທ້ວງ​ກ່າວ​ຫາ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດຄື​ຈອມພົນ

Mohammad Hussein Tantawi ນັ້ນ​ວ່າ ດໍາ​ເນີນ​ຄະດີ​ຢ່າງ​ຊັກ​ຊ້າ​ໂດຍ​ເຈດ​ຕະນາ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ອະວຸໂສ​ຈາກ​ອໍານາ​ດປົກຄອງ​ເກົ່າຂອງ​ອະດີດ​ປະທານາທິບໍດີ Hosni Mubarak ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີ​ຈິ​ບ​ໄດ້​ຍິງ​ລະເບີດນໍ້າຕາ​ໃນວັນ​ພຸດ​ມື້​ນີ້​ໃນ​ຂະນະ​ທີ່
ພວກ​ປະ​ທ້ວງ​ພາກັນ​ແກວ່ງ​ກ້ອນ​ຫິນ​ໃສ່​ພວກເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ທີ່​ຈະ​ຕຸ​ລັດ
Tahrir ໃນ​ນະຄອນຫລວງ ຊຶ່ງ​ເປັນ​ຈຸດ​ໃຈກາງ​ຂອງ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ທີ່​ໂຄ່ນ​ລົ້ມ
ທ່ານ​ມູບາຣັກອອກ​ຈາກ​ຕໍາ​ແໜ່​ງ​ໄປໃນ​ເດືອນ​ກຸມພາ​ແລ້ວນັ້ນ.

ຄວັນ​ໄຟ​ໄດ້​ປົກ​ຄຸມ​ຈະຕຸ​ລັດ​ດັ່ງກ່າວ​ໃນ​ຂະນະ​ທີ່​ພວກ​ຕໍາຫລວດ​ທໍາ​ການ​ຕໍ່ສູ້​ກັນ​ກັບ​ພວກ​ປະ
ທ້ວງເພື່ອ​ຄວບ​ຄຸມ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ຊຶ່ງ​ພວກ​ສະມາຊິກ​ຄອບຄົວ​ຂອງ​ເຂົາ​ເຈົ້າ​
ຈໍານວນຫລາຍ​ກວ່າ 850 ຄົນ​ໄດ້ເສຍ​ຊີວິດ​ໄປ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ນັ້ນ.

XS
SM
MD
LG