ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຊາວ​ຕີ​ມໍ​ຕາ​ເວັນ​ອອກ ພາ​ກັນ​ໄປ​ປ່ອນ​ບັດ ເລືອກ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ຕໍ່​ໄປ ຂອງ​ປະ​ເທດ


ປະ​ຊາ​ຊົນ​ເຂົ້າ​ແຖວ​ທີ່​ໜ່ວຍ​ປ່ອນ​ບັດ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ດີ​ລີ ຕີ​ມໍ​ຕາ​ເວັນ​ອອກ
ປະ​ຊາ​ຊົນ​ເຂົ້າ​ແຖວ​ທີ່​ໜ່ວຍ​ປ່ອນ​ບັດ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ດີ​ລີ ຕີ​ມໍ​ຕາ​ເວັນ​ອອກ

ປະ​ຊາ​ຊົນ​ຊາວ​ຕີ​ມໍ​ຕາ​ເວັນ​ອອກ ພາ​ກັນ​ໄປ່​ປ​ອນ​ບັດໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ເລືອກ​ເອົາ ຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຫຼື​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ເກົ່າ ຊຶ່ງເຄີຍ​ເປັນ​ອະ​ດີດ​ນັກ​ລົບ ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດ.

ໜ່ວຍ​ປ່ອນ​ບັດ​ຕ່າງໆ​ໃນ​ຕີ​ມໍ​ຕາ​ເວັນ​ອອກ ຊຶ່ງ​ເປັນ​ປະ​ເທດ​ໃໝ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ເລີ້ມ​ເປີດ​ໃນ​ເວ​ລາ 7 ໂມງ​ເຊົ້າ ໃນ​ອັນ​ທີ່​ເປັນ​ການ​ແຂ່ງ​ຂັນ​ກັນ​ຄືນ​ໃນ​ການເລືອກ​ຕັ້ງ​ປີ 2007 ​ຊຶ່ງ​ໄດ້​ຮັບ​ໄຊ​ຊະ​ນະ​ພໍ​ປະ​ມານ​ໂດຍ​ອະ​ດີດ​ວິ​ລະ​ຊົນ​ປະ​ຕິ​ວັດ ແລະ​ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລ​ຂະ​ແໜງ​ສັນ​ຕິ​ພາບ​ໃນ​ປີ 1996 ທ່ານ​ໂຮ​ເຊ ຣາມອ​ສ-ອໍ​ຕ້າ (Jose Ramos-Horta.)

ເກືອບ 860,000 ຄົນ ຢູ່​ໃນ​ປະ​ເທດ​ທີ່​ມີ​ພົນ​ລະ​ເມືອງ​ທັງ​ໝົດ​ພຽງ 1 ລ້ານ 3 ແສນ​ຄົນ ແມ່ນ​ມີ​ສິດ​ໄປ​ປ່ອນ​ບັດ ແລະ​ການ​ນັບ​ຄະ​ແນນ​ສຽງ​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍໆ​ມື້.

ທ່ານ​ຣາມອ​ສ-ອໍ​ຕ້າ ຍັງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ​ເມື່ອ​ວັນ​ທີ 19 ມີ​ນາ​ຜ່ານ​ມາ ໂດຍ​ໄດ້​ຮັບ​ຄະ​ແນນ 46 ເປີ​ເຊັນແລະ​ປະ​ທາ​ນາ​ທິ​ບໍ​ດີ​ຟັງ​ຊິ​ສ​ໂກ “ລູ​-ອູ​ໂລ” ກິວ​ເຕ​ເຣັ​ສ ໄດ້​ຮັບຄະ​ແນນ 22 ເປີ​ເຊັນ ແຕ່​ບໍ່​ກາຍຫ້າ​ສິບ​ເປີ​ເຊັນ​ຂອ​ຄະ​ແນນ​ສຽງ​ທັງ​ໝົດ.

ມີ​ຜູ້​ໄປ​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ​ຫຼາຍກວ່າ 77 ເປີ​ເຊັນ ໂດຍ​ເລືອກ​ເອົາ​ຜູ້​ສະ​ໝັກ​ທັງ​ໝົດ 16 ຄົນ ນີ້​ແມ່ນ​ຫຼາຍ​ເປັນ​ປະ​ຫວັດ​ການ.

ຜູ້​ຊະ​ນະ​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ເວ​ລາ 5 ປີ ໃນ​ວັນ​ທີ 20 ພຶດ​ສະ​ພານີ້ ຊຶ່ງ​ເປັນ​ວັນ​ສະ​ຫຼອງ​ຄົບ​ຮອບ​ 20 ປີ​ໃນ​ການ​ໄດ້​ຮັບ​ເອກ​ກະ​ລາດ​ຂອງ​ຕີ​ມໍ​ຕາ​ເວັນ​ອອກ​ຈາກ​ອິນ​ໂດ​ເນ​ເຊຍ ຊຶ່ງ​ໄດ້​ຢຶດ​ຄອງ​ອະ​ດີດ​ອາ​ນາ​ນິ​ຄົມ​ຂອງ​ປອກ​ຕຸຍ​ການ​ເປັນ​ເວ​ລາ 24 ປີ.

ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້ ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ໂອ​ກາດ​ທີ່​ຈະ​ລິ​ເລີ້ມ​ການ​ເມືອງ​ທີ່​ຕົກ​ຢູ່​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ​ ລະ​ຫວ່າງ​ສອງ​ພັກ​ໃຫຍ່ ຄື​ພັກ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ບູ​ລະ​ນະ​ສ້າງ​ສາ​ຕີ​ມໍ​ເລັ​ສ​ເຕ ທີ່​ເອີ້ນ​ຫຍໍ້​ວ່າ CNRT ແລະ​ພັກ​ແນວ​ໂຮມ​ປະ​ຕິ​ວັດ​ເພື່ອ​ຕີ​ມໍ​ຕາ​ເວັນ​ອອກ​ທີ່​ເປັນ​ເອກ​ກະ​ລາດ ຫຼື Fretilin.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG