ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນທຸລະກິດ ສວນຖົ່ວລຽນ ຢູ່ທາງພາກໃຕ້ຂອງ ສປປ ລາວ


ລິງໂດຍກົງ

ທີ່ຜູ້ປະກອບການ ຖ່າຍເອົາບໍລິເວນສວນຖົ່ວລຽນຂອງຄອບຄົວ ທີ່ຕັ້ງຢູ່ບ້ານຫຼັກ 23, ເມືອງບາຈຽງ, ແຂວງຈໍາປາສັກ

ໃນເມື່ອກ່ອນ ຕະຫຼາດຂາຍໝາກໄມ້ ໃນ ສປປ ລາວ ສ່ວນຫຼາຍ ນໍາເຂົ້າຜົນຜະລິດທີ່ມາຈາກປະເທດເພື່ອນບ້ານ, ປັດຈຸບັນ ຊາວກະສິກອນສວນໝາກໄມ້ໃນລາວ ສາມາດສ້າງລາຍຮັບຫຼາຍຂຶ້ນ ຈາກການປູກຖົ່ວລຽນ, ທິບສຸດາ ມີລາຍງານກ່ຽວກັບການດໍາເນີນທຸລະກິດສວນຖົ່ວລຽນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ຖົ່ວລຽນ, ເປັນໝາກໄມ້ທີ່ຫຼາຍຄົນນິຍົມກິນ ໂດຍສະເພາະ ປະຊາຊົນຢູ່ໃນຂົງ ເຂດເອເຊຍຕາເວັນອອກສຽງໃຕ້, ເຊິ່ງຜູ້ປະກອບການສວນຖົ່ວລຽນ ທີ່ຕັ້ງຢູ່ບ້ານຫຼັກ 23, ເມືອງບາຈຽງ, ແຂວງຈໍາປາສັກ ກ່າວວ່າ ລູກຄ້າຂອງເພິ່ນແມ່ນມີຫຼາຍ ມີທັງໃນແຂວງເອງ ແລະຕ່າງແຂວງ, ເຊິ່ງເພິ່ນກ່າວໃຫ້ຟັງວ່າ:

“ມີແມ່ຄ້າມາຕິດຕໍ່ເອົາໄປຈັງຊີ້ນະ, ຄົນຢູ່ໃນແຂວງເອງກະມີ ຊື້ ແລະຂາຍຢູ່ນໍາຕະຫຼາດໝາກໄມ້ຈັງຊິ, ຕະຫຼາດໝາກໄມ້ຫຼັກ 14 ຫຼັກ 16 ຈັງຊີ້ນະ, ເຂົາເຈົ້າກະມາຊື້ເທື່ອລະ 100-200, ຕ່າງຄື ທ່າແຂກ ເຂົາເຈົ້າກໍສັ່ງເທື່ອລະ 100-200 ຄືກັນ ເຮົາສົ່ງໃສ່ຂົນສົ່ງ, ຂຶ້ນນະຄອນຫຼວງຫັ້ນ ແມ່ຄ້າມາເອົາເອງຫັ້ນ ເຂົາເອົາເປັນໂຕນ.”

ຖົ່ວລຽນ ທີ່ເກັບມາເພື່ອກຽມສົ່ງລູກຄ້າ, ເມືອງບາຈຽງ, ແຂວງຈໍາປາສັກ.
ຖົ່ວລຽນ ທີ່ເກັບມາເພື່ອກຽມສົ່ງລູກຄ້າ, ເມືອງບາຈຽງ, ແຂວງຈໍາປາສັກ.

ເຈົ້າຂອງສວນຖົ່ວລຽນແມ່ນ ທ່ານສົມສະຫວັນ, ໂດຍລູກສາວຂອງເພິ່ນກ່າວວ່າ ມີຕົ້ນຖົ່ວລຽນທັງໝົດ 200 ກວ່າ ຕົ້ນ, ໃນເນື້ອທີ່ດິນ 4 ເຮັກຕ້າ, ໂດຍຕົ້ນຖົ່ວລຽນຢູ່ສວນມີອາຍຸປະມານ 28 ປີ, ເກັບກູ້ຜົນຜະລິດໄດ້ປີລະຄັ້ງ ໃນຊ່ວງເດືອນ ພຶດສະພາ ຫາເດືອນ ມິຖຸນາ, ເຊິ່ງໃນແຕ່ລະລະດູ ສາມາດເກັບກ່ຽວຜົນຜະລິດໄດ້ 15 ຫາ 20 ໂຕນ.

ການຈໍາໜ່າຍ ຈະຂາຍໃນລາຄາສົ່ງ 80,000 ຕໍ່ກິໂລ ແລະຂາຍຍ່ອຍກໍມີ, ສ່ວນຢູ່ຕ່າງແຂວງ ຈະບວກລາຄາຄ່າຂົນສົ່ງເຂົ້າພ້ອມ.

ນາງກ່າວວ່າ ຕົ້ນຖົ່ວລຽນຢູ່ໃນສວນ ເປັນຖົ່ວລຽນພັນໝອນທອງແບບດັ້ງເດີມ, ເຊິ່ງຊະນິດນີ້ ຈະບໍ່ຄືກັບໝອນທອງຊະນິດໃນປັດຈຸບັນ. ດັ່ງນັ້ນ ລົດຊາດຖົ່ວລຽນໝອນທອງຢູ່ສວນຂອງນາງ ຈຶ່ງມີລົດຊາດຫວານ, ແລະມັນຄືກະທິ ເຊິ່ງເປັນທີ່ຕ້ອງການຂອງຕະຫຼາດຫຼາຍ.

ຖົ່ວລຽນ ທີ່ກຽມສົ່ງລູກຄ້າ, ເມືອງບາຈຽງ, ແຂວງຈໍາປາສັກ.
ຖົ່ວລຽນ ທີ່ກຽມສົ່ງລູກຄ້າ, ເມືອງບາຈຽງ, ແຂວງຈໍາປາສັກ.

ເບ້ຍ ຫຼື ເບົ້າທີ່ຊື້ມາປູກ ຈະມີລາຄາ 100,000 ກີບ (ໃນໄລຍະທີ່ຄ່າຂອງເງິນກີບ 1 ໂດລາ ເທົ່າກັບ 8,000 ກີບ), ໂດຍໃນຊ່ວງ 2 ປີທໍາອິດ ຕົ້ນຖົ່ວລຽນແມ່ນຕ້ອງການເອົາໃຈໃສ່ເປັນພິເສດ, ເຊິ່ງນາງໄດ້ເລົ່າໃຫ້ຟັງດັ່ງນີ້:

“ຄືເຮົາປູກທໍາອິດນີ້ເນາະ ແມ່ນເຮົາຈະໄດ້ຖະໜຸຖະໜອມເພິ່ນແດ່ ບໍ່ໃຫ້ເພິ່ນຖືກແສງແດດຫຍັງໃດ ຕ້ອງໄດ້ປົກດ້ວຍແຫຍ່ງດໍາ ຈົນກວ່າເພິ່ນຊິໄດ້ອາຍຸປະມານ2 ປີ ໃຫ້ລໍາຕົ້ນເພິ່ນແຂງແຮງ, ເຮົາຕ້ອງໄດ້ບົວລະບັດເພິ່ນອີກ ເຮົາຕ້ອງໄດ້ບໍາລຸງ ແລະຕັດຫງ່າ ຕັດກິ່ງນ້ອຍ ທີ່ວ່າມັນຂຶ້ນຢູ່ຕາມຫງ່າຫັ້ນນະ ເພາະວ່າມັນຈະໄປຍາດຝຸ່ນຍາດຫຍັງອອກຈາກລໍາຕົ້ນໃຫຍ່ຫຼາຍ ເຮົາຕ້ອງຟ້າວຕັດໂຕນັ້ນ ສ້ອມແຊມອອກລະກະ ໂຮຍປຸຍ ໂຮຍຝຸ່ນ ເປັນປຸຍຊີວະພາບ.”

ແນວໃດກໍຕາມ, ການເອົາໃຈໃສ່ ແລະບົວລະບັດ ແມ່ນສິ່ງສໍາຄັນ ເພາະຖົ່ວລຽນຈະໃຫ້ຜົນຫຼາຍ ແລະມີນໍ້າໜັກຫຼາຍ ໂດຍສະເພາະການຫົດນໍ້າ, ພວນດິນ, ຕັດຫຍ້າ, ຕັດກິ່ງ-ກ້ານຂອງຕົ້ນ. ສະນັ້ນ ຕົ້ນຖົ່ວລຽນຈະອອກໝາກຫຼາຍໃນຊ່ວງລະດູຕໍ່ໄປ.

ບົວຖົ່ວລຽນ, ຈາກສວນຖົ່ວລຽນ ທ່ານສົມສະຫວັນ, ເມືອງບາຈຽງ, ແຂວງຈໍາປາສັກ.
ບົວຖົ່ວລຽນ, ຈາກສວນຖົ່ວລຽນ ທ່ານສົມສະຫວັນ, ເມືອງບາຈຽງ, ແຂວງຈໍາປາສັກ.

ອີງຕາມຂໍ້ມູນຈາກເວັບໄຊທ໌ epicgardening.com ໂດຍປົກກະຕິ, ຖົ່ວລຽນຕົ້ນນຶ່ງ ຈະມີອາຍຸປະມານ 80 ຫາ 150 ປີ, ມີຄວາມສູງປະມານ 40 ຫາ 50 ແມັດ, ຄວາມກວ້າງຂອງລໍາຕົ້ນປະມານ 120 ຊັງຕີແມັດ. ສາມາດໃຫ້ຜົນຜະລິດຫຼັງຈາກເລີ້ມລົງປູກປະມານ 4 ຫາ 6 ປີ, ແລະມີໜ່ວຍໃຫຍ່ຂະໜາດ 2 ຫາ 5 ກິໂລ.

ແຕ່ຜູ້ປະກອບການກ່າວວ່າ: ເນື່ອງຈາກສະພາບແວດລ້ອມ ແລະດິນທີ່ເປັນປັດໃຈສໍາຄັນ ເພາະເປັນດິນພູໄຟເກົ່າ ບວກກັບການເອົາໃຈໃສ່ບົວລະບັດຕາມຂັ້ນຕອນທີ່ຖືກຕ້ອງ ຈຶ່ງເຮັດໃຫ້ຖົ່ວລຽນຢູ່ສວນມີຂະໜາດໃຫຍ່ສຸດປະມານ 6 ຫາ 7 ກິໂລ, ເຊິ່ງຕົ້ນນຶ່ງ ຈະໃຫ້ໝາກປະມານ 40 ຫາ 50 ໜ່ວຍ, ໂດຍຈະຮັກສາຕົ້ນຖົ່ວລຽນໄວ້ປະມານ 30 ຫາ 35 ປີ, ເພາະດົນກວ່ານີ້ ຕົ້ນຖົ່ວລຽນ ຈະໃຫ້ຜົນຜະລິດໜ້ອຍ.

ແນວໃດກໍຕາມ, ເນື່ອງຈາກສະພາບການຂົນສົ່ງໃນປັດຈຸບັນສະດວກຂຶ້ນ, ຜູ້ປະກອບການຈຶ່ງມີເປົ້າໝາຍທີ່ຈະສົ່ງຖົ່ວລຽນອອກໄປ ຈີນ ອີກດ້ວຍ, ເຊິ່ງປູກຕື່ມອີກ 100 ກວ່າຕົ້ນ ເປັນພັນມູຊັງຄິງ, ຖົ່ວລຽນແນວພັນຊະນິດນີ້ຈະເປັນທີ່ນິຍົມບໍລິໂພກຫຼາຍໃນຕະຫຼາດຈີນ, ເກັບກູ້ໄດ້ຫຼັງຈາກເລີ້ມຕົ້ນປູກ 3 ປີ, ໂດຍຄາດວ່າ ຈະໃຫ້ຜົນຜະລິດໃນປີໜ້ານີ້.

ເວົ້າລວມແລ້ວ, ການເຮັດສວນຖົ່ວລຽນ ກໍເປັນກິດຈະການອີກອັນນຶ່ງທີ່ສ້າງລາຍຮັບແບບຍືນຍົງ ແລະຍາວນານໃຫ້ແກ່ຜູ້ປະກອບການ ເພາະຖົ່ວລຽນເປັນໝາກໄມ້ທີ່ຫຼາຍຄົນນິຍົມບໍລິໂພກ, ມີຕະຫຼາດຮອງຮັບຫຼາຍທັງພາຍ ແລະຕ່າງປະ ເທດ. ແລະຕົ້ນຖົ່ວລຽນ ກໍເປັນຕົ້ນໄມ້ທີ່ມີອາຍຸຍາວ ສາມາດໃຫ້ຜົນເປັນເວລາຫຼາຍປີ.

XS
SM
MD
LG