ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຟຣິກາຕາເວັນຕົກ ດິ້ນຮົນຢ່າງໜັກ ເພື່ອຕໍ່ສູ້ ກັບການລະບາດຂອງ ເຊື້ອໄວຣັສ ອີໂບລາ (ວີດີໂອ)


ຮູບພາບ ປ. Ellen Johnson Sirleaf ແຫ່ງໄລບີເຣຍ, ຊ້າຍ,
ເຕືອນປະຊາຊົນ ກ່ຽວກັບເຊື້ອໄວຣັສ ອີໂບລາ ທີ່ນະຄອນຫຼວງ Monrovia, ວັນທີ 8 ສິງຫາ 2014.
ຮູບພາບ ປ. Ellen Johnson Sirleaf ແຫ່ງໄລບີເຣຍ, ຊ້າຍ, ເຕືອນປະຊາຊົນ ກ່ຽວກັບເຊື້ອໄວຣັສ ອີໂບລາ ທີ່ນະຄອນຫຼວງ Monrovia, ວັນທີ 8 ສິງຫາ 2014.

ປະທານາທິບໍດີ​ໄລ​ບີ​ເຣຍ ໄດ້ໃຫ້​ຄວາມ​ໝັ້ນ​ໃຈ​ອີກ​ໃໝ່ ​ແກ່​
ບັນດາ​ພະນັກງານ​ຮັກສາ​ສຸຂະພາບ​ຂອງ​ປະ​ເທດ​ວ່າ ຊັບພະ
ຍາກອນເພີ້​ມຕື່ມສຳລັບ​ການ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສອີ​ໂບລາ​ ກຳ
ລັງ​ມາຮອດ.

ທ່ານ​ນາງ Ellen Johnson Sirleaf ​ໄດ້​ພົບ​ປະ​ກັບ​ບັນດາ​ພະ
ນັກງານ​ຮັກສາ​ສຸຂະພາບ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ນະຄອນຫຼວງ
Monrovia. ພວກ​ພະນັກງານ​ດັ່ງກ່າວ​ໄດ້​ຂໍ​ຂຶ້ນເງິນ​ເດືອນເພີ້​ມ​ ​
ແລະ​ສະພາບ​ການ​ໃນ​ການ​ເຮັດ​ວຽກ​ເຮັດ​ການ​ທີ່​ດີ​ຂຶ້ນກ່ວາ​ເກົ່າ.

ປະທານາທິບໍດີ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະໃຫ້​ຄຳ​ຕອບ​ຢ່າງ​ໄວກ່ຽວ​ກັບ​ການ​ຮ້ອງ​ຂໍ​ຂຶ້ນເງິນ
ເດືອນນັ້ນ ​ແຕ່​ຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ຄວາມ​ອົດທົນ​ກ່ຽວກັບຄຳ​ຮຽກຮ້ອງ​ອື່ນໆ ຮວມທັງ
ຂໍ​ລົດ​ໂຮງໝໍ​ຕື່ມ​ຂຶ້ນ​ອີກນັ້ນ.

ປະ​ເທດ​ໄລ​ບີ​ເຣຍ ກີ​ນີ ​ແລະ Sierra Lione ​ລວມກັນ​ແລ້ວ ​ແມ່ນ​ໄດ້​ເສຍ​ປະຊາຊົນ​ໄປ
ເກືອບ 1 ພັນຄົນແລ້ວ ​ຍ້ອນ​ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ. ກີ​ນີ ​ໄດ້ປະກາດ
​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຕົນ​ໄດ້​ອັດ​ຊາຍ​ແດນ​ຕິດ​ກັບ​ ໄລ​ບີ​ເຣຍ ​ແລະ Sierra Leone.

ຄົນ​ນຶ່ງ​ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ​ໄປ​ ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ແມ່ນ​ແມ່​ຊີຊາວ Congo
ທີ່​ຕິດ​ເຊື້ອອີ​ໂບລາ​ ໃນ​ຂະນະ​ທີ່​ເຮັດ​ວຽກ​ກັບ​ພວກ​ເຜີຍ​ແຜ່​ສາສະໜາ​ກາ​ໂຕ​ລິກຈາກສະ
​ເປ​ນ ​ໃນ​ໄລ​ບີ​ເຣຍ.

ebola10august14
please wait
Embed

No media source currently available

0:00 0:00:55 0:00

ໄດ້​ມີ​ປະຊາຊົນ​ຕື່ມ​ອີກ ຢ່າງ​ນ້ອຍ 2 ຄົນ​ເສຍ​ຊີວິດ​ ​ຍ້ອນ​ເຊື້ອ​ໄວຣັສອີ​ໂບລາ ຢູ່​ໄນ​ຈີ​ເຣຍ
ທີ່ໄດ້​ຮ່ວມ​ກັບອີກ 3 ປະ​ເທດທີ່​ຖືກ​ກະທົບ​ຄື​ກັນ​ນັ້ນ ​ປະກາດສະພາວະ​ສຸກ​ເສີນ ​ເພື່ອ​ອະນຸ
ມັດ​ທຶນ​ຕື່ມ​ອີກ ສຳ​ຫລັບແກ້​ໄຂວິ​ກິດ​ການ​ດັ່ງກ່າວ.

ການລະບາດ​ຂອງ​ເຊື້ອ​ໄວຣັສອີ​ໂບລາ​ໃນ​ປັດຈຸບັນ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແມ່ນກຳລັງ ​ຈະ​ແຜ່​ລະບາດ​ໄປ​ໃສ່​ຜູ້​ຄົນ ​ຫຼາຍ​ກວ່າ​ຈຳນວນພວກທີ່​ໄດ້​ຮັບ​ເຄາະຈາກ​ການ​ຕິດ​ເຊື້​ອ​ໄວ
ຣັສນີ້ ​ໃນ​ການລະບາດ​ຄັ້ງ​ກ່ອນ​ໆທັງ​ໝົດ​ຮວມ​ເຂົ້າກັນ. ພະຍາດ​ດັ່ງກ່າວ​ນີ້ປິ່ນປົວ​ບໍ່ໄດ້
​ແລະກໍຍັງ​ບໍ່​ມີ​ຢາວັກ​ຊິນ​ປ້ອງ​ກັນ​ໃດ​ໆ.

XS
SM
MD
LG