ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຈິບ ປ່ອນບັດເລືອກຕັ້ງ ປະທານາທິບໍດີ ມື້ສຸດທ້າຍ (ສະໄລດ໌)


 ຍິງສາວອີຈິບຄົນນຶ່ງສະແດງຄວາມຕື່ນເຕັ້ນ ທີ່ໄດ້ປ່ອນບັດ
ເລືອກຕັ້ງປະທານາທິບໍດີຄັ້ທໍາອິດຂອງປະເທດ .
ວັນທີ 24 ພຶດສະພາ 2012.
ຍິງສາວອີຈິບຄົນນຶ່ງສະແດງຄວາມຕື່ນເຕັ້ນ ທີ່ໄດ້ປ່ອນບັດ ເລືອກຕັ້ງປະທານາທິບໍດີຄັ້ທໍາອິດຂອງປະເທດ . ວັນທີ 24 ພຶດສະພາ 2012.

ການ​ປ່ອນ​ບັດ​ເລີ່​ມຂຶ້ນອີກທີ່​ອີ​ຈິບ ​ໃນ​ມື້​ນີ້ ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ປະຫວັດ
ສາດທີ່​ທົດສອບ​ຢ່າງ​ກວ້າງຂວາງເບິ່ງພວກ​ຜູ້​ສະ​ໝັກ ສັງກັດ​ພັກສາ​ສະໜາອິສລາມ ​ແຂ່ງ
ຂັນ​ກັບ​ພວກ​ຜູ້​ສະໝັກ​ບໍ່​ພົວພັນກັບ​ສາສະໜາ​ ທີ່​ມາ​ຈາກ​ພວກ​ພິທັກ​ການ​ປົກຄອງ​ແບບ
ເກົ່າ​ຂອງ​ອະດີດ​ປະທານາທິບໍດີ Hosni Mubarak ນັ້ນ.

ລັດຖະບານໄດ້​ປະກາດ​ໃຫ້​ວັນ​ພະຫັດ​ມື້​ນີ້​ເປັນ​ວັນພັກ ​ເພື່ອ​ໃຫ້​ເວລາ​ຫຼາຍ​ຂຶ້ນແກ່ປະຊາ
ຊົນ​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ.

​ແຕ່​ນາງ Elizabeth Arrot ຜູ້​ສື່​ຂ່າວ​ວີ​ໂອ​ເອ ກ່າວ​ວ່າ ຈໍານວນ​ຜູ້ຄົນ​ອອກ​ໄປ​ປ່ອນ​ບັດ​ໃນ
​ເຂດ​ນະຄອນຫຼວງ​ໄຄ​ໂຣ ປາກົດ​ວ່າ​ໜ້ອຍກວ່າ​ໃນ​ວັນ​ພະຫັດ​ມື້​ນີ້ຊຶ່ງ​ເປັນ​ມື້​ທີ​ສອງ​ແລະ​ມື້​
ສຸດ​ທ້າຍ​ຂອງ​ການ​ປ່ອນ​ບັດເລືອກ​ຕັ້ງ.

ພວກ​ສັງ​ເກດການ​ເບິ່ງ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ການ​ປ່ອນ​ບັດ​ໃນ​ວັນ​ພຸດ​ວານ​ນີ້ໄດ້​ດໍາ​ເນີນ​
ໄປດ້ວຍ​ຄວາມ​ສະຫງົບ ​ໃນ​ຂະນະ​ທີ່​ຊາວ​ອີ​ຈິບ​ຫຼາຍ​ລ້ານ​ຄົນ​ພາກັນໄປ​ຢືນ​ລຽນ​ແຖວ​ກັນ
​ເພື່ອ​ລໍຖ້າ​ປ່ອນ​ບັດ ທີ່​ຄາດ​ກັນ​ວ່າ ຈະໄດ້ປະທານາ​ທິບໍດີ​ພົນ​ລະ​ເຮືອນ​ຄົນ​ທໍາ​ອິດທີ່​ປະຊາ
ຊົນ​ເລືອກ​ເອົາ​ຢ່າງ​ເສລີ​ ຫຼັງ​ຈາກ​ປະ​ເທດດັ່ງກ່າວ​ໄດ້​ຖືກ​ປົກຄອງ​ໂດຍ​ຄະນະ​ນໍາພາ​ທີ່​ໄດ້​ຮັບ
​ການໜຸນ​ຫຼັງ​ຈາກ​ພວກ​ທະຫານ​ມາ 60 ປີ​ແລ້ວ​ນັ້ນ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທີ່​ວ່າ​ນີ້​ມີ​ຂຶ້ນ​ໃນ​ເວລາ 15 ​ເດືອນ​ຫຼັງ​ຈາກປະທານາທິບໍດີ​ມູບາຣັກ
ລາ​ອອກ​ຈາກ​ຕໍາ​ແໜ່​ງທ່າມກາງ​ການ​ປະ​ທ້ວງຄັ້ງ​ໃຫຍ່​ໃນ​ປະ​ເທດ​ນັ້ນ.

​ໃນ​ຊ່ວງ​ເວລາ​ກ່ອນ​ການ​ເລືອກ​ຕັ້ງ ການ​ສໍາ​ຫຼວດຫາງ​ສຽງ​ປະຊາຊົນທີ່ເຊື່ອ​ຖື​ບໍ່ໄດ້​ຂອງ​ອີ​ຈິບ
​ສະ​ແດງ​ໃຫ້​ເຫັນ​ວ່າ ​ສຽງ​ສະໜັບສະໜຸນປ່ຽນ​ໄປ​ປ່ຽນມາ​ຢ່າງ​ຫຼວງ​ຫຼາຍ ລະຫວ່າງ​ພວກ​ຜູ້​
ສະໝັກ 4 ຄົນ​ໃນ​ຈໍານວນ​ທັງ​ໝົດ 12 ຄົນ ໂດຍ​ປ່ຽນ​ກັນ​ເປັນ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ.

ຜູ້​ສະ​ໝັກ ບໍ່​ນິຍົມສາ​ສະໜາ 2 ຄົນ ທີ່​ມີ​ສຽງ​ນໍາ​ໜ້າ ຕ່າງ​ກໍ​ເປັນ​ນັກ​ການ​ເມືອງອະ​ວຸ​ໂສ ໃນ
​ຄະນະ​ລັດຖະບານ​ຂອງ​ອະດີດ​ປະທານາ​ທິບໍດີ​ມູບາຣັກ ຄືອະດີດ​ນາຍົກລັດຖະມົນຕີ Ah
med Shafiq ​ແລະ​ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ Amr Moussa ນັ້ນ.

ພວກ​ຜູ້​ສະໝັກ​ແຂ່ງຂັນ​ທີ່​ສໍາຄັນ​ຂອງ​ພັກສາ​ສະໜາ​ອິສລາມ ຄື ທ່ານ Mohamed Morsi
ຈາກ​ພັກ​ພະລາດອນພາບ​ມຸສລິ​ມທີ່​ມີ​ອິດທິພົນ​ສູງ​ແລະ​ທ່ານ Abdel Moneim Aboul Fo
touh ຫົວນິຍົມແນວທາງ ປານກາງຊຶ່ງມີນະໂຍບາຍທີ່ໄດ້ຮັບການສະໜັບສະໜຸນຈາກພວກ
ຫົວນິຍົມເສລີ ພ້ອມທັງພວກຫົວນິຍົມຝ່າຍຊ້າຍ ແລະຫົວນິຍົມສາສະໝາຄຣິສຕຽນບາງຄົນ
ນັ້ນ.

XS
SM
MD
LG