ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນປະໂຫຍດທາງດ້ານເສດຖະກິດ ຫຼືຄວາມເສຍປຽບ ໃນລະຫວ່າງທີ່ ອິນເດຍ ກາຍມາເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ


Economic Dividend or Disadvantage as India Becomes World’s Most Populous Country This Year
please wait

No media source currently available

0:00 0:03:03 0:00

ລາຍງານກ່ຽວກັບ ຜົນປະໂຫຍດທີ່ໄດ້ ຫຼືຄວາມເສຍປຽບ ຢູ່ໃນລະບົບເສດຖະກິດ ຈາກການກາຍເປັນປະເທດ ທີ່ມີຈໍານວນປະຊາກອນທີ່ເພີ້ມຫຼາຍທີ່ສຸດໃນໂລກຂອງ ອິນເດຍ.

ປະຊາກອນຂອງອິນເດຍ ຄາດວ່າ ຈະມີຫຼາຍກວ່າປະຊາກອນຂອງຈີນ ໃນປີນີ້, ອີງຕາມລາຍງານຂອງອົງການສະຫະປະຊາຊາດ. ບັນດານັກວິເຄາະກ່າວວ່າ ເຖິງແມ່ນສິ່ງນີ້ຈະເປັນໂອກາດທີ່ຈະເກັບກ່ຽວຜົນປະໂຫຍດຈາກສະຖິ ຕິຈໍານວນປະຊາກອນ, ແຕ່ສ່ວນຫຼາຍກໍຈະຂຶ້ນຢູ່ກັບວິທີທີ່ອິນເດຍຫາປະໂຫຍດຈາກໂຕເລກຂອງພວກເຂົາເຈົ້າ, ໂດຍສະເພາະແມ່ນຈໍານວນປະຊາກອນທີ່ຍັງ ໜຸ່ມຈໍານວນຫຼາຍ. ອັນຈານາ ພາຣິສຊາ (Anjana Pasricha) ມີລາຍງານກ່ຽວກັບເລື້ອງນີ້ ຈາກນະຄອນນິວເດລີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈໍານວນແອນ້ອຍທີ່ເກີດໃໝ່ໃນປີນີ້ ຈະເຫັນວ່າ ອິນເດຍ ກາຍມາເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ນັກຊ່ຽວຊານບາງຄົນກ່າວວ່າ ອາດຈະມີຈໍານວນຫຼາຍກວ່າໝູ່ແລ້ວ ລຸນຫຼັງທີ່ຈີນ ລາຍງານ ໃນເດືອນນີ້ວ່າ ຈໍານວນປະຊາ ກອນຂອງພວກເຂົາຫຼຸດລົງ.

ທ່ານນາງປູນານ ມຸດເທຣຈາ (Poonan Muttreja), ຜູ້ອໍານວຍການໃຫຍ່ຂອງມູນນິທິປະຊາກອນອິນເດຍ ກ່າວວ່າ:

“ມັນບໍ່ແມ່ນເລື້ອງທີ່ບໍ່ໄດ້ຄາດການ. ພວກເຮົາຮູ້ວ່າ ປະຊາກອນຂອງພວກເຮົາຈະຕ້ອງມີຫຼາຍກວ່າຈີນ ພາຍໃນປີ 2027, ແຕ່ ເນື່ອງຈາກການເລັ່ງຈໍາກັດເພື່ອຫຼຸດຈໍານວນປະຊາກອນຂອງຈີນລົງຈຶ່ງເຮັດໃຫ້ຈໍານວນໂຕເລກຂອງປະຊາກອນ ພວກເຮົາເພີ້ມໄວຂຶ້ນ.”

ປະເທດທັງສອງ ເປັນບ່ອນຢູ່ອາໄສຂອງປະຊາກອນ ຈໍານວນ 1.4 ຕື້ຄົນ. ແຕ່ການແຊງໜ້າ ຈີນ ມັນບໍ່ແມ່ນພຽງແຕ່ໂຕເລກເທົ່ານັ້ນ, ແຕ່ເປັນການປ່ຽນແປງຂະໜາດໃຫຍ່ ຂອງສະຖິຕິປະຊາກອນ ທີ່ມີຄວາມໝາຍສໍາຄັນທີ່ສຸດ. ໃນຂະນະທີ່ຈໍານວນປະຊາກອນຂອງຈີນມີທັງຫຼຸດລົງ ແລະມີອາຍຸຫຼາຍຂຶ້ນ, ແຕ່ເກືອບເຄິ່ງນຶ່ງຂອງປະຊາກອນອິນເດຍ ຊໍ້າພັດມີອາຍຸຕໍ່າກວ່າ 25 ປີ. ບັນດາຄົນໜຸ່ມນ້ອຍເຫຼົ່ານີ້ ແມ່ນຕະຫຼາດ ທີ່ພົ້ນເດັ່ນຂະໜາດໃຫຍ່ ທີ່ຈະດຶງດູດຄວາມສົນໃຈຕໍ່ການລົງທຶນລະດັບໂລກ, ແລະເປັນແຫຼ່ງ ລວມຄວາມສາມາດພິເສດຕ່າງໆ ໃນລະ ຫວ່າງທີ່ຫຼາຍໆປະເທດທົ່ວໂລກ ກໍາລັງຊຸດໂຊມລົງ.

ທ່ານ S.Y ກູຣາຍຊີ (Quraishi), ອະດີດກໍາມາທິການການເລືອກຕັ້ງ, ເຊິ່ງເປັນຜູ້ຂຽນກ່ຽວກັບເລື້ອງຂອງປະຊາກອນ ກ່າວວ່າ:

“ພວກເຮົາເປັນຕະຫຼາດໃຫຍ່ທາງດ້ານການບໍລິໂພກ, ແລະພວກເຮົາກໍຍັງເປັນ ແຫຼ່ງສະໜອງກໍາລັງແຮງງານ ທີ່ຜ່ານການຝຶກອົບຮົມທີ່ໃຫຍ່ທີ່ສຸດ.”

ແຕ່ຈໍານວນໂຕເລກ ຍັງເປັນສິ່ງທີ່ໜ້າກັງວົນຫຼາຍ, ປະຊາກອນຢູ່ໃນຊ່ວງອາຍຸເຮັດວຽກຂອງອິນເດຍ ອາດຈະມີຮອດ 1 ຕື້ຄົນກ່ອນໝົດທົດສະວັດນີ້, ເຊິ່ງໄດ້ສ້າງຄວາມກັງວົນຫຼາຍວ່າ ບັນດາຄົນໜຸ່ມນ້ອຍຈໍານວນຫຼາຍຢູ່ໃນປະເທດ ອາດຈະປະເຊີນກັບບັນຫາການຫວ່າງງານສູງ.

ອັນໂມລ ເຈນ (Anmol Jain), ເຊິ່ງເປັນນັກສຶກສາມະຫາວິທະຍາໄລ ກ່າວວ່າ:

“ແຮງຫຼາຍຄົນບໍ່ມີວຽກເຮັກຫຼາຍປານໃດ, ແຮງມີການແຂ່ງຂັນຫຼາຍຂຶ້ນເທົ່ານັ້ນ. ສະນັ້ນ, ມັນບໍ່ງ່າຍເລີຍທີ່ຈະມີວຽກເຮັດງານທໍາ.”

ບາງຄົນກ່າວວ່າ ຄົນໜຸ່ມນ້ອຍ ຄືໂຕແທນຂອງຄວາມມີພະລັງ ແລະໂອກາດ.

ອາເຣັນ ກູເລຍ (Aaren Gulia), ນັກສຶກສາມະຫາວິທະຍາໄລ ກ່າວວ່າ:

“ຜູ້ທີ່ມີຄວາມຈໍາຍັງໜຸ່ມນ້ອຍ ແຮງມີຫຼາຍຄວາມຄິດເຫັນ ແລະແຜນການ, ເຊິ່ງທາງອອກກໍຄື ຜູ້ປະກອບການ. ຜູ້ຄົນທັງຫຼາຍຄືຂ້ອຍ ແມ່ນມີຄວາມຄິດຫຼາຍ. ຂ້ອຍບໍ່ມີຄວາມຄິດເຫັນທີ່ແຈ່ມແຈ້ງ ແລະແນ່ນອນ, ແຕ່ຖ້າຄົນໜຸ່ມອິນເດຍ ມີຫຼາຍໆຄວາມຄິດ ພວກເຮົາກໍສາມາດໄປຕາມເສັ້ນທາງທີ່ພວກເຮົາວາງເອົາໄວ້ໄດ້.”

ເພື່ອໃຫ້ບັນລຸປະສິດທິພາບດັ່ງກ່າວນັ້ນ, ບັນດານັກຊ່ຽວຊານເນັ້ນຢໍ້າ ກ່ຽວກັບຄວາມຈໍາເປັນສໍາລັບຜູ້ທີ່ກໍານົດນະໂຍບາຍ ເພື່ອປັບປຸງການເຂົ້າເຖິງລະບົບການສຶກສາ, ເຊິ່ງມີພຽງປະມານ 5 ເປີເຊັນຂອງແຮງງານພາຍໃນປະເທດເທົ່ານັ້ນ ທີ່ໄດ້ຜ່ານການຝຶກອົບຮົມຝືມືຢ່າງເປັນທາງການ.

ທ່ານນາງປູນານ ມຸດເທຣຈາ, ຜູ້ອໍານວຍການໃຫຍ່ຂອງມູນນິທິປະຊາກອນອິນເດຍ ກ່າວວ່າ:

“ມີສອງສິ່ງທີ່ພວກເຮົາຕ້ອງດໍາເນີນການ, ນຶ່ງ ຄືການຝຶກອົບຮົມວິຊາຊີບໃຫ້ແກ່ຄົນລຸ້ນໃໝ່, ອີກອັນນຶ່ງແມ່ນ ສົ່ງເສີມທັກສະຂອງບັນດາຜູ້ທີ່ບໍ່ມີວິຊາຊີບ ຢູ່ໃນລະດັບສູງ ໃຫ້ມັນດີຂຶ້ນ ເພື່ອໃຫ້ສາມາດເປັນຜູ້ຜະລິດ ຢ່າງມີປະສິດທິພາບ ທີ່ສົມບູນ. ເນື່ອງຈາກວ່າ ຖ້າພວກເຂົາເຈົ້າຫາກບໍ່ເປັນດັ່ງທີ່ກ່າວມານັ້ນ ມັນກໍຈະນໍາໄປສູ່ຄວາມຂັດແຍ້ງຢູ່ໃນສັງຄົມ, ມັນຈະເຮັດໃຫ້ບັນດາຄົນໜຸ່ມທັງຫຼາຍຫວ່າງງານ, ກາຍເປັນຄົນທີ່ໝົດກໍາລັງໃຈ ແລະກໍກາຍເປັນຄົນທີ່ບໍ່ມີຄວາມສຸກ.”

ບັນດານັກສຶກສາ ຍັງຕ້ອງການເປັນເຄື່ອງມືທີ່ດີກວ່ານີ້ ເພື່ອຜົນປະໂຫຍດຈາກການຂະຫຍາຍຕົວ ຢູ່ໃນລະບົບເສດຖະກິດຂອງປະເທດ.

ອິຊິຕາ ຊຸດ (Ishita Sud), ນັກສຶກສາມະຫາວິທະຍາໄລ ກ່າວວ່າ:

“ບາງທີ ກໍຄວນຈະສະໜອງທັກສະວິຊາຊີບຕ່າງໆທີ່ຖືກຕ້ອງໃຫ້ແກ່ພວກເຮົາ, ເນື່ອງຈາກປັດຈຸບັນນີ້ ສິ່ງທີ່ພວກເຮົາໄດ້ຮັບການສິດສອນ ຢູ່ໃນມະຫາວິທະຍາ ໄລ ກໍບໍ່ໄດ້ກ່ຽວຂ້ອງກັບວຽກອັນໃດ ຂອງພວກເຮົາເລີຍ.”

ອິນເດຍ ມີພຽງປ່ອງຢ້ຽມອັນແຄບໆສໍາລັບເກັບກ່ຽວຜົນປະໂຫຍດ ຈາກຄົນໜຸ່ມຂອງປະຊາກອນປະເທດຕົນ, ໃນຂະນະທີ່ປະຊາກອນ ຈະຍັງຄົງເພີ້ມຂຶ້ນໃນອີກສາມທົດສະວັດຕໍ່ໜ້າ. ບັນດາແມ່ຍິງກໍເລີ້ມມີລູກໜ້ອຍລົງ ເນື່ອງຈາກການເຂົ້າເຖິງການສຶກສາທີ່ເພີ້ມຂຶ້ນ ແລະລາຍໄດ້ທີ່ມີຫຼາຍຂຶ້ນ.

ນັ້ນກໍໝາຍຄວາມວ່າ ອິນເດຍ ກໍຈະເລີ້ມມີຄົນຊະລາ ໃນລັກສະນະທີ່ໄວຂຶ້ນກວ່າທີ່ຄາດການໄວ້ ຄືກັນກັບ ຈີນ.

India’s population is set to surpass China’s sometime this year according to the United Nations. Experts say while this represents an opportunity to reap a demographic dividend, much will depend on how India leverages its numbers, especially its massive population of young people. Anjana Pasricha has a report from New Delhi.

A baby born sometime this year will see India become the world’s most populous country. Some experts say that may already have happened after China reported this month that its population has shrunk.

Poonan Muttreja, Executive Director, Population Foundation of India

“It is not unexpected. We knew we are going to actually surpass China in (20)27 but because of the acceleration of decline in population in China, it’s happened faster.”

Both countries are home to about 1.4 billion people. But overtaking China is not just a number — it’s a hugely significant demographic shift. While China’s population is both declining and aging, nearly half of India is under 25 years of age. These young people are potentially a huge emerging market that will attract global investment, and a pool of talent at a time when many countries are greying.

S.Y. Quraishi, Former Election Commissioner, Author of The Population Myth

“We are a big market from the consumption side, and we are also the biggest suppliers of trained manpower.”

But the numbers are also daunting — India’s working-age population is set to hit the billion-mark before the end of the decade. That worries many young people in a country struggling with high unemployment rates.

Anmol Jain, College Student

“More people, less jobs, more competition, so it is not easy to get [a] job.”

Others say the young represent dynamism and opportunity.

Aaren Gulia, College Student

“The younger minds have more ideas. Entrepreneurship is the solution. People like me have ideas. I don’t have the capital obviously but if younger India has the ideas, we can carve our way through.”

To achieve that potential, experts stress the need for policy makers to improve access to quality education — only about 5% of the country’s workforce has undergone formal skills training.

Poonan Muttreja, Executive Director, Population Foundation of India

“There are two things to do. One is skilling the new generation, the other is to enhance the skills of those who don’t have top of the line skills to be totally productive ... because if they are not it would lead to social strife, it would lead to a lot of young, unemployed, frustrated, unhappy people.”

Students also want to be better equipped to benefit from the country’s growing economy.

Ishita Sud, College Student

“Maybe provide us the right skills, because right now what we are being taught in college is not very relevant in our jobs.”

India only has a narrow window to reap an economic dividend from its young population — while it will continue growing for about three decades, women have begun having fewer children as access to education increases and incomes grow.

That means India, like China, will begin aging sooner rather than later.

XS
SM
MD
LG