ພວກປ່ອນບັດໃນສະຫະພາບຢູໂຣບ ຫລື ອີຢູ (EU) ເລີ້ມພາກັນໄປປ່ອນບັດໃນວັນພະຫັດມື້ນີ້ ໃນຂະນະທີ່ພວກເຂົາເຈົ້າເລືອກເອົາສະມາຊິກສະພາຂອງຢູໂຣບ ຜູ້ທີ່ຈະມີອິດທິພົນ ໃນການສ້າງອະນາຄົດຂອງກຸ່ມດັ່ງກ່າວ.
ຫລາຍຮ້ອຍລ້ານຄົນຢູ່ທົ່ວ 28 ປະເທດສະມາຊິກຂອງສະຫະພາບດັ່ງກ່າວ ພາກັນເຂົ້າຮ່ວມ ໃນການເລືອກຕັ້ງທີ່ຈັດຂຶ້ນເປັນເວລາ 4 ມື້ນັ້ນ.
ຜົນການເລືອກຕັ້ງທຳອິດ ມີກຳນົດຈະປະກາດອອກມາໃຫ້ຮູ້ ໃນຕອນບ່າຍໆ ຂອງວັນອາທິດ ຈະມາເຖິງນີ້.
ການຢັ່ງຫາງສຽງກ່ອນການລົງຄະແນນສຽງການປ່ອນບັດໄດ້ສະແດງຮ່ອງຮອຍໃຫ້ຮູ້ວ່າ ຜູ້ສະໝັກເລືອກຕັ້ງ ທີ່ໄດ້ຮັບຄວາມນິຍົມສູງ ແລະມີຫົວຊາດນິຍົມ ທີ່ຢາກເຫັນຂອບເຂດການເຄື່ອນໄຫວຂອງ EU ຖືກຈຳກັດໃຫ້ໜ້ອຍລົງເພື່ອເອື້ອ ອຳນວຍໃຫ້ແຕ່ລະປະເທດສະມາຊິກ ມີສິດໃນການສ້າງນະໂຍບາຍຂອງຕົນເອງເພີ້ມຂຶ້ນນັ້ນ ແມ່ນໄດ້ຮັບຄະແນນນິຍົມສູງ.
ສຳລັບດຽວນີ້ແລ້ວ ສະພາດັ່ງກ່າວຍັງຈະຮັກສາສະມາຊິກ 751 ຄົນໄວ້ຢູ່ຄືເກົ່າ. ຈຳນວນສະມາຊິກນັ້ນ ມີກຳນົດຈະຫລຸດລົງຍ້ອນການຖອນຕົວຂອງອັງກິດ ຫລື Brexit ທີ່ມີແຜນວ່າ ຈະເກີດຂຶ້ນໃນເດືອນມີນາຜ່ານມາ, ແຕ່ກໍຊັກຊ້າຢູ່ເລື້ອຍມາໃນຂັ້ນຕອນການຖອນຕົວຂອງອັງກິດນັ້ນ ຄວາມໝາຍວ່າອັງກິດຍັງເປັນປະເທດສະມາຊິກຢູ່ ແລະ ເພາະສະນັ້ນຈະຕ້ອງໄດ້ເຂົ້າຮ່ວມໃນການເລືອກຕັ້ງ ຄັ້ງນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
Voters in the European Union began casting ballots Thursday as they pick representatives for the European Parliament who will shape the future of the bloc.
Hundreds of millions of people across 28 member countries are participating in the election, which takes place over the course of four days.
The first results are due to be announced late Sunday.
Opinion polls ahead of the voting signaled gains for populist and nationalist candidates who want to see the scope of the EU's actions more limited in favor of increased authority for individual member states to make their own policies.
For now, there will remain 751 members of parliament. That number was due to drop with the planned exit of Britain in March, but repeated delays in the Brexit process mean Britain is still a member state and thus must participate in the election.