ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງມະຕິຂອງສະຫະປະຊາຊາດ ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການ​ບຸກ​ລຸກ​ ຂອງ​ ຣັດ​ເຊຍ ເຂົ້າ​ໄປໃນຢູ​ເຄ​ຣນ


ແມ່​ຍິງ​ຫລຽວ​ເບິ່ງ​ເກີບ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ອາດ​ຊະ​ຍາ​ກຳ​ສົງ​ຄາມທີ່​ມີ​ຕໍ່ ພົນ​ລະ​ເມືອງ​ຢູ​ເຄ​ຣນຢູ່​ຈະ​ຕຸ​ລັດ Old Town ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 1 ປີ ແຫ່ງ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໃນ​ນະ​ຄອນ​ຫລວງ​ປ​ຣາກ, ວັນ​ທີ 15 ກຸມ​ພາ, 2023
ແມ່​ຍິງ​ຫລຽວ​ເບິ່ງ​ເກີບ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ອາດ​ຊະ​ຍາ​ກຳ​ສົງ​ຄາມທີ່​ມີ​ຕໍ່ ພົນ​ລະ​ເມືອງ​ຢູ​ເຄ​ຣນຢູ່​ຈະ​ຕຸ​ລັດ Old Town ເພື່ອ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 1 ປີ ແຫ່ງ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ​ຂອງ​ຣັດ​ເຊຍ ໃນ​ນະ​ຄອນ​ຫລວງ​ປ​ຣາກ, ວັນ​ທີ 15 ກຸມ​ພາ, 2023

ຮ່າງ​ມະຕິ​ຂອງ​ສະມັດຊາ​ໃຫຍ່ ​ອົງການ​ສະຫະ​ປະຊາ​ຊາດ ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ກອງ​ປະຊຸມ​ສະ​ໄໝ​ວິ​ສາ​ມັນ ໃນ​ອາທິດ​ໜ້ານີ້ ຮຽກຮ້ອງ​ໃຫ້​ຍຸຕິ ​ການເຮັດ​ສົງ​ຄາມ​ຢູ່ໃນ​ຢູ​ເຄຣນ​ແລະ​ບັນລຸ​ສັນຕິພາບ ​ທີ່​ຮັບປະກັນ "ອະທິປະ​ໄຕ, ເອກະລາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ" ຂອງ​ຢູ​ເຄ​ຣນ.

ກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່​ ຄາດ​ວ່າ ​ຈະ​ຮັບ​ຮອງ​ເອົາ​ມະ​ຕິ​ດັ່ງ​ກ່າວ​ໃນ​ວັນ​ທີ 23 ກຸມ​ພາ ນຶ່ງມື້​ກ່ອນ​ວັນ​ຄົບ​ຮອບ 1 ປີ​ ແຫ່ງ​ການ​ບຸກ​ລຸກ​ຢູ​ເຄ​ຣນ ຢ່າງ​ເຕັມ​ອັດ​ຕາ​ຂອງ​ຣັດ​ເຊຍ.

ຮ່າງ​ມະຕິທີ່​ວ່ານີ້ ​ຮຽກຮ້ອງ​ໃຫ້ອົງ​ການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ສະໜັບສະໜຸນ ຄວາມ​ພະຍາຍາມ​ທາງ​ການ​ທູດ ​ເພື່ອໃຫ້​ບັນລຸ​ສັນຕິ ພາບ.

ມາດ​ຕະການ​ດັ່ງກ່າວ ​ຍັງ​ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຢຸດໂຈມ​ຕີ​ພື້ນຖານ​ໂຄງ​ລ່າງ​ພົນ ລະ​ເຮືອນ​ຂອງ​ຢູ​ເຄຣນ ​ແລະ​ໃຫ້​ຖອນ​ກຳລັງ​ທະຫານຂອງ​ຕົນ​ທັງ​ໝົດ​ອອກ​ຈາກ​ຢູ​ເຄຣນ​ໂດຍ​ທັນທີ.

ມະຕິ​ຂອງ​ກອງ​ປະຊຸມ​ສະ​ມັດ​ຊາໃຫຍ່ ​ບໍ່​ມີ​ຜົນ​ບັງຄັບ​ໃຊ້ໃນ​ທາງ​ກົດໝາຍ, ​ແຕ່​ມີ​ນ້ຳໜັກ​ດ້ານ​ການ​ເມືອງ ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມຄິດ​ເຫັນ​ຂອງ​ໂລກ.

ການ​ກະທຳ​ທີ່​ຄ້າຍຄື​ກັນ​ນີ້ ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງຂອງອົງ​ການ​ສະຫະ​ປະຊາ​ຊາດ, ​ເຊິ່ງຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ທາງ​ກົດໝາຍ, ບໍ່​ໄດ້​ໃຫ້ທາງ​ເລືອກ​ ເພາະຣັດ​ເຊຍ ​ມີບ່ອນ​ນັ່ງ​ຖາວອນ ນຶ່ງ​ໃນ 5 ​ບ່ອນ ​ທີ່​ມີ​ອຳນາດໃນ​ການໃຊ້​ສິດຢັບ​ຢັ້ງ.

ກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່ ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິຫລາຍ​ສະ​ບັບ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜຸນຕໍ່ຢູເຄ​ຣນ ແລະ ຕຳ​ໜິການ​ເຄື່ອນ​ໄຫວ​ທາງ​ທະ​ຫານ​ຂອງຣັດ​ເຊຍ.

ຫລາຍມື້ ​ຫຼັງ​ຈາກມີການ​ບຸກ​ລຸກຂອງ​ຣັດ​ເຊຍ, ອົງ​ການ​ດັ່ງ​ກ່າວ​ ໄດ້​ລົງ​ຄະ​ແນນ​ສຽງ 141 ຕໍ່ 5 ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ທັນ​ທີ ແລະ​ໃຫ້​ຣັດ​ເຊຍ​ຖອນ​ທະ​ຫານຂອງ​ຕົນທັງ​ໝົດ​ອອກໄປ. ມະຕິອີກອັນນຶ່ງ ໃນອາທິດຕໍ່ມາ ກໍໄດ້ຖິ້ມໂທດໃສ່ ຣັດເຊຍ ກ່ຽວກັບວິກິດການດ້ານມະນຸດສະທຳຢູ່ໃນຢູເຄຣນ ແລະຮຽກຮ້ອງ ໃຫ້ມີ​ຊ່ອງ​ທາງເຂົ້າເຖິງການຊ່ວຍເຫຼືອ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອ​ສ​ຕິນ ໃນວັນ ພຸດວານນີ້ ໄດ້ສະແດງດ້ວຍ​ຄວາມ​ດີໃຈ ເຖິງໂອກາດຂອງລັດຖະບານກີ​ຢິບ ທີ່​ຈະເອົາ​ບາດ​ກ້າວລິເລີ້ມ ໃນສະໜາມ​ລົບ ຕ້ານຢັນທະ​ຫານຣັດເຊຍຄືນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG