ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍ້ອນຄວາມຝັນ ຢາກມີຊີວິດແບບປົກກະຕິ ຈຶ່ງຜັກດັນໃຫ້ເດັກຍິງຊາວໂຣຮິງຢາ ເດີນທາງດ້ວຍເຮືອ ທີ່ເປັນອັນຕະລາຍໃນທະເລ

ພາບຂອງຄອບຄົວຊາວໂຣຮິງຢາຄອບຄົວນຶ່ງ ທີ່ບໍ່ສາມາດລະບຸໄດ້, ຢູ່ທີ່ຕູບນ້ອຍຂອງພວກເຂົາເຈົ້າ ຢູ່ສູນບາຊາ ໃນເມືອງຄອກສ໌ ປະເທດບັງກລາແດັສ. ຄອບຄົວດັ່ງກ່າວ ກໍຄືກັບຄອບຄົວອື່ນໆ ທີ່ບໍ່ສາມາດເຮັດໃຫ້ລູກສາວອາຍຸ 18 ແລະ 20 ປີ ອອກໄປແຕ່ງງານໄດ້. (Noor Hossain/VOA)

ດ້ວຍການໃສເສື້ອຜ້າທີ່ແສ່ວດ້ວຍສີຂອງປາເຊລມອນ ແລະໃສ່ເກີບບູດທີ່ເຫຼື້ອມຄືສີເງິນ, ເດັກນ້ອຍຍິງຄົນນຶ່ງແນມເບິ່ງມາທາງກ້ອງຖ່າຍຮູບແບບຈິງຈັງ. ນາງນ້ອຍຢືນຢູ່ກົງກັນຂ້າມກັບພາບເບື້ອງຫຼັງທີ່ເປິເປື້ອນ. ຝາ ແລະຫຼັງຄາສ້າງຈາກດິ້ວໄມ້ໄຜ່ທີ່ສະລັບກັນ, ພ້ອມກັບແຜ່ນຜ້າກັ້ງຢາງທີ່ເກົ່າໆ.

ຮູບພາບດັ່ງກ່າວຖືກສົ່ງໄປໃຫ້ເຄືອຂ່າຍຂອງພີ່ນ້ອງ ແລະບັນດາຄອບຄົວ ຜູ້ທີ່ຈະສົ່ງມັນຕໍ່ໄປໃຫ້ຜູ້ທີ່ຄາດຫວັງວ່າ ຈະເປັນເຈົ້າບ່າວ.

ເດັກນ້ອຍຍິງຊາວມຸສລິມໂຣຮິງຢາ, ນາງມູບີນາ ຄາຕູນ ມີອາຍຸ 13 ປີ ເມື່ອຕອນທີ່ນາງຂຶ້ນເຮືອເພື່ອເດີນທາງເຂົ້າໄປມາເລເຊຍ ຕອນຢູ່ໃນປະເທດບັງກລາແດັສ, ໂດຍມີບັນດາເດັກຍິງທີ່ຍັງບໍ່ໄດ້ແຕ່ງງານ ແລະແມ່ຍິງຊາວໂຣຮິງຢາອີກຢ່າງໜ້ອຍ 32 ຄົນ ທີ່ເດີນທາງມາຈາກສູນຜູ້ອົບພະຍົບບາຊາ (Bazar) ຂອງເມືອງ (Cox) ໃນປະເທດບັງກລາແດັສ. ນາງຮາມິດາ ຄາທູນ (Hamida Khatoon) ນ້າສາວຂອງລາວຜູ້ທີ່ຍັງບໍ່ໄດ້ແຕ່ງງານອາຍຸ 20 ປີ ກໍໄປນໍາລາວເຊັ່ນກັນ.

ຜູ້ອົບພະຍົບຊາວໂຣຮິງຢາ ນາງມູບີນາ ຄາທູນ ອາຍຸ 13 ປີ, ຢືນຖ່າຍຮູບກ່ອນຂຶ້ນເຮືອເດີນທາງໄປປະເທດມາເລເຊຍ, ຢູ່ໃນສູນບາຊາ ຂອງເມືອງ ຄອກສ໌, ປະເທດບັງກລາແດັສ, ວັນທີ 2 ທັນວາ 2022. (Photo courtesy of family, and blurred at family's request)

ເຮືອລໍາດັ່ງກ່າວ ເປັນເຮືອເດີນທາງ ທີ່ຜິດກົດໝາຍ ເຊິ່ງບໍລິການການດໍາເນີນງານໂດຍພວກຄ້າມະນຸດ, ແມ່ນຫາຍສາບສູນໄປນັບຕັ້ງແຕ່ວັນທີ 8 ທັນວາ ພ້ອມດ້ວຍຜູ້ໂດຍສານໃນເຮືອອີກ 180 ຄົນ, ເຊິ່ງພວກເຂົາເຈົ້າທັງໝົດ ເປັນຊາວອົບພະຍົບມຸສລິມໂຣຮິງຢາ.

ຢູ່ໃນຖະແຫຼງການທີ່ໄດ້ເຜີຍແຜ່ອອກມາເມື່ອວັນທີ 25 ທັນວາ ໂດຍອົງ​ການອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ໄດ້ອະທິບາຍວ່າ “ບໍ່ເໝາະສົມສໍາລັບການອອກທະເລ” ແລະກໍໄດ້ກ່າວວ່າ ມັນອາດຈະຈົມລົງທະເລ ແລະເຮັດໃຫ້ທັງໝົດເສຍຊີວິດໄປແລ້ວ.

ຜູ້ອົບພະຍົບຊາວໂຣຮິງຢາ ນາງຊູຣາ ຄາທູນ ນັ່ງກັບບັນດາລູກໆຂອງລາວ ໃນສູນບາຊາ ຂອງເມືອງຄອກສ໌, ປະເທດບັງກລາແດັສ, ເພື່ອລົມກັບລູກສາວຂອງລາວ ນາງຊາໂນວາຣາ ເບກຸມ ຢູ່ໃນມາເລເຊຍ ໂດຍຜ່ານການໂທຫາກັນທາງວີດີໂອ. ດ້ວຍການນໍາໃຊ້ບໍລິການເຮືອຂົນສົ່ງທີ່ຜິດກົດໝາຍ, ນາງຊາໂນວາຣາ ເດີນທາງມາຮອດມາເລເຊຍໃນປີ 2021, ແຕ່ງງານກັບຜູ້ຊາຍຊາວໂຣຮິງຢາ ແລະກໍອາໄສຢູ່ທີ່ນັ້ນເປັນຕົ້ນມາ. (Mohammed Rezuwan Khan/VOA)

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG