ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສຶກສາ ສຳລັບ ເດັກນັກຮຽນ ຊີເຣຍ ຫຼາຍລ້ານຄົນ ຕົກຢູ່ພາຍໃຕ້ ວິກິດການ


ພວກນັກຮຽນ ພາກັນຍ່າງເບິ່ງຊາກຫັກພັງ ຂອງໂຮງຮຽນ ຢູ່
ໃນ al-Saflaniyeh ເຂດນອກ ຂອງເມືອງ Aleppo ກໍ້າຕາເວັນອອກ ຂອງຊີເຣຍ ວັນທີ 17 ກັນຍາ 2017.
ພວກນັກຮຽນ ພາກັນຍ່າງເບິ່ງຊາກຫັກພັງ ຂອງໂຮງຮຽນ ຢູ່ ໃນ al-Saflaniyeh ເຂດນອກ ຂອງເມືອງ Aleppo ກໍ້າຕາເວັນອອກ ຂອງຊີເຣຍ ວັນທີ 17 ກັນຍາ 2017.

ອົງການກອງທຶນສຸກເສີນສຳລັບເດັກ ຂອງສະຫະປະຊາຊາດ ຫຼືຢູນີເຊັຟລາຍງານວ່າ ມີພຽງເຄິ່ງດຽວ ຂອງຈຳນວນເດັກນ້ອຍ ໄວຮຽນໜັງສື ສີ່ລ້ານຄົນ ຈະສາມາດກັບຄືນ
ໄປເຂົ້າໂຮງຮຽນໄດ້ ໃນເດືອນນີ້ ຍ້ອນສົງຄາມ ແລະການຂາດເງິນໃຊ້ຈ່າຍຢ່າງໃຫຍ່.
ນັກຂ່າວ ວີໂອເອ Lisa Schlein ສົ່ງລາຍງານເລື້ອງນີ້ ມາຈາກນະຄອນ ເຈນິວາ ດັ່ງ
ສາລີຈະສະເໜີທ່ານ ໃນອັນດັບ ຕໍ່ໄປ.

please wait

No media source currently available

0:00 0:03:19 0:00
ລິງໂດຍກົງ

ອົງການກອງທຶນສຸກເສີນສຳລັບເດັກຂອງສະຫະປະຊາຊາດ ຫຼື ຢູນີເຊັຟລາຍງານວ່າ ສົງຄາມທີ່ຍາວນານມາໄດ້ ດົນກວ່າເຈັດປີໃນປະເທດຊີເຣຍ ໄດ້ເຮັດໃຫ້ໂຮງຮຽນນຶ່ງ
ແຫ່ງໃນທຸກໆສາມແຫ່ງໃດບໍ່ໄດ້ໃຊ້ປະໂຫຍດ. ລາຍງານດັ່ງກ່າວເວົ້າວ່າ ຫຼາຍໆແຫ່ງ ໄດ້ຖືກທຳລາຍ ຫຼືບໍ່ກໍເສຍຫາຍຢ່າງໜັກ ໃນຂະນະທີ່ຫຼາຍໆບ່ອນ ກໍໃຊ້ເປັນທີ່ພັກພາ
ອາໄສຂອງຄອບຄົວຜູ້ທີ່ຂາດທີ່ຢູ່ອາໄສ. ບາງໂຮງຮຽນກໍແມ່ນໄດ້ໃຊ້ໃຫ້ເປັນປະໂຫຍດ
ທາງທະຫານ ໃນປາງສົງຄາມ ຊຶ່ງມີການຄຳນວນວ່າ ໄດ້ເອົາຊີວິດຜູ້ຄົນໄປ ຫຼາຍກວ່າ
ຫ້າແສນຄົນ.

ໃນປີນີ້ ອົງການ ຢູນີເຊັຟ ລາຍງານວ່າ ໂຮງຮຽນຫຼາຍກວ່າ 60 ແຫ່ງ ໄດ້ຖືກໂຈມຕີ.
ເຖິງແມ່ນຈະໄດ້ມີການທຳລາຍມ້າງເພ ໂຄງລ່າງພື້ນຖານ ການຂາດ ແຄນນາຍຄູ ແລະເງິນຄຳຢ່າງຮ້າຍແຮງກໍຕາມ ແຕ່ອົງການດັ່ງກ່າວກໍເວົ້າວ່າ ພວກເດັກນ້ອຍກໍ
ແມ່ນມີຄວາມກະຕືລືລົ້ນ ຢາກໄປເຂົ້າໂຮງຮຽນເມື່ອໃດພວກເຂົາເຈົ້າສາມາດໄປໄດ້.
ອົງການດັ່ງກ່າວເວົ້າວ່າ ໂຮງຮຽນເປັນບ່ອນທີ່ສ້າງຄວາມຮູ້ສຶກໃຫ້ເຂົາເຈົ້າ ວ່າມີຄວາມ
ເປັນປົກກະຕິ ຢູ່ໃນສິ່ງແວດລ້ອມ ທີ່ເຕັມໄປດ້ວຍຄວາມສັບສົນນັ້ນ.

ແຕ່ທ່ານຄຣິສຕົຟ ບູລິແອຣັກ ໂຄສົກຂອງອົງການ ຢູນີເຊັຟ ກ່າວວ່າ ມັນນັບມື້ນັບລຳ
ບາກຂຶ້ນເລື້ອຍໆ ແລະໃນບາງກໍລະນີ ກໍແມ່ນເປັນໄປບໍ່ໄດ້ຊໍ້າ ທີ່ຈະໃຫ້ເດັກນ້ອຍ ໄດ້
ໄປເຂົ້າໂຮງຮຽນຢູ່ບາງເຂດທີ່ມີສົງຄາມລວມທັງເຂດແຂວງອີດລິບ ບ່ອນທີ່ການເຄື່ອນ
ໄຫວ ຂອງພວກທະຫານນັບມື້ນັບມີການເຄື່ອນໄຫວຫຼາຍຂຶ້ນນັ້ນ.

Boulierac Act. In Idlib … ທີ່ອີດລິບ ໂຮງຮຽນໄດ້ໄຂຂຶ້ນກ່ອນກຳນົດ ຍ້ອນຄວາມ
ພະຍາຍາມທີ່ຢາກໃຫ້ໄດ້ຮຽນຫຼາຍຂຶ້ນ ເພາະວ່າເວລາຮຽນບາງຄັ້ງ ແມ່ນໄດ້ຖືກຢຸດ
ສະງັກໄປ ຍ້ອນຄວາມບໍ່ປອດໄພ ການຖິ້ມລະເບີດ ແລະຄວາມຮຸນແຮງ. ພວກເດັກ
ນ້ອຍໂຮງຮຽນປະມານສີ່ແສນຄົນ ລວມທັງ 7 ໝື່ນຄົນ ທີ່ຂາດບ່ອນຢູ່ອາໄສ ໄດ້ເລີ້່ມ
ປີການສຶກສາ ໃນວັນທີນຶ່ງເດືອນກັນຍາ.

ອົງການ ຢູນີເຊັຟ ລາຍງານວ່າ ເດັກນ້ອຍອົບພະຍົບຊີເຣຍປະມານ ເຈັດແສນຄົນ ຢູ່
ໃນປະເທດໃກ້ຄຽງ ກໍບໍ່ສາມາດໄດ້ຮັບການສຶກສາຄືກັນ ຊຶ່ງສ່ວນໃຫຍ່ແມ່ນເປັນຍ້ອນ
ວ່າ ບໍ່ມີເງິນພໍ ທີ່ຈະໃຫ້ພວກເຂົາເຈົ້າໄດ້ເຂົ້າໂຮງຮຽນ.

ລາຍງານດັ່ງກ່າວເຕືອນວ່າ ການທີ່ພວກເດັກນ້ອຍບໍ່ໄດ້ເຂົ້າໂຮງຮຽນແມ່ນຈະມີຄວາມ
ສ່ຽງຕໍ່ການຖືກຂູດຮີດ ຈະແຕ່ງງານໄວເກີນໄປ ຈະຖືກເອົາໄປເປັນທະຫານເດັກນ້ອຍ
ແລະຈະຖືກຂູດຮີດແຮງງານຮູບໃດຮູບນຶ່ງ.

ອົງການ ຢູນີເຊັຟ ກ່າວວ່າ ຕົນຕ້ອງການເງິນ 135 ລ້ານໂດລາ ເພື່ອບໍລິຫານໂຄງການ
ໂຮງຮຽນຂອງຕົນ ຢູ່ໃນຊີເຣຍໃນປີນີ້ ແລະຫຼາຍກວ່າ 517 ລ້ານໂດລາ ເພື່ອໃຫ້ໂຄງ
ການການສຶກສາໄດ້ດຳເນີນຕໍ່ໄປ ໃນຫ້າປະເທດໃກ້ຄຽງທີ່ພວກອົບພະຍົບໄປອາໄສຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG