ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ສະ​ໜັບ​ສະ​ໜູນ​ການ​ສຶກ​ສາ ກຳ​ລັງ​ຜັກ​ດັນ​ໃຫ້ຫຼຸດ​ຜ່ອນ​ການ​ປະ​ຕິ​ເສດ​ວີ​ຊາ​ ໃນ​ລະ​ດັບ​ສູງ​ສຳ​ລັບ​ນັກ​ສຶກ​ສາ ອາ​ຟ​ຣິ​ກາ


ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ລ-ອາ​ຊາ, ພາກ​ກາງ​ຂອງ​ປະ​ເທດ ອີ​ຈິບ.
ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ລ-ອາ​ຊາ, ພາກ​ກາງ​ຂອງ​ປະ​ເທດ ອີ​ຈິບ.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ການ​ສຶກ​ສາ ແລະ ຄົນ​ເຂົ້າ​ເມືອງ​ ເວົ້າ​ວ່າ​ນັກ​ສຶກ​ສາ ອາ​ຟ​ຣິ​ກັນ ໄດ້​ປະ​ເຊີນ​ກັບ​ອັດ​ຕາກ​ານ​ຖືກ​ປະ​ຕິ​ເສດ​ທີ່​ສູງ ​ເວ​ລາ​ທີ່​ພະ​ຍາ​ຍາມ​ຂໍ​ວີ​ຊາ​ເພື່ອ​ທຳ​ການ​ສຶກ​ສາ​ໃນ ສະ​ຫະ​ລັດ, ແລະ​ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ພະຍາຍາມຊຸກຍູ້ໃຫ້​ມີ​ການ​ປ່ຽນ​ແປງ​ຕ່າງໆ.

ອັດ​ຕາ​ການ​ປະ​ຕິ​ເສດ​ວີ​ຊາ ແມ່ນ​ສູງກວ່າ​ບ່ອນ​ອື່ນໆ ​ຢູ່​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ອາ​ເມ​ຣິ​ກາ​ໃຕ້ ແລະ ອາ​ຟ​ຣິ​ກາ, ດ້ວຍ​ ອາ​ຟ​ຣິ​ກາ ໄດ້​ປະ​ສົບ​ກັບ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ໃນ​ການ​ປະ​ຕິ​ເສດ​ທີ່ບໍ່​ສົມ​ສ່ວນນັ້ນ, ອີງ​ຕາມ​ລາຍ​ງານ ​ພັນ​ທະ​ມິດ ກ່ຽວ​ກັບ ການ​ສຶກ​ສາລະ​ດັບ​ສູງ ແລະ ຄົນ​ເຂົ້າ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ຖືກ​ເປີດ​ເຜີຍ​ໃນ​ເດືອນ​ກໍ​ລະ​ກົດ 2023.

“ເວ​ລາ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ເຫັນ​ຂໍ້​ມູນ​ແບບ​ນັ້ນ ​ສຳ​ລັບ​ປະ​ເທດ​ໃດກໍ​ຕາມ, ໂດຍບໍ່​ເອີ່ຍ​ເຖິງ​ພາກ​ພື້ນ​ນຶ່ງ​ຂອງ​ໂລກ ເລີຍ, ມັນ​ເຮັດ​ໃຫ້​ເຮົາຢຸດ ແລະ ຄິດ,” ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ແຟນ​ຕ້າ ອໍ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ NAFSA: ສະ​ມາ​ຄົມ​ຂອງຜູ້ໃຫ້​ການ​ສຶ​ກ​ສາ​ສາ​ກົນ.

ທ່ານ​ນາງ ອໍ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ NAFSA ແລະ ສະ​ຖາ​ບັນ​ອື່ນ​ໆ​ໄດ້​ພົບ​ປະ​ກັນ​ສອງ​ສາມ​ຄັ້ງ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໃນ​ປີ 2023 ເພື່ອ​ຖາມ​ຄຳ​ຖາມ ແລະ ຜັກ​ດັນ​ເພື່ອ​ປ່ຽນ​ແປງ​ການ​ຕັດ​ສິ​ນ​ໃຈ​ອອກວີ​ຊາ. ທ່ານ​ນາງ​ໄດ້​ກ່າວ​ວ່າ​ການ​ສືບ​ສວນ​ສອບ​ສວນ​ແມ່​ນ​ຍັງ​ມີ​ຄວາມ​ຈຳ​ເປັນ​ເພື່ອຄວາມ​ເຂົ້າ​ໃຈ ກ່ຽວ​ກັບ ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ.

ເຂົາ​ພະເຈົ້າ​ຄາດ​ວ່າ​ຈະ​ພົບ​ກັນ​ອີກ​ຄັ້ງ​ນຶ່ງ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຈະ​ມາ​ເຖິງນີ້.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ເຂົາ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈຫຼາຍ ແລະ ບໍ່​ຢາກ​ທີ່​ຈະ​ເຫັນ​ຄວາມບໍ່​ສອດ​ຄ່ອງ​ກັນ​ໃນຫຼາຍ​ພາກ​ສ່ວນ… ພວກ​ເຮົາ​ໄດ້​ສົນ​ທະ​ນາ​ກັນ ກ່ຽວ​ກັບການ​ຝຶກ​ງານ​ໃຫ້​ພະ​ນັກ​ງານ​ຢູ່​ລະ​ດັບ​ປະ​ເທດ ແລະ ລະ​ດັບ​ກົງ​ສຸນ, ແລະ ພວກ​ເຮົາ​ໄດ້​ຮັບ​ປະ​ກັນ​ວ່າ ​ສິ່ງ​ທີ່​ວ່ານີ້​ ຈະ​ຖືກ​ຕິດ​ຕາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ.”

ຂໍ້​ມູນ​ທີ່​ຖືກ​ເກັບ​ກຳ​ຜ່ານ​ບັນ​ທຶກ​ສາ​ທາ​ລະ​ນະ​ທີ່​ຖືກ​ຂໍ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ໃນ​ປີ 2022, ເຄິ່ງ​ນຶ່ງ​ຂອງ​ຈຳ​ນວນ​ນັກ​ສຶ​ກ​ສາ​ຈາກ​ບັນ​ດາ​ປະ​ເທດ ອາ​ຟ​ຣິ​ກາ ຜູ້​ທີ່​ໄດ້​ຂໍ​ວີ​ຊາ​ນັກ​ສຶກ​ສາ ​ແມ່ນໄດ້​ຖືກ​ປະ​ຕິ​ເສດ.

Education and immigration advocates say African students face high denial rates when seeking visas to study in the United States, and they are pushing for changes.

Visa rejection rates are higher than elsewhere in regions of the Middle East, South America and Africa, with Africa experiencing the highest levels of disproportionate refusals, according to a Presidents’ Alliance on Higher Education and Immigration report released in July 2023. (( https://www.higheredimmigrationportal.org/wp-content/uploads/2023/08/SL_23_WhitePaper_PresidentsAlliance_Digital_r2-1.pdf ))

“Whenever we see that sort of data for any country, let alone a region of the world, it gives us pause,” said Fanta Aw, executive director of NAFSA: Association of International Educators.

Aw told VOA that NAFSA and other institutions met a few times with U.S. State Department officials in 2023 to ask questionໂs and push for visa adjudication changes. She said an investigation still is needed to understand what is happening.

They are expected to meet again in the coming months.

“They’re very committed … and do not want to see inconsistencies in different parts. … We had conversations about staff training at the country level and consular affairs level, and we had assurances that these things are being constantly monitored,” she said.

Data collected through public records requests show that in 2022, half of the students from African countries who applied for a student visa were denied.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG