ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ເປັນ​ເຈົ້າ​ພາບ​​ກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ ທີ​່​ຖືກ​ຈັດ​ຂຶ້ນ​ໂດຍ ກີ​ຢິບ


ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຂວາ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງ​ຣາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ອາ​ຣາ​ເບຍ ເຈົ້າ​ຊາຍ ໄຟ​ຊາ​ລ ບິນ ຟາ​ຮານ ອາ​ລ-ຊາ​ອຸດ ໃນ​ນະ​ຄອນຫຼວງ ກີ​ຢິບ, 26 ກຸມ​ພາ 2023. (Ukrainian Presidential Press Service/Handout via Reuters)
ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ, ຂວາ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຂອງ​ຣາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ອາ​ຣາ​ເບຍ ເຈົ້າ​ຊາຍ ໄຟ​ຊາ​ລ ບິນ ຟາ​ຮານ ອາ​ລ-ຊາ​ອຸດ ໃນ​ນະ​ຄອນຫຼວງ ກີ​ຢິບ, 26 ກຸມ​ພາ 2023. (Ukrainian Presidential Press Service/Handout via Reuters)

ຊາ​ອຸ​ດີ ອ​າ​ຣາ​ເບຍ ໃນ​ໄວໆ​ນີ້​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ປຶກ​ສາ​ຫາ​ລື​ການ​ປະ​ຕິ​ບັດ​ງານ​ແຜນ​ການ​ສັນ​ຕິ​ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ເພື່ອ​ສິ້​ນ​ສຸດ​ສົງ​ຄາມ​ທີ່ ຣັດ​ເຊຍ ໄດ້​ເລີ່ມ​ຂຶ້ນ​ເມື່ອ​ປີ​ກາຍນີ້.

ຫົວ​ໜ້າ​ຂອງ​ຫ້ອ​ງ​ການ​ປະ​ທານ​ທິ​ບໍ​ດີ​ຂອງ​ທ່ານ ເຊ​ເລັນ​ສ​ກີ, ທ່ານ ແອນດ​ຣີ ເຢີ​ມັກ, ໄດ້​ກ່າວ​ວ່າ​ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ​ຈະ​ນຳ​ເອົາ​ບັນ​ດາ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ມາເຕົ້າ​ໂຮມ​ກັນ​ສຳ​ລັບ​ການ​ເຈ​ລະ​ຈາ​ທີ່​ຈະ​ມີ​ຂຶ້ນ​ລຸນຫຼັງ​ການ​ເຈ​ລະ​ຈາ​ຮອບ​ທຳ​ອິດ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ນະ​ຄອນຫຼວງ​ໂຄ​ເປ​ຮາ​ເກັນ ຂອງ ຟິນ​ແລນ ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ. ທ່ານ ເຢີ​ມັກ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ແມ່ນ​ກຳ​ລັງ “ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ລວມ​ເອົາ​ບັນ​ດາ​ຄູ່​ຮ່ວມ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ຈາກ​ທັງ​ຕາ​ເວັນ​ຕົກ ແລະ ພາກ​ໃຕ້​ຂອງ​ໂລກ.”

ທ່ານ​ບໍ່​ໄດ້​ຢືນ​ຢັນ​ວັນ​ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ນັ້ນ, ແຕ່​ໜັງ​ສື​ພິມ Wall Street Journal ໄດ້​ລາຍ​ງານ​ວ່າ​ມັນ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ຫາ 6 ສິງ​ຫາ ແລະ ຈະ​ປະ​ກອບ​ມີ 30 ປະ​ເທດ. ອົງ​ການ​ຂ່າວ AP ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ວ່າ ສະ​ຫະ​ລັດ, ບ​ຣາ​ຊິ​ລ, ອິນ​ເດຍ ແລະ ອາ​ຟ​ຣິ​ກາ​ໃຕ້ ຈະ​ເຂົ້າ​ຮ່ວມ.

ທ່ານ ເຢີ​ມັກ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຫຼັກ​ສູດ​ສັນ​ຕິ​ພາບ​ຂອງ ຢູ​ເຄ​ຣນ ປະ​ກອບ​ມີ​ 10 ຈຸດ​ພື້ນ​ຖານ, ເຊິ່ງ​ການ​ປະ​ຕິ​ບັດ​ການ​ຂອງ​ມັນ​ຈະ​ບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ສັນ​ຕິ​ພາບ​ສຳ​ລັບ ຢູ​ເຄ​ຣນ ເທົ່າ​ນັ້ນ, ແຕ່​ຍັງ​ຈະ​ສ້າງ​ກົນ​ໄກ​ເພື່ອ​ຕອບ​ໂຕ້​ຄວມ​ຂັດ​ແຍ້ງ​ໃນ​ອະ​ນາ​ຄົດ​ໃນ​ໂລກ. ພວກ​ເຮົາ​ໝັ້​ນ​ໃຈ​ຢ່າງ​ແຮງວ່າ​ແຜນ​ການ​ສັນ​ຕິ​ພາບ ຢູ​ເຄ​ຣນ ຈະ​ຖືກໃຊ້​ເປັນ​ພື້ນ​ຖານ, ເພ​າ​ະ​ວ່າ​ສົງ​ຄາມ​ໄດ້​ເກີດ​ຂຶ້ນ​ໃນ​ດິນ​ແດນ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG