ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ ເວ​ເນ​ຊູ​ເອ​ລາ ແຂ່ງ​ກັນ​ປະ​ທ້ວງ ເພື່ອ​ສະ​ໜັບ​ສະ​ໜູນ ຜູ້​ນຳ​ຂອງ​ຕົນ


ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ, ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ທີ່​ເມືອງ ລັອ​ສ ເຕ​ເກັ​ສ, ເວ​ເນ​ຊູ​ເອ​ລາ. 30 ມີ​ນາ, 2019.
ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ, ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ທີ່​ເມືອງ ລັອ​ສ ເຕ​ເກັ​ສ, ເວ​ເນ​ຊູ​ເອ​ລາ. 30 ມີ​ນາ, 2019.

ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ໄດ້​ຈັດ​ການ​ປະ​ທ້ວງ​ແຂ່ງ​ກັນ​ໃນ​ວັນ​ເສົາ​ວານນີ້, ເພື່ອ​ປະ​ກາດ
ການສະໜັບສະໜູນສຳລັບປະທານາທິບໍດີ ນິໂຄລັສ ມາດູໂຣ, ທີ່ໄດ້ຮັບການຊ່ວຍ
ເຫຼືອຈາກ ຣັດເຊຍ ແລະ ຈີນ, ຫຼື ຜູ້ທີ່ປະກາດຕົນເອງເປັນປະທານາທິບໍດີ ຊົ່ວຄາວທ່ານ
ຮວນ ກວາອີໂດ, ຜູ້ທີ່ໄດ້ຮັບການໜູນຫຼັງຈາກ ສະຫະລັດ ແລະ 50 ປະເທດອື່ນໆ.

ບັນ​ດາ​ຜູ້​ຕິດ​ຕາມ​ຂອງ​ທ່ານ ກວາ​ອີ​ໂດ ໄດ້​ພົບ​ປະ​ກັນ​ໃນ​ເມືອງ ລອ​ສ ເຕ​ເກ​ສ (Los
Teques) ຕັ້ງຢູ່ໃກ້ກັບນະຄອນຫຼວງ ຄາຣາກັສ, ໃນຂະນະທີ່ຜູ້ສະໜັບສະໜູນທ່ານ
ມາດູໂຣ ໄດ້ເຕົ້າໂຮມກັນໃນໃຈກາງຂອງນະຄອນຫຼວງ ສຳລັບສິ່ງທີ່ຖືກເອີ້ນວ່າການ
ຊຸມນຸມ “ຕໍ່ຕ້ານຈັກກະພັດ.”

ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນມື້​ນິ່ງ ຫຼັງ​ຈາກ​ສະ​ຫະ​ພັນ​ກາ​ແດງ ແລະ ວົງ​ເດືອນ​ແດງ​ສາ​ກົນ
ໄດ້ປະກາດວ່າ ເຂົາເຈົ້າໄດ້ຮັບອະນຸຍາດໃຫ້ແຈກຢາຍສິ່ງຊ່ວຍເຫຼືອດ້ານມະນຸດສະທຳ
ໃນປະເທດທີ່ຖືກທຳລາຍໂດຍເງິນເຟີ້ ແລະ ຈະເລີ່ມການດຳເນີນການພາຍໃນ 20 ວັນ.
ການອະນຸມັດດັ່ງກ່າວ ຈະເປັນຂີດໝາຍການປ່ຽນແປງໃນນະໂຍບາຍຂອງລັດຖະບານ
ມາດູໂຣ ກ່ຽວກັບ ການຊ່ວຍເຫຼືອຈາກພາຍນອກ, ເຊິ່ງຖືກກີດກັ້ນບໍ່​ໃຫ້ເຂົ້າໃນ ເວເນ
ຊູເອລາ.

ທັງ​ທ່ານ ມາ​ດູ​ໂຣ ແລະ ກວາ​ອີ​ໂດ ໄດ້​ພະ​ຍາ​ຍາມ​ທີ່ະ​ເຮັດ​ໃຫ້​ຕົນ​ເອງ​ປາ​ກົດ​ວ່າ ​ເປັນ
ຜູ້ກອບກູ້ຂອງປະເທດ ດ້ວຍການຄວບຄຸມການຊ່ວຍເຫຼືອດ້ານອາຫານ ແລະ ຢາ ທີ່
ຊາວ ເວເນຊູເອລາ ຕ້ອງການຢ່າງແຮງ. ແຕ່ອົງການກາແດງເວົ້າວ່າ ເຂົາເຈົ້າບໍ່ເຂົ້າ
ຂ້າງໃຜ. ມີລາຍງານວ່າ ບັນດາເຈົ້າໜ້າທີ່ອົງການກາແດງໄດ້ພົບປະກັບທ່ານ ມາດູໂຣ
ແລະ ທ່ານ ກວາອີໂດ ກ່ຽວກັບ ການແຈກຢາຍສິ່ງຊ່ວຍເຫຼືອ ກ່ອນທຳການປະກາດ
ໃດໆ.

ໃນ​ຂະ​ນະ​ດຽວ​ກັນ ຊາວ ເວ​ເນ​ຊູ​ເອ​ລາ ໄດ້​ທຸກ​ທໍ​ລະ​ມານ​ກັບ​ໄຟ​ຟ້າ​ມອດ​ໃນ​ຄືນ​ວັນ​ສຸກ​
ທີ່ຜ່ານມາ. ມັນໄດ້ເກີດຂຶ້ນປະມານ 7 ໂມງແລງ ຕາມເວລາໃນທ້ອງຖິ່ນ ແລະ ໄດ້ກະ
ທົບຕໍ່ 20 ຈາກ 23 ລັດໃນ ເວເນຊູເອລາ, ອີງຕາມສື່ມວນຊົນໃນທ້ອງຖິ່ນ. ສາເຫດ
ຂອງໄຟຟ້າມອດແມ່ນບໍ່ຈະແຈ້ງ, ແຕ່ປະເທດດັ່ງກ່າວແມ່ນໄດ້ປະເຊີນກັບບັນຫາໄຟ
ຟ້າມອດຫຼາຍອາທິດມາແລ້ວ, ເຮັດໃຫ້ເກີດບັນຫາການກະຈາຍນ້ຳໃຊ້, ການສັນຈອດ,
ແລະ ການບໍລິການອິນເຕີແນັດ, ອີງຕາມອົງການຂ່າວຝຣັ່ງ.

ພວກ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ກວາ​ອີ​ໂອ ໄດ້​ປະ​ທ້ວງ ກ່ຽວ​ກັບ ບັນ​ຫາ​ໄຟ​ຟ້າ​ມອດ
ໂດຍສະເພາະ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ
ນັກຂ່າວໃນລັດ ຟລໍຣິດາ ວ່າ ເວເນຊູເອລາ ແມ່ນ “ກຳລັງມີບັນຫາຄັ້ງໃຫຍ່”, ໃນມື້ເມື່ອ
ເຈົ້າໜ້າ ທຳນຽບຂາວ ຄົນອື່ນໆໄດ້ເວົ້າວ່າ ອາດຈະມີມາດຕະການລົງໂທດທາງເສດ
ຖະກິດໃນໄວໆນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG