ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ມີ​ການ​ໃຊ້​ໂດ​ຣນ ໂຈມ​ຕີ​​ບາງ​ເຂດ ​ໃນນະ​ຄອນ​ຫຼວງກີ​ຢິບ ​ຂະ​ນະ​ທີ່​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ຍັງ​ດຳ​ເນີນ​ຕໍ່​ໄປ


ແຟ້ມ - ສ່ວນ​ນຶ່ງ​ຂອງ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ​ກ່າວ​ວ່າ ເປັນ​ຊາກ​ຂອງ​ໂດ​ຣນ​ຂ້າ​ຕົວ​ຕາຍ Shahed-136 ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ໂຈມ​ຕີ​ສາງ​ເກັບ​ເຊື້ອ​ໄຟ​ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 6 ຕຸ​ລາ 2022.
ແຟ້ມ - ສ່ວນ​ນຶ່ງ​ຂອງ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ​ກ່າວ​ວ່າ ເປັນ​ຊາກ​ຂອງ​ໂດ​ຣນ​ຂ້າ​ຕົວ​ຕາຍ Shahed-136 ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ ຫຼັງ​ຈາກ​ຣັດ​ເຊຍ​ໄດ້​ໂຈມ​ຕີ​ສາງ​ເກັບ​ເຊື້ອ​ໄຟ​ໃນ​ເຂດ​ຄາ​ກີບ ເມື່ອ​ວັນ​ທີ 6 ຕຸ​ລາ 2022.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ກຳ​ລັງ​ຣັດ​ເຊຍ​ໄດ້​ໂຈມ​ຕີນະ​ຄອ​ນຫຼວງ​ກີ​ຢິບ​ແລະ​ເຂດ​ຄາ​ກີບ ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ຂ້າ​ຕົວ​ຕາຍ ນຶ່ງມື້​ຫຼັງ​ຈາກ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງ​ການ​ເນ​ໂຕ້ ທີ່​ປະ​ຊຸມ​ກັນ​ຢູ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ສັນ​ຍາ​ວ່າ​ຈະ​ສົ່ງ​ອາ​ວຸດ​ເພີ້ມ​ຕື່ມ ໄປ​ໃຫ້​ຢູ​ເຄ​ຣນ.

ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟ ແລະ​ແມ່ນ​ກະ​ທັງ​ໂດ​ຣນ​ຂ້າ​ຕົວ​ຕາຍ​ທີ່​ຜະ​ລິດ​ໂດຍ​ອີ​ຣ່ານ​ໂຈມ​ຕີ​ປະ​ເທດ​ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້ ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ​ໄດ້​ທຳ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ.

ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ຄວາມ​ເປັນ​ໄປໄດ້ ​ໃນ​ການ​ທີ່​ຈະ​ປິດ​ເຂດ​ນ່ານ​ຟ້າ. ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ​ໃນ​ເວ​ລານີ້ ຍັງ​ບໍ່​ພຽງ​ພໍ​ເທື່ອ. ພວກ​ເຮົາ​ມີ​ພຽງ​ແຕ່ 10 ເປີ​ເຊັນ​ໃນ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ ຕາມ​ຄວາມ​ເປັນ​ຈິງ​ແລ້ວ.”

ສະ​ຫະ​ລັດ ເນ​ເທີ​ແລນ ຝ​ຣັ່ງ ແລະ​ສະ​ເປນ ຕ່າງ​ກໍ​ໄດ້​ສະ​ໜອງ​ຕອບ​ຕໍ່​ການ​ຮຽກ​ຮ້ອງ​ດັ່ງ​ກ່າວ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ​ທີ່​ຈະ​ຈັດ​ສົ່ງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ເພີ້ມ​ຕື່ມ​ໄປ​ໃຫ້​ຢູ​ເຄ​ຣນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ແລະ​ໃນ​ຕົ້ນ​ອາ​ທິດນີ້ ເຢຍ​ຣະ​ມັນ​ກໍ​ໄດ້​ປະ​ກາດ​ວ່າ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຂອ​ງ​ຕົນ​ຊຸດ​ທຳ​ອິດ ໄດ້​ສົ່ງ​ໄປ​ຮອດ​ປະ​ເທດ​ຢູ​ເຄ​ຣນ​ແລ້ວ.

