ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການພົວພັນ ຂອງ ສະຫະລັດ ໃນ ອາຟຣິກາ ແມ່ນສຳຄັນ ກວ່າທີ່ເຄີຍມີມາ


Ed Royce: 'US Engagement in Africa More Critical Than Ever'
please wait

No media source currently available

0:00 0:02:45 0:00

ສະມາຊິກລັດຖະສະພາ ສະຫະລັດ ທີ່ສຳຄັນຄົນໜຶ່ງ ໄດ້ຮຽກ ຮ້ອງ ລັດຖະບານທ່ານ
ທຣຳ ໃຫ້ຮັກສາໄວ້ ພັນທະຂອງຕົນໃນທະວີບ ອາຟຣິກາ ໂດຍສະເພາະໃນເວລາທີ່
ບັນຫາໄພອຶດຫິວ, ຄວາມບໍ່ໝັ້ນຄົງດ້ານການເມືອງ ແລະ ລັດທິກໍ່ການຮ້າຍຍັງສົ່ງຜົນ
ກະທົບຕໍ່ຫຼາຍໆປະເທດຢູ່ນີ້. ປະທານຄະນະກຳມະການຕ່າງປະເທດສະພາຕໍ່າ ທ່ານ
Ed Royce ໄດ້ຍົກຂຶ້ນມາໃຫ້ເຫັນ ເຖິງຈຳນວນຜູ້ບໍລິໂພກ ອາຟຣິກາ ໜຶ່ງພັນລ້ານຄົນ
ວ່າອາດມີຄວາມເປັນໄປໄດ້ທີ່ວ່າ ຈະເປັນຕະຫຼາດສຳລັບຜະລິດທະພັນ ແລະໂຄງການ
ຕ່າງໆຂອງ ສະຫະລັດ. ນັກຂ່າວວີໂອເອ Mariama Diallo ມີລາຍງານ, ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສະເໜີທ່ານ.

3 ປະເທດໃນຈຳນວນ 10 ປະເທດ ທີ່ເສດຖະກິດເຕີບໂຕໄວທີ່ສຸດຂອງໂລກ ແມ່ນຢູ່ໃນ
ທະວີບ ອາຟຣິກາ. ຕົວເລກຂອງກອງທຶນລະຫວ່າງປະເທດ ຫຼື IMF ສະແດງໃຫ້ເຫັນວ່າ
ມີອີກສອງປະເທດໃນ ອາຟຣິກາ ກໍແມ່ນຢູ່ບໍ່ໄກປານໃດຈາກ​ 10 ປະເທດດັ່ງກ່າວ. ສິ່ງ
ນີ້ຈຶ່ງໄດ້ເຮັດໃຫ້ການມີພັນທະຂອງ ສະຫະລັດ ໃນ ອາຟຣິກາ ມີຄວາມສຳຄັນຍິ່ງກວ່າທີ່
ເຄີຍມີມາ.

ທ່ານ Ed Royce ປະທານຄະນະກຳມະການຕ່າງປະເທດສະພາຕໍ່າກ່າວວ່າ “ພັນທະ
ຂອງພວກເຮົາກັບ ອາຟຣິກາ ແມ່ນຜົນປະໂຫຍດໃນແຜນຍຸດທະສາຂອງ ສະຫະລັດ.
ມັນບໍ່ພຽງແຕ່ຈະເປັນການແກ້ໄຂບັນຫາການຊ່ວຍເຫຼືອດ້ານມະນຸດສະທຳທີ່ມີຄວາມ
ສຸກເສີນເທົ່ານັ້ນ ແຕ່ມັນຍັງຈະຂະຫຍາຍຜົນປະໂຫຍດທາງດ້ານເສດຖະກິດ, ດ້ານ
ການເມືອງຂອງພວກເຮົາ, ແລະ ດ້ານຄວາມປອດໄພຂອງພວກເຮົານຳ. ຕອນນີ້ມັນ
ບໍ່ແມ່ນເວລາທີ່ຈະຖອນອອກໄປເທື່ອ.”

ໂດຍສະເພາະໃນເວລາທີ່ປະເທດຕ່າງໆ ຄື ຈີນ ແມ່ນກຳລັງລົງທຶນຢ່າງໜັກໃນ ອາຟຣິ
ກາ ຢູ່ນີ້.

ທ່ານ Ed Royce ກ່າວວ່າ “ອີງຕາມລາຍງານຂ່າວເມື່ອບໍ່ດົນມານີ້ແມ່ນວ່າ, ພັນທະ
ຂອງ ຈີນ ກັບທະວີບດັ່ງກ່າວອາດເປັນກິດຈະກຳການຄ້າ ແລະ ການລົງທຶນທົ່ວໂລກ
ທີ່ໃຫຍ່ທີ່ສຸດໃນປະຫວັດສາດ. ເວົ້າສັ້ນໆກໍຄື, ສະຫະລັດ ຈະບໍ່ມີສ່ວນຢູ່ໃນບ່ອນນີ້
ຊິບໍ່ໄດ້.”

ລັດຖະສະພາ ສະຫະລັດ ໄດ້ຜ່ານກົດໝາຍລະບົບໄຟຟ້າ ອາຟຣິກາ ໃນປີ 2016 ເພື່ອ
ຂະຫຍາຍໂຄງການໄຟຟ້າໃນທະວີບດັ່ງກ່າວ. ນອກນັ້ນມັນຍັງອະນຸມັດຄືນ ກົດໝາຍ
ການເຕີບໂຕ ແລະ ໂອກາດໃຫ້ ອາຟຣິກາ ຂະຫຍາຍການຄ້າ ແລະ ການລົງທຶນ ລະ
ຫວ່າງ ອາຟຣິກາ ກັບ ສະຫະລັດນຳ.

ທ່ານ Mark Goliath ຈາກບໍລິສັດພັດທະນາອຸດສາຫະກຳ, ອາຟຣິກາໃຕ້ ກ່າວວ່າ “ຢູ່
ພາຍໃນ ອາຟຣິກາ, ຂໍ້ຕົກລົງດ້ານກົດໝາຍດັ່ງກ່າວໄດ້ເປີດໂອກາດໃຫ້ບັນດາປະ
ເທດ ອາຟຣິກາຕ່າງໆເຊັ່ນ ເອທິໂອເປຍ, ແລະ ເຄັນຢາ, Moritius, ເລໂຊໂທ ແລະ ສວາຊີແລນ, ທຸກປະເທດພໍໃຈເປັນຢ່າງຍິ່ງ ແລະ ໄດ້ເປັນຕະຫຼາດທີ່ຂ້ອນຂ້າງແຂງ
ແກ່ນສຳລັບສິນຄ້າຂອງ ອາເມຣິກາ.”

ແຕ່ບັນດາຜູ້ຊ່ຽວຊານກ່າວວ່າ ບໍ່ວ່າພວກເຂົາເຈົ້າຈະເປັນຄູ່ຮ່ວມງານກັບ ສະຫະລັດ,
ຈີນ ຫຼື ປະເທດ ອື່ນໆກໍຕາມ, ມັນກໍເຖິງເວລາແລ້ວສຳລັບ ອາຟຣິກາ ທີ່ຈະລະວັງຕົນ
ເອງ.

ທ່ານ Mohamed Saliou Camara ປະທານພະແນກການສຶກສາ ອາຟຣິກາ ທີ່ມະຫາ
ວິທະຍາໄລ Haward ກ່າວວ່າ “ລັດຖະບານຫຼາຍປະເທດບໍ່ໄດ້ອອກໄປຊອກຫາໝູ່. ພວກເຂົາເຈົ້າອອກໄປຊອກຫາຄູ່ຮ່ວມງານ ແລະ ພັນທະມິດ ເພື່ອປົກປ້ອງ ແລະ ພັດ
ທະນາຜົນປະໂຫຍດຂອງພວກເຂົາເຈົ້າ. ຄົນ ອາຟຣິກັນ ພາກັນນັ່ງຢູ່ບ່ອນນີ້ ແລະ
ເວົ້າວ່າ ຝຣັ່ງ ແມ່ນໝູ່ຂອງພວກເຮົາ, ອາເມຣິກາ ແມ່ນໝູ່ຂອງພວກເຮົາ, ຈີນ ແມ່ນ
ໝູ່ຂອງພວກເຮົາ ແລະ ຕໍ່ໆໄປ. ຂ້າພະເຈົ້າຢ້ານວ່າ ພວກເຮົາໄດ້ເຮັດໃຫ້ທະວີບຂອງ
ພວກເຮົາເອງ ກາຍເປັນໝາກບານປິ່ງປ່ອງໄປ.”

ທ່ານ Camara ກ່າວວ່າ ສຳລັບລັດຖະບານທ່ານ ທຣຳ ແລ້ວ ມັນມີຄວາມເປັນທີ່ຕ້ອງ
ໃຊ້ພາສາໃໝ່.

ທ່ານ Mohamed Salious Camara ກ່າວວ່າ “ທ່ານ ດໍໂນລ ທຣຳ ແມ່ນນັກທຸລະກິດ
ແລະ ປະທານາທິບໍດີ ສະຫະລັດ ເພາະສະນັ້ນ ໄປ໋ໄປລົມເລື່ອງທຸລະກິດກັບທ່ານ
ດໍໂນລ ທຣຳ ເທາະ ວ່າມັນຈະມີຫຍັງເກີດຂຶ້ນ. ໄປ໋ ເຮົາມາພາກັນໄປລົມເລື່ອງທຸລະ
ກິດກັບ ຈີນ.”

A leading U.S. congressman is urging the Trump administration to stay engaged in Africa, especially as famine, poltical instability and terrorism impact several countries. House Foreign Affairs Committee Chairman Ed Royce points to Africa's one billion consumers as potential markets for US products and projects. VOA 's Mariama Diallo reports.


Three of the world's 10 fastest growing economies are in Africa. IMF figures show two more are just outside the top 10. This makes U.S. engagement in Africa more critical than ever.

((REP. ED ROYCE, CHAIRMAN, HOUSE FOREIGN AFFAIRS COMMITTEE))
"Our engagement with Africa is in the strategic interest of the U.S. not only to address urgent humanitarian aid but also to advance our economic interests, our political interests, our security interests.Now is not the time to pull back."


Especially when countries like China are investing heavily in Africa.
((REP. ED ROYCE, CHAIRMAN, HOUSE FOREIGN AFFAIRS COMMITTEE))
"According to a recent news report, 'Chinese engagement with the continent may be the largest global trade and investment spree in history.' Simply put, the U.S. cannot get caught watching from the sidelines here."


The U.S. Congress did pass the 'Electrify Africa Act' in 2016 to boost electricity projects on the continent. It also re-authorized the African Growth and Opportunity Act to increase trade and investments between Africa and the U.S.
((MARK GOLIATH, INDUSTRIAL DEVELOPMENT CORP. (IDC), SOUTH AFRICA))
"Within Africa, the AGOA agreement has definitely offered African countries an opportunity and countries such as Ethiopia, and Kenya, Mauritius, Lesotho and Swaziland, they have all embraced that and have quite strong export markets to America."


But whether it's partnering with the U.S., China or others, experts say it is time for Africa to lookout for itself.
((MOHAMED SALIOU CAMARA, CHAIR, AFRICAN STUDIES DEPT., HOWARD UNIVERSITY))

"Governments are not out to look for friends. They are out to look for partners and allies to protect and advance their interests. Africans are seating here and saying France is our friend, America is our friend, China is our friend and so on; I am afraid we have allowed ourselves as a continent to be a pingpong ball."

And as far as the Trump administration is concerned, says Camara, a new language is needed.

((MOHAMED SALIOU CAMARA, CHAIR, AFRICAN STUDIES DEPT., HOWARD UNIVERSITY))

"Donald Trump is a businessman and the U.S. president, let's talk business to Donald Trump and let's see what's going to happen. Let's talk business to China."

XS
SM
MD
LG