ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄພແຫ້ງແລ້ງ ສົ່ງຜົນກະທົບ ຕໍ່ 2 ສ່ວນ 3 ຂອງ ເຂດມີບັນຫາຂັດແຍ້ງກັນ ໃນອັຟການິສຖານ


ຊາຍອັຟການິສຖານຄົນນຶ່ງ ໃຊ້ລໍ້ແກ່ພວກກະຕຸກນ້ຳ ເພື່ອຂົນ
ເອົານ້ຳໄປໄວ້ໃຊ້ ໃນນະຄອນຫຼວງກາບູລ, ວັນທີ 12 ກຸມພາ 2018.
ຊາຍອັຟການິສຖານຄົນນຶ່ງ ໃຊ້ລໍ້ແກ່ພວກກະຕຸກນ້ຳ ເພື່ອຂົນ ເອົານ້ຳໄປໄວ້ໃຊ້ ໃນນະຄອນຫຼວງກາບູລ, ວັນທີ 12 ກຸມພາ 2018.

ອົງການສະຫະປະຊາຊາດ ກ່າວວ່າ ໄພແຫ້ງແລ້ງກຳລັງສືບຕໍ່ສົ່ງຜົນກະທົບ ຕໍ່ສອງ
ສ່ວນສາມ ຂອງພື້ນທີ່ທີ່ມີບັນຫາຂັດແຍ້ງກັນ ໃນ 34 ແຂວງຂອງອັຟການິສຖານ ແລະ
ໄດ້ເຮັດໃຫ້ປະຊາຊົນອັຟການິສຖານ ຫຼາຍກວ່າ 2 ລ້ານຄົນ ມີຄວາມສ່ຽງ ຕໍ່ບັນຫາການ
ຂາດແຄນອາຫານຢ່າງໜັກ.

ແຫລ່ງນ້ຳທັງຫຼາຍ ແລະບໍ່ນ້ຳ ໃນທົ່ວປະເທດ ກໍໄດ້ແຫ້ງລົງ ແລະ ການຂາດແຄນນ້ຳຝົນ
ແລະການລະລາຍຂອງຫິມະ ກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ແມ່ນ້ຳຫຼາຍສາຍຫລຸດລົງ ຫຼື
ແຫ້ງລົງຈົນໝົດ ອີງຕາມລາຍງານ ປະຈຳສັບປະດາ ຂອງສຳນັກງານ ອົງການສະຫະ
ປະຊາຊາດ ຮັບຜິດຊອບດ້ານການປະສານງານເພື່ອມະນຸດສະທຳ ຫຼື OCHA.

ການຂາດແຄນນ້ຳ ຈຶ່ງໄດ້ເຮັດໃຫ້ພວກກະສິກອນ ເລື່ອນການປູກພືດຊະນິດຕ່າງໆ ແລະ
ໄດ້ລົດເນື້ອທີ່ປູກຝັງ ຂອງພວກເຂົາເຈົ້າລົງ ໃນຄວາມພະຍາຍາມ ທີ່ຈະຈຳກັດຄວາມເສຍ
ຫາຍໃຫ້ໜ້ອຍທີ່ສຸດ. ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດ ໄດ້ກ່າວວ່າ ໃນຫຼາຍໆ
ກໍລະນີ ພວກຊາວກະເສດຕະກອນ ບໍ່ສາມາດເຮັດຫຍັງໄດ້ເລີຍ ພຽງແຕ່ໄດ້ເບິ່ງພືດຜົນ
ຂອງເຂົາເຈົ້າແຫ້ງລົງຈົນຕາຍ.

ອົງການເພື່ອມະນຸດສະທຳນີ້ ໄດ້ເຕືອນວ່າ ໄພແຫ້ງແລ້ງດັ່ງກ່າວ ໄດ້ສົ່ງພົນກະທົບຕໍ່ການ
ປູກຝັງ ໃນລະດູໜາວ ຂອງປີ 2017 ແລະ 2018 “ແບບເສຍຫາຍຫຼາຍ ແລະບໍ່ສາມາດ
ປ່ຽນແປງຄືນໄດ້”
ແລະຄາດກັນວ່າ ມັນຍັງຈະສົ່ງຜົນກະທົບໃນທາງລົບ ຕໍ່ການປູກຝັງ
ໃນລະດູບານໃໝ່ ແລະ ລະດູຮ້ອນຂອງປີ 2018 ນຳດ້ວຍ. ມັນເປັນການຊ້ຳເຕີມ ຕໍ່ການ
ເກັບກ່ຽວຜົນລະປູກ ເມື່ອປີກາຍນີ້ ທີ່ຖືວ່າເປັນການສູນເສຍທັງໝົດເລີຍ.

ອົງການດັ່ງກ່າວ ໄດ້ບັນທຶກໄວ້ແລ້ວ ການເຄື່ອນໄຫວຍົກຍ້າຍຖິ່ນຖານ ຄັ້ງທຳອິດ ຂອງ
ປະຊາຊົນອັຟການິສຖານ ຫຼາຍກວ່າ 21,000 ຄົນ ເຂົ້າໄປໃນເມືອງໃຫຍ່ຕ່າງໆ ນັບຕັ້ງ
ແຕ່ຕົ້ນເດືອນພຶດສະພາ ເປັນຕົ້ນມາ ຍ້ອນໄພແຫ້ງແລ້ງ ແລະການບໍ່ມີອາຫານຫຼົງເຫຼືອ
ຢູ່ໃນຄັງ ນັ້ນເອງ.

ອົງການ OCHA ໄດ້ກ່າວໃນຖະແຫລງການວ່າ “ພວກແບ້ ແລະແກະ ຈຳນວນ 1 ລ້ານ
5 ແສນໂຕ ຢູ່ໃນຂົງເຂດທາງພາກຕາເວັນອອກສຽງເໜືອ ແມ່ນກຳລັງສູ້ຊົນ ເພື່ອຊອກ
ຫາອາຫານ ແລະ 600 ໝູ່ບ້ານ ໃນຈຳນວນເກືອບ 1,000 ໝູ່ບ້ານ ຢູ່ໃນແຂວງນຶ່ງ
ແມ່ນກຳລັງປະສົບກັບບັນຫາການຂາດແຄນນ້ຳ.”

ອງົາກນ OCHA ໄດ້ກ່າວອີກວ່າ ບັນດາຄູ່ພາຄີເພື່ອມະນຸດສະທຳ ກຳລັງຕ້ອງການທຶນ
ຈຳນວນ 115 ລ້ານໂດລາ ຢ່າງຮີບດ່ວນ ເພື່ອທີ່ຈະຕອບສະໜອງ ກັບຄວາມຮຽກຮ້ອງ
ຕ້ອງການ ຂອງປະຊາຊົນ 1 ລ້ານ 4 ແສນຄົນ ຜູ້ທີ່ຕົກຢູ່ໃນສະພາບທີ່ບໍ່ແຄ້ວບໍ່ຄົງ ຍ້ອນ
ປະສົບກັບໄພແຫ້ງແລ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG