ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ້າວ Durant ນຳທີມ Warriors ຄວ້າເອົາໄຊຊະນະ ເປັນແຊມຂອງສະມາຄົມບານບ້ວງແຫ່ງຊາດ


ພວກນັກຫຼິ້ນຂອງທີມ Golden State Warriors ໂຄສ ແລະເຈົ້າຂອງທີມ ຍົກຖ້ວຍລາງວັນທີ່ທ້າວ Larry O'Brien ໄດ້ຮັບໄຊຊະນະ ຂອງ NBA Championship Trophy ຫຼັງຈາກເກມທີ 5 ຂອງການແຂ່ງຂັນບານບ້ວງ ກັບທີມ Cleveland Cavaliers ໃນເມືອງ Oakland, Calif., 12 ມິຸຖນາ, 2017.
ພວກນັກຫຼິ້ນຂອງທີມ Golden State Warriors ໂຄສ ແລະເຈົ້າຂອງທີມ ຍົກຖ້ວຍລາງວັນທີ່ທ້າວ Larry O'Brien ໄດ້ຮັບໄຊຊະນະ ຂອງ NBA Championship Trophy ຫຼັງຈາກເກມທີ 5 ຂອງການແຂ່ງຂັນບານບ້ວງ ກັບທີມ Cleveland Cavaliers ໃນເມືອງ Oakland, Calif., 12 ມິຸຖນາ, 2017.

ທີ​ມກິ​ລາ Golden State Warriors ​ໄດ້​ຊະນະບານ​ບ້ວງ ລະດັບ​ຊາດ ຫຼື National
Basketball Association ​ເປັນ​ຄັ້ງ​ທີ 2 ​ໃນ​ຮອບ 3 ປີ ​ໃນ​ວັນ​ຈັນ​ວານ​ນີ້ ດ້ວຍ​ຄະ​ແນນ
129 ຕໍ່ 120 ຊະນະ ທີ​ມ Cleaveland Cavaliers.

ກຸ່ມກິ​ລາ Warriors ​ໄດ້​ສົ່ງ​ຄະ​ແນນ ທີ່​ທ້າວ Kevin Durant ​ໄດ້​ເຮັດ 39 ຄະ​ແນນ ​
ໃນ​ເກ​ມທີ 5 ​ໃນ​ເກ​ມ​ແບບຕໍ່ເນື່ອງ ​ໃນເສັ້ນທາງ ​ໄປ​ສູ່​ການທີ່​ຈະ​ເລືອກ​ໃຫ້​ເປັນ​ນັກ​ກິລາ
ດີເດັ່ນ ຫຼື MVP ​ຂອງ NBA Final.

ການລົງ​ແຂ່ງຂັນ​ຮອບ​ສຸດ​ທ້າຍ​ນີ້​ ແມ່ນ​ເປັນ​ການ​ແຂ່ງຂັນຊະນະ​ເລີດ ​ຄັ້ງທຳ​ອິດ​ຂອງ
ທ້າວDurant ນັກກິລາ​ຮຸ່ນ​ເກົ່າ ມາ​ເປັນ 10 ປີ ມາ​ແລ້ວ ຜູ້​ຊຶ່ງ​ໃຊ້​ເວລາ 9 ປີ ຂອງ​ອາ​ຊີບ
ການ​ຫຼິ້ນ​ກິລາ​ເປັນ​ມື​ອາຊີບ ​ໃນ​ເມືອງ Oklahoma City ກ່ອນ​ທີ່​ຈະ​ເຊັນ​ສັນຍາ​ກັບ​ທີ​ມ
Warriors ກ່ອນ​ລະດູ​ການຫຼິ້ນ​ກິລາ​ປີ​ນີ້.

ທ້າວ Stephen Curry ຂອງທີ​ມ Golden State ​ເຮັດໄດ້​ ​ 34 ຄະ​ແນນ ​ແລະອີກ
10ຄະ​ແນນ ທີ່​ໄດ້​ສົ່ງ​ໃຫ້​ຄົນອື່ນຍິງ​ເຂົ້າ​ບ້ວງ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່ ທ້າວ
Andre Igoudala ​ເຮັດ​ເພິ່ມອີກ 20 ຄະ​ແນນ.

ທ້າວ LeBron James ຈາກ​ທີ​ມ Cleaveland ຊຶ່ງ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ນັກ​ກິລາ​
ດີເດັ່ນຫຼື MVP ທີ່​ໄດ້ເຮັດ​ 41 ຄະ​ແນນ 13 ຄະ​ແນນ ຈາກ​ການ​ໂດດ​ເອົາ​ບານ​
ທີ່​ຍິງ​ບໍ່​ເຂົ້າ​ບ້ວງ ​ແລະ 8 ຄະ​ແນນ ທີ່​ສົ່ງ​ໃຫ້​ຄົນ​ອື່ນຍິງ​ເຂົ້າ​ບ້ວງ ​ແລະ​ເສຍໄຊ
ໃນ​ທີ່​ສຸດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG