ວັນອາທິດມື້ນີ້ ຄືວັນ Earth Day ຫລືວັນຄຸ້ມຄອງໂລກ ທີ່ໄດ້ມີການຈັດກິດຈະກໍາເປັນຂີດໝາຍກັນມາທຸກໆປີ ນັບຕັ້ງແຕ່ປີ 1970 ເປັນຕົ້ນມາ.
ພວກຈັດງານສະຫລອງວັນຄຸ້ມຄອງໂລກ ໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວໂລກ ຈົ່ງໃຫ້ຄໍາໝັ້ນສັນຍາທີ່ຈະປະຕິບັດການສີຂຽວນຶ່ງພັນລ້ານຢ່າງ ຊຶ່ງຄໍາໝັ້ນສັນຍາເຫລົ່ານັ້ນ ມີນັບຕັ້ງແຕ່ການມອດໄຟໃນເຮືອນຂອງພວກເຂົາເຈົ້າ ການໃຊ້ພາຫະນະຂົນສົ່ງມວນຊົນເວລາໄປທໍາງານແທນການຂັບລົດໄປເອງ ໄປຈົນເຖິງ ການກິນອາຫານທີ່ປູກຕາມທ້ອງຖິ່ນ.
ວັນຄຸ້ມຄອງໂລກ ໄດ້ສະຫລອງກັນເທື່ອທໍາອິດໃນສະຫະລັດເມື່ອວັນທີ 22 ເມສາ 1970. ມັນເປັນຄວາມຄິດຂອງສະມາຊິກສະພາສູງ Gaylord Nelson ຈາກລັດ Wisconsin ທາງພາກເໜືອຂອງສະຫະລັດ ຜູ້ທີ່ໄດ້ຮຽກຮ້ອງໃຫ້ມີວັນ ສິດສອນ ສະພາບແວດລ້ອມແຫ່ງຊາດນຶ່ງວັນ. ບັດນີ້ ພວກຈັດງານສະຫລອງ ກ່າວວ່າ ວັນຄຸ້ມຄອງໂລກແມ່ນສະຫລອງການໃນແບບໃດແບບນຶ່ງ ຢູ່ໃນເກືອບວ່າທຸກໆປະເທດໃນໂລກ.
ຫລາຍສິ່ງຫລາຍຢ່າງໄດ້ປ່ຽນແປງໄປໃນສະຫະລັດ ນັບຕັ້ງແຕ່ວັນຄຸ້ມຄອງໂລກ ເທື່ອທໍາອິດເມື່ອ 42 ປີຜ່ານມາ ຊຶ່ງເປັນເວລາທີ່ພວກໂຮງຈັກໂຮງງານ ຕ່າງໆຍັງໄດ້ຮັບອະນຸຍາດໃຫ້ປ່ອຍຄວັນ ແລະມົນລະພິດຢ່າງຫລວງຫລາຍ ອອກມາໃສ່ໃນອາກາດ ແລະພວກລົດຍົນກໍໃຊ້ນໍ້າມັນແອສ ຊັງທີ່ປົນດ້ວຍສານຂີ້ກົ່ວ ອັນເປັນຕົວສ້າງມົນລະພິດອັນຕະລາຍຢ່າງນຶ່ງ ຈາກທໍ່ໄອເສຍລົດ. ໃນໄລຍະຫລາຍສິບປີຜ່ານມານີ້ ອົງການປົກປ້ອງສະພາບແວດລ້ອມຂອງຊາດ ໄດ້ຖືກຈັດຕັ້ງຂຶ້ນມາ ແລະບັນດາອໍານາດປົກຄອງທ້ອງຖິ່ນແລະລັດຖະບານກາງ ກໍໄດ້ພາກັນອອກກົດໝາຍຫລາຍໆສະບັບ ເພື່ອພິທັກປົກປ້ອງອາກາດ ແລະນໍ້າ ແລະພວກສັດປ່າແລະພືດພັນ ທີ່ກໍາລັງຈະສູນພັນ.
ເບິ່ງລາຍງານເບື້ອງຫລັງ ກ່ຽວກັບຮູບເງົາສາລະຄະດີເລື່ອງ "One Day on Earth,"
ຫລື “ມື້ນຶ່ງບົນຜືນໂລກນີ້”ທີ່ເວົ້າເຖິງກິດຈະວັດໃນມື້ນື່ງໆຂອງຊົນຊາດຕ່າງໆໃນໂລກ: