ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Netherlands ແລະ Costa Rica ຄືບໜ້າ ເຂົ້າຮອບ 8 ທີມ ຂອງການແຂ່ງຂັນ ເຕະບານໂລກ (ສະໄລດ໌/ວີດີໂອ)


ທ້າວ Klaas-Jan Huntelaar (ຊ້າຍ ) ແລະທ້າວ Dirk Kuyt ທີມ Netherlands ດີໃຈນຳການເຕະເຂົ້າໂກນຂອງທ້າວ Huntelaar ໃນລະຫວ່າງການແຂ່ງຂັນເຕະບານໂລກ ຊີງເຂົ້າຮອບ 8 ທີມ ກັບເມັກຊິໂກ ທີ່ສະໜາມກີລາ Castelao ທີ່ເມືອງ Fortaleza, ວັນທີ 29 ມິຖຸນາ 2014.
ທ້າວ Klaas-Jan Huntelaar (ຊ້າຍ ) ແລະທ້າວ Dirk Kuyt ທີມ Netherlands ດີໃຈນຳການເຕະເຂົ້າໂກນຂອງທ້າວ Huntelaar ໃນລະຫວ່າງການແຂ່ງຂັນເຕະບານໂລກ ຊີງເຂົ້າຮອບ 8 ທີມ ກັບເມັກຊິໂກ ທີ່ສະໜາມກີລາ Castelao ທີ່ເມືອງ Fortaleza, ວັນທີ 29 ມິຖຸນາ 2014.

ທີ​ມ Costa Rica ​ແລະ ທີ​ມ Netherlands ​ໄດ້​ຜ່ານ​ເຂົ້າໄປ
ຮອບ 8 ທີມ ​ຂອງການ​ແຂ່ງຂັນ​ເຕະບານ​ໂລກ ທີ່ Brazil ຫຼັງ
ຈາກ​ Costa Rica ​ໄດ້​ຊະນະ​ທີ​ມ Greece ​ແລະ Netherlands
ໄດ້​ຊະນະ ​ທີ​ມ​ເມັກ​ຊິ​ໂກ.

Costa Rica ​ຊະນະ​ທີ​ມ Greece ດ້ວຍ​ການ​ເຕະ​ລູກ​ໂທດ
​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ເມືອງ Recife ​ຫຼັງຈາກ​ສະ​ເໝີກັນ
1 ປະຕູ ຕໍ່ 1 ​ໃນ​ການ​ແຂ່ງຂັນ​ເຕັມ​ເວລາ ​ແລະ​ເວລາ​ເພີ້​ມ
ອີກ ຊຶ່ງ Costa Rica ເຕະ​ລູກ​ໂທດ​ເຂົ້າ​ໂກນ ​ໝົດ​ທັງ 5
ລູກ ແລະ​ໄດ້​ຊະນະ​ Greece 5 ປະຕູ ຕໍ່ 3.

ນີ້​ແມ່ນເປັນ​ເທື່ອ​ທຳ​ອິດ ທີ່ທີ​ມ Costa Rica ​ໄດ້​ເຂົ້າ​ຮອບ8 ທີ​ມ ຂອງການ​ແຂ່ງຂັນ​ເຕະບານ​ໂລກ.

ກ່ອນ​ໜ້າ​ນັ້ນ ​ໃນວັນ​ອາທິດ​ວານ​ນີ້​ເຊັ່ນກັນທີ່​ເມືອງ Fortaleza ທີ​ມ Netherlands ​
ໄດ້ສ້າງ​ຄວາມ​ຜິດ​ຫວັງ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ທີ​ມ​ເມັກ​ຊິ​ໂກ ທີ່​ນຳ​ໜ້າດ້ວຍ​ຄະແນນ 1
ປະຕູ ​ຕໍ່ 0 ​ມາ​ຈົນ​ເກືອ​ບຮອດ​ນາທີ​ສຸດ​ທ້າຍ ​ແຕ່​ Netherlands ​ໄລ່​ມາ​ທັນ​ ແລ້ວກໍໄດ້
ຊະນະ​ດ້ວຍ​ການ​ເຕະ​ລູກ​ດ້ວຍຄະ​ແນນ​ສຸດ​ທ້າຍ 2 ປະຕູ ຕໍ່ 1.

ທີ​ມ Netherlands ຈະ​ຫຼິ້ນ​ກັບ​ທີ​ມ Costa Rica ​ໃນ​ຮອບ 8 ທີ​ມໃນ​ວັນ​ເສົາ​ທ້າຍ​ສັບປະດາ​ນີ້.

​ອີກ​ສອງ​ຄູູ່ ທີ່​ຈະ​ແຂ່ງ​ກັນ​ເຂົ້າ​ຮອບ 8 ທີ​ມ ​ແມ່ນຈະປະຊັນ​ກັນ​ໃນວັນ​ຈັນ​ມື້​ນີ້ ຄື​ທີ​ມ​
ໄນ​ຈີ​ເຣຍ ຈະ​ແຂ່ງ​ກັບ​ທີ​ມຝຣັ່ງ ​ແລະ​ອີກ​ຄູ່​ນຶ່ງ​ແມ່ນ​ທີ​ມ​ເຢຍຣະມັນ ຈະ​ແຂ່ງ​ກັບ​ທີ​ມ
Algeria.

ສ່ວນທີ​ມສະຫະລັດ ກໍ​ຈະ​ພະຍາຍາມເຂົ້າ​ຮອບ 8 ທີ​ມໃຫ້​ໄດ້ ເວລາ​ຫຼິ້ນ​ກັບ​ທີ​ມ
Belgium ​ໃນ​ວັນ​ອັງຄານ​ມື້​ອື່ນ ​ແລະ​ທີ​ມ Argentina ຈະ​ແຂ່ງ​ກັບ Switzerland.

World Cup Fans Flock to Christ the Redeemer Statue
please wait

No media source currently available

0:00 0:01:56 0:00

XS
SM
MD
LG