ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ໃຊ້ໂຕ​ເລກເສດ​ຖະ​ກິດ ທີ່​ເຂັ້ມ​ແຂງ ເພື່ອດຶງ​ດູດ​ເອົາຄົນ ມາສະ​ໜັບ ​ສະ​ໜຸນ​ທ່ານ ໃນ​ການ​ເລືອກ​ຕັ້ງ ປີໜ້າ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່​ວມ​ງານ​ໂຮມ​ຊຸມ​ນຸມ ຮັກ​ສາ​ອາ​ເມ​ຣິ​ກາໃຫ້​ດີ​ເລີດ​ຕໍ່​ໄປ ຢູ່​ໃນ​ເມືອງ Lexington, ລັດເຄັນ​ຕັກ​ກີ, ໃນ​ວັນ​ທີ 4 ພະ​ຈິກ, 2019 (ຖ່າຍ​ໂດຍ Yuri Gripas, ນັກ​ຂ່າວ​ຂອງ​ອົງ​ການ​ຂ່າວຣອຍເຕີ)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່​ວມ​ງານ​ໂຮມ​ຊຸມ​ນຸມ ຮັກ​ສາ​ອາ​ເມ​ຣິ​ກາໃຫ້​ດີ​ເລີດ​ຕໍ່​ໄປ ຢູ່​ໃນ​ເມືອງ Lexington, ລັດເຄັນ​ຕັກ​ກີ, ໃນ​ວັນ​ທີ 4 ພະ​ຈິກ, 2019 (ຖ່າຍ​ໂດຍ Yuri Gripas, ນັກ​ຂ່າວ​ຂອງ​ອົງ​ການ​ຂ່າວຣອຍເຕີ)

ໃນ​ຂະ​ນະ​ທີ່​ປີ 2019 ກຳ​ລັງ​ຈະ​ສິ້ນ​ສຸດ​ລົງນີ້, ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດກໍ​ໄດ້ສະ​ແດງ​ໃຫ້​ເຫັນ​ໂຕ​ເລກ​ທີ່​ເຂັ້ມແຂງ​ຫລາຍ​ຢ່າງ ຊຶ່ງ​ເປັນ​ຈຸດ​ສູງ​ສຸດຂອງ​ການ​ຂະ​ຫຍາຍ​ໂຕ ຕະ​ຫລອດໄລ​ຍະ 11 ປີ ​ຢ່າງ​ເປັນ​ປະ​ຫວັດ​ການ. ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳໃຫ້​ເຫດ​ຜົນ​ວ່າ ເພາະ​ສະ​ນັ້ນ​ຫລະ ທ່ານ​ສົມ​ຄວນ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄືນ​ໃຫ້​ເຂົ້າດຳ​ລົງ​ຕຳ​ແໜ່ງອີກ​ຕໍ່​ໄປໃນ​ປີ 2020 ນີ້. ແຕ່​ວ່າ ດັ່ງ​ທີ່ Ardita Dunellari, ນັກ​ຂ່າວ​ວີ​ໂອ​ເອ​ ອະ​ທິ​ບາຍ​ວ່າ ມີ​ໄພ​ອັນ​ຕະ​ລາຍ​ຢູ່​ຂ້າງ​ໜ້ານີ້ ທີ່​ອາດຈະ​ເຮັດ​ໃຫ້ທັງ​ເສດ​ຖະ​ກິດແລະ​ການ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ພົບ​ອຸ​ປະ​ສັກ ກໍ​ເປັນ​ໄດ້. ​ບົວ​ສະຫວັນຈະ​ນຳເອົາລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ມາ​ສະ​ເໜີ​ທ່ານໃນອັນ​ດັບ​ຕໍ່​ໄປ.


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ດີ້ນ​ຮົນ​ຕໍ່​ສູ້​ກັບ​ຂັ້ນ​ຕອນ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນຢູ່ ແຕ່ວ່າ ຢູ່​ເຂດນອກຂອງ​ນະ​ຄອນ​ຫລວງ ນັ້ນ ທ່ານ​ທ​ຣຳ​ຫວັງ​ວ່າ ຊາວ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່ກຳ​ລັງ​ເພັ່ງ​ເລັງ​ໃສ່ລາ​ຄາ​ຕະ​ຫລາດ​ຫຸ້ນ​ທີ່ຂຶ້ນ​ສູງ​ຢ່າງ​ເປັນ​ປະ​ຫວັດ​ການຂອງ​ປະ​ເທດ.

ທ່ານປະ​ທາ​ນາ​ທິ​ບໍ​ດີທ​ຣຳກ່າວ​ດັ່ງ​ນີ້:
"ພວກ​ເຮົາ​ໄດ້​ເລີ້ມ​ມີ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ​ທີ່​ພຸ້ງ​ສູງ​ຂຶ້ນແບບ​ທີ່ ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ."

ຖ້ອຍ​ຄຳ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຮັບ​ຄວາມ​ເຊື່ອ​ຖື​ສູງ​ຂຶ້ນໂດຍມີ​ຂໍ້​ມູນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອັດ​ຕາ​ໄພ​ຫວ່າງ​ງານ​ຫລຸດ​ລົງ​ສູ່ຈຸດ 3.5 ເປີ​ເຊັນ ຊຶ່ງ​ເປັນ​ອັດ​ຕາ​ຕ່ຳ​ຢູ່ໃນ​ຮອບ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ.

ສະ​ພາບ​ການນັ້ນ ອາດ​ຈະ​ຊ່ວຍ​ໃຫ້​ທ່ານ​ທ​ຣຳ ສາ​ມາດ​ເຊື່ອມ​ຕໍ່​ຫາ​ພວກປ່ອນ​ບັດ ໄດ້, ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານມາກ​ຄ໌ ແຮມ​ຣິກ​ຄ໌ (Mark Hamrick), ນັກ​ເສດ​ຖະ​ສາດ​ທ່ານ​ນຶ່ງ.

ທ່ານແຮມ​ຣິກ​ຄ໌ (Hamrick), ນັກວິ​ເຄາະ​ເສດຖະກິດ​ລະ​ດັບ​ສູງ​ຢູ່​ບໍ​ລິ​ສັດ Bankrate.com ກ່າວ​ດັ່ງ​ນີ້:
"ປະ​ທາ​ນາ​ທິ​ບໍ​ດີໄດ້​ຮັບ​ຄຸນ​ງາມ​ຄວາມ​ດີ ແລະປະ​ທາ​ນາ​ທິ​ບໍ​ດີກໍ​ໄດ້​ຖືກ​ຕຳ​ໜິ ເມື່ອ​ເສດ​ຖະ​ກິດ​ຂະ​ຫຍາຍ​ໂ​ຕ​ດີ ຫລືບໍ່ດີ."

ແຕ່​ວ່າ ເສດ​ຖະ​ກິດກຳ​ລັງ​ຂະ​ຫຍາຍ​ໂຕ​ດີຢູ່ບໍ ດຽວນີ້?
ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ພາ​ກັນ​ເວົ້າ​ວ່າ ຄວາມ​ແຕກ​ໂຕນ​ກັນ​ໃນ​ດ້ານຄ່າ​ແຮງ ແລະ​ຊ່ອງ​ຫວ່າງ​ທີ່​ນັບ​ມື້ນັບ​ເລິກ​ເຂົ້າ​ໄປ ລະ​ຫວ່າງ​ຄົນ​ຮັ່ງກັບ​ຄົນ​ທຸກ ເປັນ​ສິ່ງ​ທີ່​ປະ​ທາ​ນາ​ທ​ບໍ​ດີ​ທ​ຣຳບໍ່​ໄດ້ໃຫ້​ຄວາມ​ສົນ​ໃຈ ເລີຍ.

ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລີ​ຊາ​ເບັດ ວໍເຣນ (Elizabeth Warren), ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ:
"ຂ້າ​ພະ​ເຈົ້າ​ຄິດ​ວ່າ ຈຸດທີ່ອ​າ​ເມ​ຣິ​ກາ​ຢູ່​ໃນ​ເວ​ລານີ້ ແມ່ນ​ຈຸດ​ທີ່​ພວກ​ຢູ່​ບ່ອນ​ສູງ​ສຸດ ມີ​ແຕ່ພາ​ກັນ​ດູດ​ເອົາ​ຄວາມ​ຮັ່ງ​ມີ​ໄປ​ໝົດ ແລະ​ປະ​ປ່ອຍ​ຄົນ​ອື່ນໆ ທຸກ​ຄົນໃຫ້​ຢູ່​ຄ້າງ​ຢູ່ທາງ​ຫລັງ."

ບັນ​ດາ​ຜູ້​ປ່ອນ​ບັດ​ທັງ​ຫລາຍ ຕ້ອງ​ໄດ້​ທຳ​ການ​ຕັດ​ສິນ​ວ່າ​ຜູ້​ໃດ​ເວົ້າ​ຖືກ​ໃນ​ເດືອນ​ພະ​ຈິກ​ໜ້ານີ້.

ແຕ່​ໃນ​ຂະ​ນະ​ດຽວ​ກັນ ມັນ​ກໍຍັງ​ມີ​ຄວາມບໍ່​ແນ່ນອນ​ຫລາຍ​ຢູ່​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ​ການ​ເຈ​ລະ​ຈາກັບປະ​ເທດ​ຄູ່ຄ້າ ເຊັ່ນ​ຈີນ ທີ່ກຳ​ລັງ​ດຳ​ເນີນ​ໄປ​ຢູ່ນີ້, ທີ່​ພວກ​ນັກ​ວິ​ເຄະ​ເຫດ​ການ​ເຕືອນ​ວ່າ​ມັນ​ເຮັດ​ໃຫ້​ບັນ​ດາ​ຜູ້​ລົງ​ທຶນ​ທັງ​ຫລາຍຢູ່​ໃນ​ສະພາ​ວະ​ຫວັ່ນ​ວິ​ຕົກ​ຢູ່.

ທ່ານແຮມ​ຣິກ​ຄ໌ (Hamrick) ກ່າວ​ຕໍ່​ໄປ​ວ່າ:
"ຄວາມ​ເປັນ​ຈິງ​ກໍ​ຄືວ່າ ພວກ​ເຮົາ​ຍັງ​ມີ​ອັດ​ຕາ​ພາ​ສີ​ທີ່ຢູ່​ໃນ​ຫັ້ນ, ຍັງ​ມີ​ໄພ​ຂົ່ມ​ຂູ່​ຈາກອັດ​ຕາ​ພາ​ສີທີ່​ຈະ​ອອກ​ມາເພີ້ມ​ອີກ​ຢູ່. ແລະ​ຍັງ​ມີການ​ເພີ້ມ​ຂຶ້ນ ​ໃນ​ການ​ຂັດ​ແຍ້ງ ທາງການ​ຄ້າທີ່​ດຽວນີ້​ສາ​ມາດ​ຈະ​ມີ​ຂຶ້ນ​ໃນ​ອາ​ນາ​ຄົດ​ອັນ​ໃກ້​ນີ້ ລະ​ຫວ່າງສະ​ຫະ​ລັດ​ກັບຝ​ຣັ່ງ ດັ່ງ​ນີ້​ເປັນ​ຕົ້ນ."

ໃນ​ຂະ​ນະ​ທີ່​ປີ​ແຫ່ງ​ການ​ເລືອກ​ຕັ້ງ​ທີ່ເປັນ​ການ​ຕັດ​ສິນ​ຊີ້​ຂາດ​ຫຍັບ​ໃກ້​ເຂົ້າ​ມາຢູ່ນັ້ນ, ຄຳ​ຖາມກ່ຽວ​ກັບຄວາມ​ເຂັ້ມ​ແຂງທາງ​ເສດ​ຖະ​ກິດຂອງ​ສະ​ຫະ​ລັດ ແລະ ຄວາມບໍ່​ສະ​ເໝີ​ພາບ​ກັນ​ໃນ​ດ້ານ​ລາຍ​ໄດ້ ອາດ​ຈະ​ເປັນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຢູ່​ໃນ​ປະ​ເທດ ທີ່​ຍັງມີ​ຄວາມເຫັນ​ອັນ​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງ ​ກ່ຽວ​ກັບ​ການ​ນຳ​ພາ​ຂອງ​ປະ​ເທດຢູ່​ໃນ​ປັດ​ຈຸ​ບັນ​ນີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

ອ່ານ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

As 2019 draws to a close, the U.S. economy is posting strong numbers, capping a remarkable 11-year streak of expansion. President Donald Trump argues that's why he deserves to win reelection in 2020. But as VOA's Ardita Dunellari explains, there are dangers ahead that could rattle both the economy and the president's reelection message.

President Donald Trump is battling against the impeachment proceedings in Washington, but outside of the capital, Trump hopes most Americans are focused on the country's record-high stock prices.
President Donald Trump:
"We have launched an economic boom the likes of which we have never seen before."

The president's message received a boost with data showing that unemployment rates have dropped to 3.5% -- a half-century low.
That could help Trump connect with voters, says economist Mark Hamrick.
Mark Hamrick, Senior Economic Analyst, Bankrate.com:

"The president gets the credit and the president gets the blame when the economy is performing well or not."

But is the economy performing well?
Democratic presidential candidates say wage disparities and the deepening gap between rich and poor are problems that President Trump is ignoring.
Sen. Elizabeth Warren, Democratic Presidential Candidate:

"I think where we are in America right now, is it's those at the top who are just sucking up all the wealth and everybody else who is left behind."

Voters get to decide who is right in November.
But in the meantime, there remains lots of uncertainty about the economy and the administration's ongoing negotiations with trading partners like China, which analysts warn is keeping investors on edge.
Mark Hamrick, Senior Economic Analyst, Bankrate.com:

"The reality is that we still have tariffs in place, there is still a threat of more tariffs coming on. And there's also an escalation of trade disputes that's in the offing now between the U.S. and France, for example."

As a decisive election year draws closer, questions about
the American economy's strength and income inequality could be decisive factors in a country that remains deeply divided over its current leadership.

XS
SM
MD
LG