ທ່ານ​ເຈັນ ສ​ໂຕ​ລ​ເຕັນ​ເບີກ ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ກ່າວ​ວ່າ “ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ພວກ​ເຮົາ​ໄດ້​ເຫັນ​ມີ​ການ​ລະ​ດົມ​ໃນ​ເລື້ອງນີ້ ເວ​ລາ​ມີ​ການ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ພັນ​ທະ​ມິດ​ເນ​ໂຕ້​ດຳ​ເນີນ​ການ​ເພີ້ມ​ຕື່ມ ພວກ​ເຂົາ​ເຈົ້າ​ທີ່​ຈິງ​ແລ້ວ​ກຳ​ລັງ​ດຳ​ເນີນ​ການ​ເພີ້ມ​ຕື່ມ.”

ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ເມື່ອ​ໄວໆ​ມານີ້ ໄດ້​ພາ​ໃຫ້​ເກີດ​ຄວາມ​ຢ້ານ​ກົວ ກ່ຽວ​ກັບ​ການ​ເພີ້ມ​ທະ​ວີ​ຄວາມ​ໂຫດ​ຫ້ຽມ​ຂອງ​ສົງ​ຄາມ.

ທ່ານ​ນາງ​ແມ​ຣີ ແຄລນ​ສ໌ (Mary Clantz) ຈາກ​ສະ​ຖາ​ບັນ​ສັນ​ຕິ​ພາບ​ສະ​ຫະ​ລັດ ກ່າ​ວວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ກຳ​ລັງ​ຄື​ກັນ​ກັບ​ວ່າ ພວມ​ຖອດນວມ​ອອກ​ແລ້ວ.”

“ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ​ພວກ​ເຮົາ​ໄດ້​ເຫັນຄວາມ​ທາ​ລຸນ​ໂຫດ​ຮ້າຍ​ຕ່າງໆ​ມາ​ແລ້ວ ພວກ​ເຮົາ​ໄດ້​ເຫັນ​ການ​ໂຈມ​ຕີ​ຕໍ່​ພົນ​ລະ​ເຮືອນ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຈະ​ເຫັນ​ສິ່ງ​ເຫຼົ່າ​ນັ້ນ​ເພີ້ມ​ຕື່ມ​ໃນ​ເວ​ລານີ້.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ​ໃນ​ວັນ​ພະ​ຫັດ​ວານນີ້ໄດ້​ເຕືອນ​ວ່າ ອົງ​ການ​ເນ​ໂຕ້​ຈຳ​ເປັນ​ຕ້ອງ​ໄດ້​ເພີ້ມ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ເພື່ອ​ຈະ​ທຳ​ການ​ປ້ອງ​ກັນ​ໂຕ ແລະ​ຢູ​ເຄ​ຣນ​ໃຫ້​ດີ​ຂຶ້ນ​ຕື່ມ.

ທ່ານ​ລອຍ ອອ​ສ​ຕິນ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ລົງ​ທຶນ​ເພີ້ມ​ຕື່ມໃນ​ການ​ຂະ​ຫຍາຍ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ ແລະ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ພວກ​ເຮົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ແລ້ວ ທີ່​ຈະ​ຕ້ອງ​ໄດ້​ທົດ​ແທນ​ສິ່ງ​ເຫຼົ່າ​ນັ້ນ ສິ່ງ​ເຫຼົ່າ​ນັ້ນ​ບາງ​ຢ່າງ ທີ່​ພວກ​ເຮົາ​ໄດ້​ສະ​ໜອງ​ໃຫ້​ແກ່​ຢູ​ເຄ​ຣນ.

ແຕ່​ຜູ້​ນຳ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ພັນ​ທະ​ມິດ​ເນ​ໂຕ້​ຈະ​ບໍ່​ຖືກ​ແກ່​ເຂົ້າ​ສູ່​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ສົງ​ຄາມ​ທາງ​ເລືອກ” ຂອງ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG