ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຄຣິສທົ່ວໂລກ ສະຫລອງ ບຸນ Easter (ວີດິໂອ/ສະໄລດ໌)


ຝູງຊົນທີ່ນັບຖືສາສະໜາກາໂທລິກພາກັນຮ້ອງເຊຍຊົມເຊີຍພະສັນຕະປາປາ ທີ່ຍ່າງຜ່ານພວກເຂົາເຈົ້າໄປ ຫລັງຈາກປະກອບພິທີ ທາງສາສະໜາ ປະຈໍາວັນອາທິດ ທີ່ສະເຫລີມສະຫລອງເທດສະການບຸນ Easter ຄັ້ງທໍາອິດ ຂອງພະອົງ ຢູ່ຈະຕຸລັດ Saint Perter’s ຢູ່ວັງ Vatican, ວັນທີ 31 ມີນາ 2013.
ຝູງຊົນທີ່ນັບຖືສາສະໜາກາໂທລິກພາກັນຮ້ອງເຊຍຊົມເຊີຍພະສັນຕະປາປາ ທີ່ຍ່າງຜ່ານພວກເຂົາເຈົ້າໄປ ຫລັງຈາກປະກອບພິທີ ທາງສາສະໜາ ປະຈໍາວັນອາທິດ ທີ່ສະເຫລີມສະຫລອງເທດສະການບຸນ Easter ຄັ້ງທໍາອິດ ຂອງພະອົງ ຢູ່ຈະຕຸລັດ Saint Perter’s ຢູ່ວັງ Vatican, ວັນທີ 31 ມີນາ 2013.
ໃນວັນອາທິດມື້ນີ້ ຊາວຄຣິສຢູ່ທົ່ວໂລກ ພາກັນສະຫລອງບຸນ
Easter ຫລືບຸນປັ໊ກ ຊຶ່ງເປັນວັນທີ່ສັກສິດທີ່ສຸດຢູ່ໃນປະຕິທິ
ນຂອງພວກເຂົາເຈົ້າເປັນຂີດໝາຍລະນຶກເຖິງການຟື້ນຄືນ
ຊີບຂອງພະເຢຊູ ຊຶ່ງພວກທີ່ເຊື່ອຖືສາສະໜາດັ່ງກ່າວ ເວົ້າວ່າ ໄດ້ມີຂຶ້ນໃນເວລາສາມວັນຫລັງຈາກພະອົງໄດ້ຊົງຖືກຄຶງໃສ່
ກັບໄມ້ກາງ ເຂນໄວ້.

ພະສັນຕະປາປາ Francis ທີ່ຫາກໍ່ໄດ້ເຂົ້າຮັບຕໍ່ແໜ່ງໃໝ່
ໃນຖານະຜູ້ນໍາສາສະໜາໂຣມັນກາໂທລິກຂອງໂລກ ໄດ້
ປະກອບພິທີທາງສາສະໜາປະຈໍາວັນອາທິດ ທີ່ສະເຫລີມ
ສະຫລອງເທດສະການບຸນ Easter ຄັ້ງທໍາອິດຂອງພະອົງ
ຢູ່ຈະຕຸລັດ Saint Perter’s.

ວັງ Vatican ເວົ້າວ່າ ພວກສັດທາ 250,000 ຄົນ ໄດ້ໄປຮ່ວມພິທີທາງສາສະໜາດັ່ງກ່າວ. ຝູງຊົນໄດ້ພາກັນຮ້ອງເຊຍຊົມເຊີຍພະສັນຕະປາປາ ໃນຂະນະທີ່ ພະອົງຊົງນັ່ງລົດ ອອກໄປ
ຈາກຈະຕຸລັດດັ່ງກ່າວ ຫລັງເສັດການທໍາພິທີທາງ ສາສະໜາແລ້ວ.

ໃນເວລາຕໍ່ມາ ພະສັນຕະປາປາ Francis ໄດ້ຊົງກ່າວຄໍາໃຫ້ພອນ “Urbi et Orbi” ໃນ
ພາສາລາຕິນ ຊຶ່ງມີຄວາມໝາຍວ່າ “ແດ່ເມືອງແລະໂລກ” ອອກຈາກລະບຽງບ່ອນດຽວກັນ
ກັບບ່ອນທີ່ພະອົງໄດ້ຊົງປະກົດຕົວຄັ້ງທໍາອິດ ຕໍ່ປວງຊົນ ລຸນຫລັງທີ່ພະອົງໄດ້ຊົງຖືກ ເລືອກຕັ້ງໃນຕົ້ນເດືອນນີ້.

ພະອົງໄດ້ຊົງຮຽກຮ້ອງໃຫ້ມີສັນຕິພາບ ໂດຍໄດ້ເຈາະຈົງໂດຍສະເພາະໃສ່ຈຸດທີ່ມີບັນຫາ
ໃນແຫ່ງຕ່າງໆຂອງໂລກ.

ຢູ່ໃນອອສເຕຣເລຍນັ້ນ ຢູ່ເທິງເກາະ Melville ໃນໝູ່ເກາະ Tiwi ພວກໄປໄຫວ້ພະສວດ
ມົນ ໄດ້ທໍາການສະຫລອງເທດສະການບຸນ Easter ໃນພິທີທີ່ເປັນເອກກະລັກຂອງເຂົາ
ເຈົ້າໂດຍການປະສົມປະສານກັນລະຫວ່າງວັດທະນະທໍາພື້ນເມືອງ ແລະອິດທິພົນຂອງ
ສະສໜາກາໂທລິກ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ການສະຫລອງບຸນ Easter ຂອງຊາວຄຣິສ
please wait

No media source currently available

0:00 0:00:31 0:00


ສ່ວນຢູ່ຟີລິບປິນນັ້ນ ປະທານາທິບໍດີ Benigno Aquino ເວົ້າວ່າ ຄືກັນກັບການໂຜ່ຕົວ
ຟື້ນຄືນຊີບມາຂອງພະເຢຊູຄວາມຫວັງກໍໄດ້ຟື້ນກັບຄືນມາໃໝ່ອີກ ສໍາລັບຊາວຟີລິບປິນ
ໃນການຕ້ານກັບ ກໍາລັງຂອງການກິນສິນບົນຕ່າງໆ ແລະການສໍ້ລາດບັງຫລວງ.

ຊາວອີຣັກທີ່ນັບຖືສາສະໜາກາໂທລິກ ກໍໄດ້ພາກັນຫລັ່ງໄຫລໄປໂບດຢູ່ທົ່ວປະເທດເພື່ອ
ສະຫລອງເທດສະການບຸນ Easter ຖ້າມກາງການຮັກສາຄວາມປອດໄພຢ່າງເຂັ້ມງວດ.

ທາງດ້ານປະທານາທິບໍດີໂອບາມາ ກໍໄດ້ກ່າວໃນຄໍາປາໄສປະຈໍາອາທິດຂອງ ທ່ານວ່າ
ເທດສະການບຸນ Easter ແມ່ນໃຫ້ໂອກາດແກ່ພວກເຮົາ “ອຸທິດຕົນຄືນອີກ ແກ່ຜົນປະ ໂຫຍດທີ່ຍິ່ງໃຫຍ່ກວ່າຂອງຕົນເອງ.”

ປະມວນພາບການສະຫລອງບຸນ Easter ຢູ່ທົ່ວໂລກ:

XS
SM
MD
LG