ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄລບີເຣຍ ຍົກເລີກ ການກັກກັນ ຄຸຸ້ມ West Point ເພື່ອຍັບຍັ້ງ ການລະບາດ ຂອງອີໂບລາ ນັ້ນແລ້ວ (ວີດີໂອ)


ນະຄອນຫຼວງ ມອນໂຣເວຍ, ໄລບີເຣຍ
ນະຄອນຫຼວງ ມອນໂຣເວຍ, ໄລບີເຣຍ

ລັດຖະບານ​ໄລບີ​ເຣຍ ​ໄດ້ຍົກ​ເລີກ​ການກັກ​ສະຖານທີ່​ຢູ່​ໃນ​ຄຸ້ມ
​ຄົນທຸກ​ຈົນເຂດ​ນຶ່ງ ​ໃນ​ນະຄອນຫຼວງມອນ​ໂຣ​ເວ​ຍ ​ໃນ​ຄວາມ​ພະ
ຍາຍາມ​ເພື່ອ​ຍັບ​ຍັ້ງ​ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ລັດຖະບານ​ໄດ້​ຍົກຍ້າຍອອກສິ່ງ​ກີດ​ກັນ​ທີ່​ໄດ້
​ຕັ້ງ​ຂຶ້ນຢູ່ອ້ອມຄຸ້ມ West Point ​ແຄມ​ທະ​ເລນັ້ນ ຊຶ່ງ​ໄດ້​ກະ​ຕຸ້ນ
​ໃຫ້​ມີ​ການສະ​ເຫຼີ​ມສະຫຼອງ​ຈາກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ ​ແລະ​ໄດ້
​ພາ​ໃຫ້​ພວກ​ເຈົ້າ​ຂອງ​ຮ້ານ​ຄ້າ​ຮ້ານ​ຂາຍ ​ເປີດ​ຮ້ານຂອງ​ເຂົາ​ເຈົ້າ​
ຄືນ.

ຕຳຫຼວດ​ປາບ​ການ​ຈະລາຈົນ ​ໄດ້​ປະ​ທະ​ກັນ​ກັບ​ພວກ​ປະຊາຊົນ​
ທ້ອງ​ຖິ່ນ ເວລາ​ລັດຖະບານ​ປະກາດ​ຫ້າມ​ຜູ້​ຄົນ​ເຂົ້າອອກ​ເຂດຄຸ້ມ​
ດັ່ງກ່າວ ​ເມື່ອ 10 ມື້​ຜ່ານມາ​ແລ້ວ​ນັ້ນ ພວກທີ່​ອາ​ໄສຢູ່​ໃນ​ຄຸ້ມ ​ພາກັນ​
ຢ້ານ​ກົວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຖືກ​ຕັດຂາດ ຈາກ​ການໄດ້​ຮັບ​ສະບຽງ​ເຂົ້າປາ​ອາຫານ​ແລະ​ນ້ຳ​ດື່ມ​ນ້ຳ​ໃຊ້.

ປະທານາທິບໍດີໄລ​ບີ​ເຣຍ ທ່ານ​ນາງ Ellen Johnson-Sirleaf ​ໄດ້ ສັ່ງ​ໃຫ້​ກັກປະຊາຊົນ​ ບໍ່​ໃຫ້​ເຂົ້າ​ອອກ ເຂດ​ຄຸ້ມ West Point ຫຼັງ​ຈາກ​ມີ​ການ​ບຸກ​ເຂົ້າ​ໄປປຸ້ນ​ເອົາ​ສິ່ງ​ຂອງ​ ໃນ​ສູນ​ປິ່ນປົວຜູ້​ຕິດເຊື້ອ​ອີ​ໂບລາ.

​ໃນ​ການ​ເຄື່ອນ​ໄຫວ​ອີກ​ອັນ​ນຶ່ງ ກີ​ນີ​ໄດ້​ປະກາດຫ້າມ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ ​ທີ່​ເມືອງ N’Zerekore ​ເມືອງ​ໃຫຍ່​ທີ​ສຸດ​ອັນ​ດັບ​ສອງ​ຂອງ​ປະ​ເທດ ຫຼັງ​ຈາກຊາວ​ເມືອງ​ພາກັນ​ອາ​ລະວາ​ດ​ແລະ​ທຳລາຍຕະຫຼາດ​ແຫ່ງ​ນຶ່ງ ຊຶ່ງ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ກວ່າ 20 ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ເຈົ້າໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ພວກ​ຊາວ​ເມືອງ​ເກີດ​ຄວາມ​ສັບສົນ ​ເວລາ​ພວກ​ພະນັກງານ​ຮັກສາ​ສຸຂະພາບພະຍາຍາມ​ຈະ​ສີດ​ຢາຂ້າ​ເຊື້ອ​ໂຣກ​ ຢູ່ໃນ​ຕະຫຼາດ​ນັ້ນ.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ມີປະຊາຊົນ​ຫຼາຍ​ກວ່າ 1500 ຄົນ​ແລ້ວ​ເສຍ​ຊີວິດ​ໄປ​ຍ້ອນ​ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ໄລ​ບີ​ເຣຍ ກີ​ນີ Sierra Leone ​ໄນ​ຈີ​ເຣຍ ​ແລະ​ເຊ​ເນ​ກາລ.

ຢາປ້ອງກັນເຊື້ອອີໂບລາ ອາດມີໃຫ້ທົດລອງກັບມະນຸດ ຢູ່ອາຟຣິກາຕາເວັນຕົກໄດ້
ພາຍໃນປີໜ້າ:

West Africa Ebola Vaccine Trials Possible by Early 2015
please wait

No media source currently available

0:00 0:02:59 0:00

XS
SM
MD
LG