ທ່າມກາງສະພາບເສດຖະກິດຝືດເຄືອງ ແລະ ຄວາມສາມາດຂະ ຫຍາຍເຄືອຂ່າຍ ຂອງການລັກລອບຄ້າຢາເສບຕິດຂ້າມຊາດແບບມີການຈັດ ຕັ້ງແໜ້ນໜາຂຶ້ນ ເຮັດໃຫ້ການຄ້າ ແລະເສບຢາເສບຕິດຢູ່ ແລະຂົນສົ່ງຜ່ານລາວ ຍັງສືບຕໍ່ເພີ້ມຂຶ້ນນັບມື້ ເຖິງແມ່ນຈະມີການຈັບກຸມພວກຄ້າຢາເສບຕິດ ແລະຍຶດຊັບສິນຂອງ ພວກເຂົາຢູ່ເລື້ອຍໆກໍຕາມ. ທີບສຸດາມີລາຍງານເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເຖິງແມ່ນພວກເຮົາຈະໄດ້ຍິນຂ່າວຢູ່ເລື້ອຍໆວ່າ ມີການຈັບຜູ້ຄ້າຢາເສບຕິດແລະ ຢຶດຂອງກາງໄປທໍາລາຍຖິ້ມ ກໍຕາມ ແຕ່ການເສບ ແລະຄ້າຢາເສບຕິດຍັງເພີ້ມຂຶ້ນ ແລະມີຫລາຍຮູບແບບ ຊຶ່ງເປັນປາກົດການຫຍໍ້ທໍ້ ໃນສັງຄົມລາວຮ້າຍແຮງຂຶ້ນນັບມື້ ທັງນີ້ກໍເພາະວ່າການຄ້າຢາທີ່ຜິດກົດໝາຍທີ່ວ່ານີ້ມີເຄືອຂ່າຍອັນກວ້າງ ຂວາງ ແລະເປັນລະບົບທີ່ຝັງເລິກຢູ່ໃນລາວ ດັ່ງທີ່ພະນັກງານຄູອາວຸໂສໃນໂຮງ ຮຽນມັດທະຍົມປາຍແຫ່ງນຶ່ງເວົ້າວ່າ:
“ໂອ້ຍຍາກແຫລະ ມີແຕ່ວ່າພວກເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົາປໍ້າຕົ້ນໄມ້ຕັດແຕ່ຫັກຫງ່າມັນລະປົ່ງຄືນໃໝ່ທໍາມະດາເຂົາຕ້ອງຂຸດຮາກ ເຂົາບໍ່ຂຸດມັນກະປົ່ງມາຄືເກົ່າ ພໍ່ຄ້າລາຍໃຫ່ຍບໍ່ເຫັນຈັບຈັກເທື່ອ ໃຫ້ຜູ້ນ້ອຍແກ້ມັນ ມັນແກ້ບໍ່ໄດ້ ມັນຕ້ອງແມ່ນຜູ້ໃຫຍ່ພຸ້ນ ຜູ້ນ້ອຍຢູ່ພື້ນຖານມີແຕ່ປ້ອນຂໍ້ມູນ ການແກ້ໄຂບັນຫາມີແຕ່ໃຫ້ ຜູ້ນ້ອຍມັນແກ້ບໍ່ໄດ້ ມັນເປັນວຽກຂອງລະດັບປະເທດ ມີຫລາຍເລື້ອງທີ່ມັນເປັນກະທົບມາໃສ່”.
ນອກຈາກນັ້ນ ມັນຍັງເປັນການກໍ່ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງອັນແໜ້ນ ໜາອີກດ້ວຍ. ຕົວຢ່າງເຊັ່ນເມື່ອມໍ່ໆມານີ້ ເຈົ້າໜ້າທີ່ຕໍາຫລວດແຂວງໄຊຍະບູລີ ຈັບຊາວລາວ 6 ຄົນ ຢູ່ເມືອງຫົງສາ ໃນຂໍ້ຫາລັກລອບຂົນສົ່ງຢາບ້າ 12 ລ້ານເມັດ ແລະຍຶດປືນສັ້ນ ແລະລູກປືນ 15 ລູກ ຈາກຜູ້ຕ້ອງສົງໄສ. ຜູ້ຕ້ອງສົງໄສໃຫ້ການຢືນຢັນໃນຂັ້ນຕົ້ນວ່າ ໄດ້ຮັບເງິນຈາກຄົນໄທ ເພື່ອຂົນສົ່ງຢາບ້າ ທີ່ຊຸກ ເຊື່ອງໄວ້ໃນລົດບັນທຸກທີ່ແກ່ສິນຄ້າໄປນະຄອນຫຼວງວຽງຈັນ.
ຫ້ອງການວ່າດ້ວຍຢາເສບຕິດ ແລະອາຊະຍາກໍາຂອງອົງການສະຫະປະຊາຊາດຫລື UNODC ເມື່ອມໍ່ໆມານີ້ກໍລາຍງານວ່າເນື່ອງຈາກການລັກລອບຄ້າຢາເສບ ຕິດແມ່ນດໍາເນີນການ ໂດຍກຸ່ມອາຊະຍາກໍາຂ້າມຊາດ ທີ່ມີການຈັັດຕັ້ງທີ່ສາມາດຮັກສາຍຸດທະສາດຂະຫຍາຍຕະຫຼາດ ທີ່ມີການສະໜອງເປັນແຮງຜັກດັນ ຊຶ່ງໄດ້ຊຸກຍູ້ ໃຫ້ປະລິມານເພີ້ມຂຶ້ນ ແລະ ຫຼຸດລາຄາຢາລົງ. ລາຍງານນັ້ນກ່າວວ່າ ລາ ຄາຂາຍສົ່ງຢາໄອສ໌ ໃນເອເຊຍຕາເວັນອອກ ແລະເອເຊຍຕາເວັນອອກສຽງໃຕ້ຍັງສືບຕໍ່ຫຼຸດລົງ ໂດຍທີ່ຢູ່ໃນໄທ ແລະລາວໄດ້ຫຼຸດຫລາຍທີ່ສຸດໃນປະຫວັດສາດ ຊຶ່ງກໍຄືລາຄາຂາຍສົ່ງ 1,000 ໂດລາຕໍ່ກິໂລ ຢູ່ໃນແຂວງຕ່າງໆ ຕາມຊາຍແດນໄທ.
ສ່ວນທາງການລາວນັ້ນ ກໍຮັບຮູ້ວ່າ ບັນຫາຢາເສບຕິດເປັນວຽກງານທີ່ຫຍຸ້ງຍາກ ແລະໄດ້ຖືວ່າ ເປັນວຽກງານອັນສໍາຄັນຂອງຊາດ ດັ່ງທີ່ເຈົ້າໜ້າທີ່ກ່ຽວຂ້ອງກັບ ບັນຫານີ້ຢືນຢັນວ່າ:
“ໂອ້ຍຫຍຸ້ງແລ້ວ ສະພາບບ້ານເຮົາ ເລື້ອງຢານີ້ມັນມີຫລາຍຢາ ມີຢາບ້າຢາຫຍັງ ເປັນຄໍລະເຈນມັນເປັນກາເຟອີກໂອ້ມັນແຮງມັກ ໂອ້ຄູ່ມື້ນີ້ມັນຢາກຍາກ ຄືດຽວນີ້ແຫລະ ເພິ່ນເຮັດວາລະແຫ່ງຊາດກ່ຽວກັບຢາເສບຕິດຫັ້ນນະ ບັນຫາສາເສດຕິດເພິ່ນແກ້ມາຕະຫລອດ ວິທີການແລະມາດຕະການນີ້ ກະສຶກສາອົບຮົມໂຄສະນາ ຕ່າງໆຫັ້ນນະ”.
ແຕ່ຢ່າງໃດກໍຕາມການຄ້າຢາບ້າ ແລະຢາເສບຕິດຜິດກົດໝາຍອື່ນໆຂະໜາດໃຫຍ່ ທີ່ມີຕົ້ນກຳເນີດມາຈາກມຸມນ້ອຍໆຂອງເຂດເອເຊຍຕາເວັນອອກສຽງໃຕ້ ເຊັ່ນເຂດ ສາມຫລ່ຽມຄໍານັ້ນບໍ່ມີຮ່ອງຮອບສັນວ່າຈະຊ້າລົງເລີຍ.
ຫ້ອງການ UNODC ໃນເດືອນມິຖຸນາຜ່ານມາ ກໍລາຍງານວ່າພາກຕາເວັນຕົກສຽງເໜືອຂອງ ສປປ ລາວ ແລະ ແມ່ນໍ້າຂອງຍັງສືບຕໍ່ຖືກກຸ່ມແກັ່ງຄ້າຢາບ້ານຳໃຊ້ຢ່າງແຜ່ຫຼາຍ, ເຊິ່ງສະຖານະການຍັງສືບຕໍ່ມາເຖິງປີນີ້. ມີການຍຶດຢາບ້າໄດ້ຕະຫຼອດປີ, ແລະ ການຂົນສົ່ງຢາບ້າຈຳນວນຫຼາຍຖືກສະກັດກັ້ນຢູ່ແຂວງບໍ່ແກ້ວ ໃນໄລຍະດຳເນີນງານແຕ່ຕົ້ນປີ 2023. ຍ້ອນຄວາມສາມາດໃນການສະກັດກັ້ນໃນ ສປປ ລາວ ຍັງຕໍ່າ ເຈົ້າໜ້າທີ່ສືບລັບໄດ້ສະຫຼຸບວ່າ ການສະໜອງຢາເສບຕິດ ກໍາລັງຂົນຜ່ານປະເທດນີ້ໄດ້ ໂດຍບໍ່ມີການຕ້ານຢັນຫຍັງຫລາຍ.