ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມວຸ້ນວາຍໃນເອກົວດໍ


ປະທານາທິບໍດີເອກົວດໍ ທ່ານ Rafael Correa ຖະແຫຼງລະຫວ່າງ ການພົບປະ ກັບລັດຖະມົນຕີ ຕ່າງປະເທດ ຂອງບັນດາປະເທດ ໃນ ອະເມຣິກາໃຕ້ ທີທຳນຽບ ລັດຖະບານ ໃນນະຄອນຫຼວງກີໂຕ້ (1 ຕຸລາ 2010)
ປະທານາທິບໍດີເອກົວດໍ ທ່ານ Rafael Correa ຖະແຫຼງລະຫວ່າງ ການພົບປະ ກັບລັດຖະມົນຕີ ຕ່າງປະເທດ ຂອງບັນດາປະເທດ ໃນ ອະເມຣິກາໃຕ້ ທີທຳນຽບ ລັດຖະບານ ໃນນະຄອນຫຼວງກີໂຕ້ (1 ຕຸລາ 2010)

ພາວະສຸກເສີນຍັງສືບຕໍ່ມີຜົນບັງຄັບໃຊ້ ຢູ່ປະເທດເອກົວດໍ ຫຼັງຈາກພວກທະຫານໄດ້ບຸກເຂົ້າ ໄປຊ່ອຍ ເອົາປະທານາທິບໍດີ Rafael Correa ອອກມາຈາກການກໍ່ກະບົດ ຂອງຕຳຫຼວດ ໃນມື້ວັນພະຫັດ ທີ່ໄດ້ລະເບີດກາຍເປັນການປະທະກັນ ຢູ່ຕາມຖະໜົນຫົນທາງ ແລະເຮັດ ໃຫ້ມີຜູ້ເສຍຊີວິດ 8 ຄົນ.

ປະທານາທິບໍດີ Correa ເອີ້ນການກໍ່ກະບົດນີ້ວ່າ ເປັນການພະຍາຍາມ ຫາທາງໂຄ່ນລົ້ມ ລັດຖະບານຂອງທ່ານ. ນອກນັ້ນ ທ່ານຍັງໄດ້ກ່າວຫາ ພວກສະໜັບສະໜຸນ ອະດີດປະທາ ນາທິບໍດີ Lucio Gutierrez ວ່າເປັນຜູ້ຍຸແຍ່ໃຫ້ເກີດຄວາມຮຸນແຮງ ຊຶ່ງທ່ານ Gutierrez ເອງ ໄດ້ປະຕິເສດ ກ່ຽວກັບເລື່ອງນີ້.

ໃນລະຫວ່າງທີ່ເກີດຄວາມຮຸນແຮງນັ້ນ ຕຳຫຼວດທີ່ມີຄວາມໂກດແຄ້ນ ກ່ຽວກັບຂໍ້ສະເໜີ ໃຫ້ຕັດເງິນເດືອນ ແລະຜົນປະໂຍດຂອງພວກເຂົາເຈົ້ານັ້ນ ໄດ້ເຂົ້າຢຶດເອົາສະໜາມບິນ ໃຫຍ່ສຸດຂອງເອກົວດໍ ແລະອັດທາງຫຼວງສາຍຕ່າງໆ. ທ່ານ Correa ໄດ້ຕົກຄ້າງຢູ່ທີ່ ໂຮງພະຍາບານແຫ່ງນຶ່ງ ເປັນເວລາຫຼາຍຊົ່ວໂມງ ບ່ອນທີ່ທ່ານໄດ້ເຂົ້າໄປຫຼົບລີ້ ຫຼັງຈາກ ລະເບີດນໍ້າຕາລູກນຶ່ງໄດ້ແຕກຂຶ້ນໃກ້ໆໜ້າຂອງທ່ານ.

ພວກທະຫານໄດ້ບຸກເຂົ້າໄປຊ່ອຍທ່ານອອກມາຈາກໂຮງພະຍາບານດັ່ງກ່າວ ແລະສົ່ງທ່ານ ໄປຍັງທຳນຽບປະທານາທິບໍດີ ບ່ອນທີ່ທ່ານ Correa ໄດ້ຖະແຫຼງຕໍ່ພວກສະໜັບສະໜຸນທີ່ ພາກັນໂຮ່ຮ້ອງວ່າ ທ່ານຂໍສະແດງຄວາມຮູ້ບຸນຄຸນ ຕໍ່ພວກທີ່ໄດ້ລຸກຂຶ້ນຕ້ານຢັນກັບການກໍ່ ກະບົດຂອງຕຳຫຼວດ.

XS
SM
MD
LG