ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງຂອງຕຳຫຼວດ ທີ່ເອກົວດໍ


ທະຫານຢືນຍາມ ຢູ່ຕໍ່ໜ້າທຳນຽບປະທານາທິບດໍີ ໃນນະຄອນຫຼວງກີໂຕ້ (1 ຕຸລາ 2010)
ທະຫານຢືນຍາມ ຢູ່ຕໍ່ໜ້າທຳນຽບປະທານາທິບດໍີ ໃນນະຄອນຫຼວງກີໂຕ້ (1 ຕຸລາ 2010)

ທະຫານເອກົວດໍ ໄດ້ບຸກເຂົ້າໄປຊ່ອຍ ປະທານາທິບໍດີ Rafael Correa ອອກມາຈາກ ໂຮງພະຍາບານແຫ່ງນຶ່ງ ບ່ອນທີ່ທ່ານໄດ້ໄປຫຼົບລີ້ ຫຼັງຈາກໄດ້ເກີດການປະເຊີນໜ້າ ກັບພວກຕຳຫຼວດທີ່ມີຄວາມໂກດແຄ້ນຍ້ອນຜົນປະໂຫຍດ ຂອງພວກເຂົາເຈົ້າຖືກຕັດ.

ການປະຕິບັດງານກູ້ໄພ ຂອງພວກທະຫານໄດ້ເຮັດໃຫ້ການ ກໍ່ຄວາມຮຸນແຮງທີ່ດຳເນີນມາຕະຫຼອດມື້ ຊຶ່ງເປັນເຫດໃຫ້ ຕຳຫຼວດ 2 ຄົນເສຍຊີວິດ ທີ່ນະຄອນຫຼວງ Quito ໃນ ມື້ວານນີ້ ສິ້ນສຸດລົງ. ທ່ານ Correa ໄດ້ພົບປະກັບພວກ ປະທ້ວງກຸ່ມນຶ່ງ ຢູ່ນອກປ້ອມຕຳຫຼວດ ເວລາມີການໃຊ້ກຳ ລັງແລະຍິງລະເບີດນໍ້າຕາ ເຂົ້າໃສ່ທ່ານ. ຫຼັງຈາກໄດ້ທ້າ ໃຫ້ພວກປະທ້ວງສັງຫານທ່ານ ພວກຜູ້ຊ່ອຍຂອງທ່ານ ກໍໄດ້ພາທ່ານໄປລີ້ຢູ່ທີ່ ໂຮງພະຍາບານ.

ການປິດລ້ອມສິ້ນສຸດລົງ ເວລາພວກທະຫານໄດ້ບຸກເຂົ້າ ໄປ ໃນໂຮງພະຍາບານ ແລະຍິງຕໍ່ສູ້ ກັບພວກຕຳຫຼວດ ທີ່ກໍ່ກະບົດ.

ຫຼາຍໆຊົ່ວໂມງຕໍ່ມາ ຫຼັງຈາກໄດ້ຖືກຊ່ອຍອອກມາຈາກໂຮງພະຍາບານແລ້ວນັ້ນ ປະທານາ ທິບໍດີ Correa ກໍໄດ້ອອກມາຢືນຢູ່ທີ່ລະບຽງ ຂອງທຳນຽບປະທານາທິບໍ ແລະກ່າວຕໍ່ຝູງ ຊົນທີ່ສະໜັບສະໜຸນທ່ານວ່າ ທ່ານຂໍສະແດງຄວາມຮູ້ບຸນຄຸນ ຕໍ່ພວກທີ່ໄດ້ລຸກຂຶ້ນ ຕ້ານຢັນ ກັບການກໍ່ກະບົດ.

XS
SM
MD
LG