ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມິຖຸນາ ໒໐໒໔

ນາຍົກລັດຖະມົນຕີ ເນເທີແລນ ມີແນວໂນ້ມທີ່ຈະເປັນຜູ້ສືບທອດຕໍ່ຈາກທ່ານ ສໂຕລເຕັນເບີກ ຂອງອົງການເນໂຕ້


າຍົກລັດຖະມົນຕີເນເທີແລນ ທ່ານ ມາກ ຣຸຕເຕີ (Mark Rutte) ກ່າວຕໍ່ສື່ມວນຊົນ ໃນລະຫວ່າງການປິດກອງປະຊຸມສຸດຍອດຂອງອີຢູກອງປະຊຸມນຶ່ງ ໃນນະຄອນຫຼວງ ບຣັສເຊລ, ວັນທີ 18 ມິຖຸນາ 2024.
າຍົກລັດຖະມົນຕີເນເທີແລນ ທ່ານ ມາກ ຣຸຕເຕີ (Mark Rutte) ກ່າວຕໍ່ສື່ມວນຊົນ ໃນລະຫວ່າງການປິດກອງປະຊຸມສຸດຍອດຂອງອີຢູກອງປະຊຸມນຶ່ງ ໃນນະຄອນຫຼວງ ບຣັສເຊລ, ວັນທີ 18 ມິຖຸນາ 2024.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ ເຈນສ໌ ສໂຕລເຕັນເບີກ (Jens Stoltenberg) ກ່າວໃນວັນອັງຄານວານນີ້ວ່າ ນາຍົກລັດຖະມົນຕີເນເທີແລນ ທ່ານ ມາກ ຣຸຕເຕີ (Mark Rutte) ຈະເປັນ "ຜູ້ສະໝັກທີ່ແຂງແກ່ນທີ່ສຸດ" ໃນຖານະຜູ້ສືບທອດຕໍາແໜ່ງຂອງ ທ່ານ ສໂຕລເຕັນເບີກ (Stoltenberg) ໃນການນໍາພາພັນທະມິດທາງທະຫານຂ້າມມະຫາສະໝຸດອັດລັງຕິກດັ່ງກ່າວ.

ໃນຂະນະທີ່ຫົວຫນ້າຂອງອົງເນໂຕ້ ບໍ່ໄດ້ຢືນຢັນ ຫຼືປະຕິເສດການແຕ່ງຕັ້ງ ທ່ານ ຣຸຕເຕີ (Rutte), ແຕ່ ທ່ານ ສໂຕລເຕັນເບີກ (Stoltenberg) ກ່າວໃນຕອນທ້າຍຂອງກອງປະຊຸມຖະແຫຼງແຂ່າວຮ່ວມກັບລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ (Antony Blinken) ວ່າ ທ່ານ ຣຸຕເຕີ (Rutte) "ມີປະສົບການຢ່າງຫຼວງຫຼາຍໃນຖານະເປັນນາຍົກລັດຖະມົນຕີ."

ທ່ານ ສໂຕລເຕັນເບີກ (Stoltenberg), ຜູ້ທີ່ເອີ້ນທ່ານຣຸຕເຕີ (Rutte) ວ່າເປັນ "ເພື່ອນທີ່ໃກ້ຊິດ ແລະເພື່ອນຮ່ວມງານ," ກ່າວວ່າທ່ານເຊື່ອວ່າ "ໃນໄວໆນີ້" ອົງການ ເນໂຕ້ ຈະປະກາດກ່ຽວກັບບຸກຄົນຕໍ່ໄປ ທີ່ຈະເປັນຜູ້ນໍາຂອງເນໂຕ້ ແລະ "ນັ້ນຈະເປັນຜົນດີສໍາລັບພວກເຮົາທຸກຄົນ, ສໍາລັບ ເນໂຕ້. "

ທ່ານບລິງເກັນ ບໍ່ໄດ້ໃຫ້ຄວາມເຫັນໂດຍກົງໃດໆ ກ່ຽວກັບ ທ່ານ ຣຸຕໂຕ, ແຕ່ກ່າວວ່າ "ຂ້າພະເຈົ້າມີຄວາມຫມັ້ນໃຈ, ຫມັ້ນໃຈຫຼາຍ, ວ່າພັນທະມິດຈະມາຮ່ວມໂຕກັນຢ່າງແຂງແກ່ນ ຢູ່ດ້ານຫຼັງຂອງເລຂາທິການໃຫຍ່ຄົນໃຫມ່, ແລະເມື່ອວາລະຂອງເລຂາທິການໃຫຍ່ຄົນປະຈຸບັນ ທ່ານ ສໂຕລເຕັນເລີກ ສິ້ນສຸດລົງໃນລະດູໃບໄມ້ຫຼົ່ນນີ້, ຈະ​ມີ​ເລຂາທິການ​ໃຫຍ່​ທີ່ແຂງແກ່ນຫຼາຍຄົນນຶ່ງ ​ທີ່​ຈະ​ຮັບ​ເອົາ​ຄວາມຮັບຜິດຊອບນີ້ຕໍ່ໄປ."

ອຸປະສັກອັນໃຫຍ່ຫຼວງຕໍ່ການແຕ່ງຕັ້ງທ່ານ ຣຸຕເຕີ ໄດ້ຖືກຍົກອອກມາໃນວັນອັງຄານວານນີ້ ເມື່ອຮັງກາຣີ ປະກາດສະໜັບສະໜຸນຕໍ່ການແຕ່ງຕັ້ງທ່ານ ຣຸຕເຕີ (Rutte). ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັງ​ກາ​ຣີ ທ່ານ ວິກເຕີ ອໍບານ (Viktor Orban) ບໍ່​ໄດ້​ກະ​ຕື​ລື​ລົ້ນ​ໃນ​ການ​ເຂົ້າ​ຮ່ວມ​ການ​ສະ​ຫນັບ​ສະ​ຫນູນຢູ​ເຄ​ຣນ ຂອງ​ພັນ​ທະ​ມິດ ​ໃນ​ຂະ​ນະ​ທີ່​ຕໍ່​ສູ້​ກັບ​ຣັດ​ເຊຍ​.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

NATO Secretary-General Jens Stoltenberg said Tuesday that Dutch Prime Minister Mark Rutte would be "a very strong candidate" as Stoltenberg's successor to lead the transatlantic military alliance.

While the NATO chief neither confirmed nor denied Rutte's appointment, Stoltenberg said at the end of a joint press conference with U.S. Secretary of State Antony Blinken that Rutte "has a lot of experience as prime minister."

Stoltenberg, who described Rutte as "a close friend and colleague," said he believes that "very soon" NATO will make an announcement about the person next in line to lead NATO and "that will be good for all of us, for NATO."

Blinken did not make any direct remarks about Rutte, but said, "I'm confident, very confident, that the alliance will come strongly together behind a new secretary-general, and that when the current Secretary-General Stoltenberg's term ends this fall, there will be a very strong secretary-general in place to pick up the baton."

A major obstacle to Rutte's appointment was lifted Tuesday when Hungary announced its support for Rutte's appointment. Hungarian Prime Minister Viktor Orban has not been keen on participating in the alliance's support for Ukraine as it battles Russia.

On X, formerly Twitter, Orban posted Tuesday, "Hungary is ready to support PM Rutte's bid for Nato secretary general." The Hungarian leader also posted a letter from Rutte that read if he were to become NATO's leader that Rutte would respect discussions that Orban had held with Stoltenberg about not using Hungarian personnel or funds in Ukraine's fight against Russia.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG