ພຽງບໍ່ເທົ່າມື້ໃນການເປີດງານກິລາໂອລິມປິກ ຢູ່ນະຄອນຫຼວງປາຣີ, ຝຣັ່ງ ໄດ້ຮັບການໂຈມຕີທັງທາງລົດໄຟ ແລະທາງອິນເຕີເນັດແລ້ວ. ແຕ່ເຂົາເຈົ້າກໍໄດ້ເພີ່ມການຮັກສາຄວາມປອດໄພຂະໜາດໃຫຍ່ທີ່ລວມມີເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ທະຫານ ແລະເຈົ້າໜ້າທີ່ກອງທັບຫຼາຍສິບພັນຄົນ. ກອງກໍາລັງທະຫານຫຼາຍໆຄົນທີ່ກໍາລັງລາດຕະເວນຢູ່ຕາມຖະໜົນໃນນະຄອນຫຼວງຂອງຝຣັ່ງໃນເວລານີ້ ເຄີຍປະຕິບັດໜ້າທີ່ຢູ່ຕ່າງປະເທດມາແລ້ວ, ນັກຂ່າວວີໂອເອ ລິຊາ ໄບຣອັນ ມີລາຍງານຈາກນະຄອນຫຼວງປາຣີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການລາດຕະເວນໃນຕອນເຊົ້າຢູ່ບໍລິເວນພາກຕາເວັນອອກສຽງເໜືອຂອງນະຄອນລວງປາຣີ. ປະຊາຊົນຊາວປາຣີ ຫຼາຍຄົນໄດ້ພາກັນເດີນທາງອອກໄປ ໃນວັນພັກຂອງລະດູຮ້ອນນີ້, ເຊິ່ງບໍ່ມີນັກທ່ອງທ່ຽວຫຼາຍຢູ່ບໍລິເວນອ້ອມຮອບ ໃກ້ຄຽງ.
ແຕ່ກອງກໍາລັງທະຫານເຫຼົ່ານີ້ ແມ່ນຕື່ນໂຕຢູ່ຕະຫຼອດເວລາ. ສິບໂທ ຢານ (Yann) ເປັນຫົວຫນ້າຫນ່ວຍທະຫານໂດດຈ້ອງໃນການລາດຕະເວນຄັ້ງນີ້ ເພື່ອຈຸປະສົງດ້ານຄວາມປອດໄພ, ລາວບອກພຽງແຕ່ຊື່ແທ້ຂອງລາວເທົ່ານັ້ນ.
ສິບໂທ ຢານ ກ່າວເປັນພາສາຝຣັ່ງວ່າ:
“ພວກເຮົາຈະມີຄວາມລະມັດລະວັງໃນທຸກໆສະພາບແວດລ້ອມຢູ່ແລ້ວ. ບໍ່ວ່າຈະ ເປັນໄພຂົ່ມຂູ່ ຫຼື ບັນຫາຕ່າງໆທີ່ປະຊາຊົນອາດມີ, ພວກເຮົາສາມາດເຂົ້າແຊກແຊງໄດ້.”
ບັນດາທະຫານ ໄດ້ຕັ້ງຄ້າຍຢູ່ໃນຫຼາຍຈຸດອ້ອມຮອບນະຄອນຫຼວງປາຣີ, ໃນນັ້ນລວມມີ ສູນ ມີມຸນ (Camp Mimoun) ຢູ່ບໍລິເວນສົ້ນເມືອງ, ເຊິ່ງສາມາດບັນຈຸທະຫານໄດ້ຮອດ 4,500 ຄົນ.
ມັນປະກອບດ້ວຍອຸປະກອນສໍາລັບນອນ, ອຸປະກອນການກິລາ ແລະສະຖານທີ່ ສໍາລັບກິນອາຫານ ພ້ອມດ້ວຍໂຮງອາຫານນີ້ທີ່ບໍລິການອາຫານຫຼາຍກ່ວາ 2,000 ເຍື່ອງ.
ນັກໂດດຈ້ອງເຫຼົ່ານີ້ ແມ່ນມີພາລະກິດມາຍາວນານໃນອີຣັກ ແລະ ຊາເຮລ (Sahel), ເຊິ່ງບາງຄົນໄດ້ສຳເລັດການປະຕິບັດໜ້າທີ່ແລ້ວ.
ສິບເອກ ຊາລີ (Charlie) ເຄີຍຮັບໃຊ້ໜ້າທີ່ຢູ່ປະເທດກາບົງ (Gabon), ສາທາລະນະລັດອາຟຣິກາກາງ, ໄອໂວຣີ ໂຄດທ໌ ແລະ ມາລີ.
ສິບເອກ ສັງກັດກອງທະຫານໂດດຈ້ອງຂອງປະເທດຝຣັ່ງ ທ່ານ ຊາລີ ກ່າວວ່າ:
“ປະເທດມາລີ ເປັນພາລະກິດໃນເຂດບ້ານນອກ. ພວກເຮົາດໍາເນີນງານແບບ ບໍ່ຢຸດໃນຂົງເຂດທະເລຊາຍເປັນເວລາສາມເດືອນຕິດຕໍ່ກັນ. ເປົ້າໝາຍແມ່ນເພື່ອຮັບໃຊ້ໃນພາລະກິດຕໍ່ຕ້ານການກໍ່ການຮ້າຍຢູ່ສາມເຂດຊາຍແດນຂອງປະເທດມາລີ, ໄນເຈີ ແລະ ເບີກິນາຟາໂຊ.”
ລາວ ແລະເພື່ອນຮ່ວມງານຂອງລາວ ເປັນສ່ວນນຶ່ງຂອງ “ການປະຕິບັດງານ ເຝົ້າລະວັງ,” ເຊິ່ງເປັນພາລະກິດຂອງກະຊວງພາຍໃນ ທີ່ເລີ້ມດໍາເນີນການຄັ້ງ ທໍາອິດໃນປີ 2015 ລຸນຫຼັງການໂຈມຕີກໍ່ການຮ້າຍໃນນະຄອນຫຼວງປາຣີ.
ສິບເອກ ຊາລີ ກໍຢູ່ທີ່ນັ້ນ.
ໃນມື້ນີ້, ກອງທັບກໍຍັງຢູ່ພາຍໃຕ້ການຂົ່ມຂູ່ເຊັ່ນກັນ. ມີທະຫານຄົນນຶ່ງລອດຊີວິດ ຈາກການແທງໃນຕົ້ນເດືອນນີ້, ເຊິ່ງຜູ້ຕ້ອງສົງໄສຖືກຈັບໂຕໄດ້ແລ້ວ.
ພວກເຂົາເຈົ້າຖືກສົ່ງເຂົ້າໄປປະຕິບັດໜ້າທີ່ເປັນເວລາດົນນານໝົດມື້, ໂດຍເລີ້ມແຕ່ເວລາ 5 ເຊົ້າ ແລະສິ້ນສຸດລົງຫຼັງຈາກ 12 ໂມງກາງຄືນ.
ຮ້ອຍເອກ ຄໍເຣັນທິນ (Corentin), ທະຫານໂດດຈ້ອງຂອງຝຣັ່ງກ່າວວ່າ:
“ພວກເຮົາຕ້ອງຮັບປະກັນຄວາມປອດໄພໃຫ້ກັບສະຖານທີ່ທີ່ມີປະຊາຊົນຈໍານວນຫຼາຍ, ເຊັ່ນດຽວກັບສະຖານີລົດໄຟ ຫຼື ແມ່ນໍ້າແຊນ, ເຊິ່ງເປັນເຂດທ່ອງທ່ຽວ.”
ແລະຕອບຄໍາຖາມຈາກນັກທ່ອງທ່ຽວຫຼາຍໆຄົນ, ລວມທັງຕອບແບບທາງກົງ ແລະຕອບຫຼາຍໆລັກສະນະໃນທາງອ້ອມ.
ຮ້ອຍເອກ ຄໍເຣັນທີນ (Corentin), ທະຫານໂດດຈ້ອງຂອງຝຣັ່ງກ່າວວ່າ:
“ຂ້າພະເຈົ້າພູມໃຈຫຼາຍທີ່ໄດ້ມາທີ່ນີ້ສໍາລັບເກມການແຂ່ງຂັນ. ດັ່ງທີ່ເຈົ້າອາດ ຈະຮູ້ແລ້ວວ່າ ມັນເປັນເວລາປະມານ 100 ປີມາແລ້ວ ນັບຕັ້ງແຕ່ກິລາໂອລິມ ປິກຄັ້ງສຸດທ້າຍໄດ້ຈັດຂຶ້ນຢູ່ໃນປາຣີ, ສະນັ້ນ ມັນເປັນເວລາພຽງຄັ້ງດຽວ ໃນຊີວິດ.”
ຫຼາຍຄົນເບິ່ງຄືວ່າມີຄວາມຍິນດີທີ່ໄດ້ຮັບການຮັກສາຄວາມປອດໄພພິເສດ ເພີ້ມເຕີມ.
ນາງ ຊານທາລ ອິສໂຕລາຍເນັນ (Chantal Istolainen), ປະຊາຊົນຊາວປາຣີກ່າວວ່າ:
“ມັນດີຫຼາຍທີ່ມີພວກເຂົາເຈົ້າຢູ່ທີ່ນີ້. ບັນດາທະຫານເຫຼົ່ານີ້ໃຫ້ການຮັບປະກັນ ຄວາມປອດໄພແກ່ພວກເຮົາ. ມັນເປັນສິ່ງສຳຄັນທີ່ສຸດ.”
ທະຫານເຫຼົ່ານີ້ຈໍານວນນຶ່ງຫວັງວ່າ ພວກເຂົາເຈົ້າຈະມີເວລາເຂົ້າຮ່ວມງານ ກິລາໂອລິມປິກ. ຖ້າບໍ່ມີ, ພວກເຂົາເຈົ້າກໍຈະເປັນຄືກັບແຟນກິລາຫຼາຍໆຄົນ ຈາກທົ່ວໂລກ ທີ່ພາກັນຕິດຕາມການແຂ່ງຂັນຢູ່ໃນໂທລະພາບ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
Only days into the Paris Olympics, France has already weathered attacks on its rail and internet service. But it’s also mounted a massive security umbrella that includes tens of thousands of police, gendarmes — and soldiers. Many troops now patrolling the streets of the French capital have done duty in foreign countries, as Lisa Bryant reports from Paris.
Note: For security purposes, the soldiers interviewed did not provide their full names.
A morning patrol in northeastern Paris. Many Parisians have left on summer holiday. There aren’t many tourists around.
But these troops are on alert. Sergeant Yann heads this unit of paratroopers on patrol. For security purposes, he only gives his first name.
Sgt. Yann, French Paratrooper MALE IN FRENCH
“We’re going to be vigilant in every environment. Whether it’s a threat or a problem the population could have, we can intervene.”
The soldiers are housed in several spots around Paris, including here at Camp Mimoun on the edge of the city — which can fit up to 4,500 troops.
It’s equipped with sleeping, sports and eating facilities — and this cafeteria that serves up more than 2,000 meals.
These parachutists are a long way from missions in Iraq and the Sahel, where some have done duty.
Chief Sergeant Charlie served in Gabon, the Central African Republic, Ivory Coast — and Mali.
Chief Sgt. Charlie, French Paratrooper MALE IN FRENCH
“Mali was a rustic mission. We had three months of nonstop desert. The goal was to serve in an anti-terrorism mission in the three-frontier region of Mali, Niger and Burkina Faso.”
He and his colleagues are part of "Operation Sentinelle,” a homeland security mission first launched in 2015 after the Paris terrorist attacks.
Chief Sergeant Charlie was there.
The troops are also under threat today. One soldier survived a stabbing attack earlier this month. The suspect was arrested.
They put in marathon days, starting at 5:00 am and ending after midnight.
Capt. Corentin, French Paratrooper MALE IN ENGLISH
“We have to secure this place where there are a lot of people. Like a train station, or the River Seine, the fan zone.”
And answer questions from visitors, including directions to various locations…
Capt. Corentin, French Paratrooper ENGLISH.
“I’m very proud to be here for the Games. As you probably know it’s been about 100 years (since) the last Olympic games took place in Paris, so it’s once in a lifetime.”
Many people seem happy to have the extra security.
Chantal Istolainen, Paris Resident, FEMALE IN FRENCH.
“It’s good to have them here. These troops are ensuring our safety. It’s super important.”
Some of these soldiers hope they’ll have time to attend some Olympic events. If not, they’ll be like many sports fans worldwide — following the Games on TV.
ຟໍຣັມສະແດງຄວາມຄິດເຫັນ