ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ດຣ. ຢັງ ດາວ ເລົ່າເຖິງປະຫວັດ ການມາຕັ້ງຖິ່ນຖານຂອງເພິ່ນ ແລະຂອງປະຊາຄົມມົ້ງ ໃນລັດເມນີໂຊຕາ ຢ່າງມີຜົນສໍາເລັດ


ດຣ. ຢັງ ດາວ ແລະພັນລະຍາຢູ່ໃນເຮືອນຂອງເພິ່ນ ໃນເມືອງມີເນອາໂປລີສ, ລັດເມນີໂຊຕາ
ດຣ. ຢັງ ດາວ ແລະພັນລະຍາຢູ່ໃນເຮືອນຂອງເພິ່ນ ໃນເມືອງມີເນອາໂປລີສ, ລັດເມນີໂຊຕາ

ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີ ການສໍາພາດກັບ ດຣ. ຢັງ ດາວ ອະດີດອາຈານສອນຢູ່ມະຫາວິທະຍາໄລລັດເມນີໂຊຕາ ແລະ ພັນລະຍາຂອງເພິ່ນກ່ຽວກັບການອົບພະຍົບມາຢູສະຫະລັດ ແລະສະພາບຊຸມ ຊົນທີ່ມີທັງ ຄົນເຊື້ອສາຍລາວ ແລະມົ້ງຢູ່ໃນລັດດັ່ງກ່າວ. ຂໍເຊີນທ່ານໄປຟັງການສຳພາດນີ້ຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ພໍ່ຂອງ ດຣ. ຢັງ ດາວ (ຊ້າຍສຸດ), ເຈົ້າໜ້າທີ່ສະໄໝຝຣັ່ງປົກຄອງອິນດູຈີນ, ດຣ. ຢັງດາວ (ຊ້າຍສຸດກາງ) ແລະນ້ອງສາວ 5 ຄົນ ແລະອ້າຍກົກ
ພໍ່ຂອງ ດຣ. ຢັງ ດາວ (ຊ້າຍສຸດ), ເຈົ້າໜ້າທີ່ສະໄໝຝຣັ່ງປົກຄອງອິນດູຈີນ, ດຣ. ຢັງດາວ (ຊ້າຍສຸດກາງ) ແລະນ້ອງສາວ 5 ຄົນ ແລະອ້າຍກົກ

ດຣ. ຢັງດາວ ເຖິງຈະເປັນຄົນເຜົ່າມົ້ງ ທີ່ເປັນຊົນເຜົ່າກຸ່ມນ້ອຍໃນລາວກໍຕາມ ແຕ່ທ່ານກໍເປັນຜູ້ນຶ່ງທີ່ບໍ່ມີພໍເທົ່າໃດຄົນຢູ່ໃນລາວທີ່ໄດ້ໄປສຶກສາຕໍ່ທີ່ຕ່າງປະເທດ ແລະສໍາເລັດສູງເຖິງຂັ້ນປະລິນຍາເອກ ໃນຊຸມປີ 1960 ຫາ 1972 ແລະກໍໄດ້ ມາຕັ້ງຖິ່ນຖານຢູ່ໃນສະຫະລັດຢ່າງມີຜົນສໍາເລັດສູງນັບແຕ່ໃນປີ 1983 ເປັນ ຕົ້ນມາ.

ດຣ. ຢັງ ດາວກັບປຶ້ມບົດວິທະຍານິພົນຂອງເພິ່ນຫລັງຈາກປະລິນຍາເອກຈາກມະຫາວິທະຍາໄລຊອກບອນຢູ່ປາຣີ ໃນປີ 1972
ດຣ. ຢັງ ດາວກັບປຶ້ມບົດວິທະຍານິພົນຂອງເພິ່ນຫລັງຈາກປະລິນຍາເອກຈາກມະຫາວິທະຍາໄລຊອກບອນຢູ່ປາຣີ ໃນປີ 1972

ທ່ານເລົ່າເຖິງປະຫວັດຄວາມເປັນມາຂອງທ່ານ ໂດຍຫຍໍ້ສູ່ຟັງດັ່ງນີ້:

ດຣ. ຢັງ ດາວ ແລະພັນລະຍາທີ່ຫາກໍຍົກຍ້າຍໄປຢູ່ນໍາເພິ່ນໃນປີ 1964 ຫລັງຈາກເເພິ່ນໄປຮຽນຢູ່ປາຣີໄດ້ 2 ປີ
ດຣ. ຢັງ ດາວ ແລະພັນລະຍາທີ່ຫາກໍຍົກຍ້າຍໄປຢູ່ນໍາເພິ່ນໃນປີ 1964 ຫລັງຈາກເເພິ່ນໄປຮຽນຢູ່ປາຣີໄດ້ 2 ປີ

ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນ ແມ່ນບໍ່ຄ່ອຍຄືກັນຊຶ່ງຂຶ້ນກັບໂຊກວາດສະໜາ ແລະເງື່ອນໄຂຂອງແຕ່ລະຄົນ. ແຕ່ສິ່ງທີ່ຄືກັນນັ້ນກໍຄື ການພັດພາກຈາກບ້ານເກີດເມືອງນອນດ້ວຍຄວາມຈໍາໃຈດັ່ງກໍລະນີຂອງ ດຣ. ຢັງ ດາວ ຜູ້ຊຶ່ງມີຄວາມຫວັງໜັກໜາ ທີ່ຈະໄດ້ປະກອບສ່ວນໃນການສ້າງສາປະເທດຊາດທີ່ຕົນກໍາເໜີດມາ ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ດຣ. ຢັງ ດາວ, ອະດີດອະທິບໍດີ ຫລື ຫົວໜ້າກົມພັດທະນາຊັບພພຍາກອນມະນຸດ, ກະຊວງແຜນການຂອງລາວ ປີ 1972-1974
ດຣ. ຢັງ ດາວ, ອະດີດອະທິບໍດີ ຫລື ຫົວໜ້າກົມພັດທະນາຊັບພພຍາກອນມະນຸດ, ກະຊວງແຜນການຂອງລາວ ປີ 1972-1974

ພາຍຫລັງ ທີ່ສໍາເລັດການສຶກສາປະລິນຍາເອກໃນປະເທດຝຣັ່ງ ແລະໄປປະຕິ ບັດງານໄດ້ປະມານ 3 ປີແລ້ວ ທ່ານກໍໄດ້ພາຄອບຄົວອົບພະຍົບໄປຢູ່ໄທ ແລ້ວ ທ່ານກໍພາຄອບຄົວອົບພະຍົບໄປຕັ້ງຖິ່ນຖານຢູ່ຝຣັ່ງ.

ການຍົກຍ້າຍອົບພະະຍົບເຜົ່າມົ້ງ, ລາວ ແລະເຜົ່າຂະມຸອອກຈາກລ່ອງແຈ້ງໄປຢູ່ໃນໄທ ໃນປີ 1975
ການຍົກຍ້າຍອົບພະະຍົບເຜົ່າມົ້ງ, ລາວ ແລະເຜົ່າຂະມຸອອກຈາກລ່ອງແຈ້ງໄປຢູ່ໃນໄທ ໃນປີ 1975

ເນືື່ອງຈາກທ່ານມີປະສົບການໃນການສິດສອນ ໃນຂັ້ນມະຫາວິທະຍາໄລ ໃນຝຣັ່ງ ແລະຮູ້ກ່ຽວກັບປະ ຫວັດສາດ ແລະວັດທະນະທໍາ ທັງຂອງຄົນເຜົ່າມົ້ງແລະລາວດີ ຈຶ່ງໄດ້ຖືກເຊີນ ໃຫ້ຍົກຍ້າຍຖິ່ນຖານ ເຂົ້າມາຢູ່ໃນສະຫະລັດ ຊຶ່ງທ່ານເລົ່າສູ່ຟັງວ່າ:

ດຣ. ຢັງ ດາວ ຢູ່ໃນຫ້ອງສອນຕອນນຶ່ງທີ່ມະຫາວິທະຍາໄລລັດເມນີໂຊຕາ ຫລັງຈາກເພິ່ນໄດ້ສັນຊາດອາເມຣິກາແລ້ວ
ດຣ. ຢັງ ດາວ ຢູ່ໃນຫ້ອງສອນຕອນນຶ່ງທີ່ມະຫາວິທະຍາໄລລັດເມນີໂຊຕາ ຫລັງຈາກເພິ່ນໄດ້ສັນຊາດອາເມຣິກາແລ້ວ

ຫລັງຈາກເປັນທີ່ປຶກສາໄດ້ 3 ປີ ແລະໄດ້ພາ ສາອັງກິດດີແລ້ວ ດຣ. ຢັງດາວ ກໍເປັນອາຈານສອນ ກ່ຽວກັບວັດທະນະທໍາລາວ ແລະມົ້ງໃຫ້ແກ່ພວກພະນັກ ງານທີ່ເຮັດວຽກກ່ຽວຂ້ອງກັບການ ຊ່ວຍເຫລືອອົບພະຍົບມາຈາກລາວ ເຊັ່ນ ພະນັກງານສັງຄົມສົງເຄາະ, ຕໍາຫລວດ ແລະທະນາຍຄວາມຢູ່ໃນມະຫາວິທະ ຍາໄລລັດເມນີໂຊຕາ. ທ່ານເລົ່າເຖິງຄວາມລໍາບາກໃນການມາຕັ້ງຖິ່ນຖານໃໝ່ຂອງຊາວອົບພະຍົບທີ່ມາຈາກລາວ ແລະຫວຽດນາມ ໂດຍສະເພາະແມ່ນຊົນເຜົ່າມົ້ງສູ່ຟັງວ່າ:

ດຣ. ຢັງ ດາວ ຮ່ວມຫລິ້ນການໂຍນໝາກບານຂອງໜຸ່ມສາວຊາວມົ້ງໃນບຸນກິນຈຽງ ຫລືປີໃໝ່ມົ້ງໃນປີ້ 2005 ທີ່ລັດເມນີໂຊຕາ
ດຣ. ຢັງ ດາວ ຮ່ວມຫລິ້ນການໂຍນໝາກບານຂອງໜຸ່ມສາວຊາວມົ້ງໃນບຸນກິນຈຽງ ຫລືປີໃໝ່ມົ້ງໃນປີ້ 2005 ທີ່ລັດເມນີໂຊຕາ

ສ່ວນຈໍານວນຄົນເຊື້ອສາຍລາວ ແລະມົ້ງ ພ້ອມທັງການສ້າງສາວັດວາຕັ້ງແຕ່ ຕອນພວກເພິ່ນມາຮອດລັດເມນີໂຊຕາໃໝ່ໆ ຈົນເຖິງປັດຈຸບັນນີ້ ດຣ. ຢັງ ດາວ ແລະພັນລະຍາຂອງເພິ່ນເລົ່າສູ່ຟັງວ່າ:

ນອກຈາກການນັບຖືສາສະໜາອື່ນເຊັ່ນ ກາໂຕລິກ ແລະສາສະໜາຄຣິສຕຽນນິ ກາຍອື່ນແລ້ວ ຄົນເຊື້ອສາຍມົ້ງໃນລັດດັ່ງກ່າວປະມານ 50 ເປີເຊັນ ຍັງນໍາເອົາການເຊື່ອ ຖືຮີດຄອງທີ່ເຄີຍປະຕິບັດກັນມາ ຢູ່ລາວນັ້ນມາປະຕິບັດຢູ່, ອີງຕາມທ່ານຢັງດາວ.

ນະຄອນມີເນອາໂປລິສ ແລະເຊັນທ໌ພອລ ທີ່ເອີ້ນວ່າເມືອງແຝດ ແລະໃຫຍ່ທີ່ສຸດ ໃນລັດເມນີໂຊຕານັ້ນ ເປັນເຂດຕົວ ເມືອງທີ່ມີຄົນເຊື້ອສາຍມົ້ງທີ່ມາຈາກລາວ ອາໄສ ຢູ່ຫລາຍທີ່ສຸດໃນສະຫະລັດຊຶ່ງມີ 80 ພັນກວ່າຄົນ ແລະມີຄົນເຊື້ອສາຍ ລາວ ອາໄສຢູ່ປະມານ 8,000 ຄົນຊຶ່ງຫລາຍເປັນອັນດັບສາມ ຮອງລົງມາຈາກ ເມືອງ ຊາກຣາແມນໂຕ ແລະແຊນແຟຣນຊິສໂກຂອງລັດຄາລິຟໍເນຍ, ອີງຕາມ ອົງການຄົ້ນຄວ້າພີວ ຫລືທີ່ອ້າງອີງໃສ່ການຫລວດສໍາມະໂນຄົວ ປີ 2020 ຂອງ ສະຫະລັດ. ເມື່ອມີການຢູ່ແບບເປັນປຶກແຜ່ນແໜ້ນໜາກັນທັງຂອງຄົນ ເຊື້ອສາຍ ມົ້ງ ແລະລາວ ຈຶ່ງມີການສ້າງສາເສດຖະກິດ ແລະການງານ ໃຫ້ຮຸ່ງເຮືອງກ້າວໜ້າຂຶ້ນ.

ຮ້ານຂາຍຜັກຮ້ານນຶ່ງໃນຕະຫລາດບ້ານມົ້ງທີ່ເມືອງແຊັນທ໌ພອລ, ລັດເມນີໂຊຕາ
ຮ້ານຂາຍຜັກຮ້ານນຶ່ງໃນຕະຫລາດບ້ານມົ້ງທີ່ເມືອງແຊັນທ໌ພອລ, ລັດເມນີໂຊຕາ

ສິ່ງທີ່ໂດດເດັ່ນກວ່າບ່ອນໃດໝົດໃນສະຫະລັດທີ່ມີ ຄົນອົບພະະຍົບມາ ຈາກລາວອາໄສຢູ່ກໍຄືມີຕະຫລາດ ມົ້ງ ແລະມີໂຮງຮຽນ ເອກະຊົນທີ່ມົ້ງເປັນເຈົ້າ ຂອງຢູ່ປະມານ 5 ແຫ່ງຊຶ່ງ ດຣ. ຢັງ ດາວ ເວົ້າເຖິງອາຊີບ ແລະຄວາມກ້າວ ໜ້າທາງດ້ານການສຶກສາ ແລະເສດຖະກິດຂອງຊົນເຜົ່າມົ້ງຢູ່ທີ່ນັ້ນສູ່ຟັງວ່າ:

ຄົນເຊື້ອສາຍມົ້ງໃນສະຫະລັດທັງໝົດປະມານ 327,000 ຄົນອີງຕາມອົງການ ຄົ້ນຄວ້າພີວ. ໃນນັ້ນ 900 ຄົນ ໄດ້ຮັບປະລິນຍາເອກ ແລະເກືອບຮອດ 15,000 ຄົນ ໄດ້ຮັບປະລິນຍາຕີ. ຄົນເຊື້ອສາຍມົ້ງໃນລັດ ດັ່ງກ່າວກວາມເອົາ ສັດສ່ວນໃຫຍ່ ຄົນທີ່ໄດ້ຮັບການສຶກສາສູງທີ່ວ່ານີ້ອີງຕາມທ່ານຢັງ ດາວ. ນອກ ຈາກນັ້ນ ໃນລັດນີ້ ກໍມີຊາວເຜົ່າມົ້ງທີ່ເປັນນັກການເມືອງ ເຊັ່ນສະມາຊິກສະພາ ສູງ, ສະມາຊິກສະພາຕໍ່າ ປະຈໍາລັດ, ເປັນເຈົ້າເມືອງ ແລະ ເປັນສະມາຊິກສະ ພາບໍລິຫານເມືອງອີກຫລາຍຄົນ. ສິ່ງທີ່ໂດດເດັ່ນທີ່ສຸດກໍຄືການນໍາເອົາຫລຽນຄໍາ, ຫລຽນເງິນ ແລະຫລຽນທອງແດງ ຂອງນາງສຸນິສາ ລີ້ ກັບບ້ານ ຫລັງຈາກໄປ ແຂ່ງຂັນກິລາໂອລິມປິກຄັ້ງທໍາ ອິດຂອງນາງທີ່ນະຄອນຫລວງໂຕກຽວ ທີ່ຫາກໍ່ ປິດລົງ ບໍ່ພໍເທົ່າໃດມື້ມານີ້ ຊຶ່ງດຣ. ຢັງດາວບອກວ່າ ມັນໄດ້ ນໍາຄວາມພູມໃຈ ແລະສັນລະເສີນມາໃຫ້ຄົນທົ່ວສະຫະ ລັດໂດຍສະເພາະ ແມ່ນຊົນຊາດຊົນເຜົ່າ ທີ່ມີຖິ່ນກໍາເນີດມາຈາກລາວ ແລະຂົງເຂດເອເຊຍ.

ດຣ. ຢັງ ດາວ ໄປກ່າວຄໍາປາໄສໃນງານສະຫລອງປີໃໝ່ມົ້ງໃນເມືອງແຫ່ງນຶ່ງຢູ່ ສຫລ ເພື່ອຮັກສາວັດທະນະທໍາຂອງມົ້ງໄວ້
ດຣ. ຢັງ ດາວ ໄປກ່າວຄໍາປາໄສໃນງານສະຫລອງປີໃໝ່ມົ້ງໃນເມືອງແຫ່ງນຶ່ງຢູ່ ສຫລ ເພື່ອຮັກສາວັດທະນະທໍາຂອງມົ້ງໄວ້

ສະຫລຸບແລ້ວເຖິງແມ່ນວ່າ ດຣ. ຢັງ ດາວ ແລະຊົນເຜົ່າມົ້ງທັງຫລາຍຈະຍົກ ຍ້າຍຄອບຄົວອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ໃນລັດເມນີໂຊຕາໄດ້ປະະມານ 4 ທົດສະວັດນີ້ກໍຕາມ ແຕ່ກໍປະສົບຜົນສໍາເລັດຢ່າງຫລວງຫລາຍ ໂດຍສະເພາະ ແມ່ນການຍາດເອົາຫລຽນຄໍາຂອງນາງສຸນິສາ ລີ້ ໃນການແຂ່ງຂັນກິລາໂອລິມ ປິກຄັ້ງທໍາອິດຂອງນາງທີ່ສະແດງໃຫ້ເຫັນວ່າການມາຕັ້ງຖິ່ນຖານໃໝ່ຂອງພວກ ເຂົາ ເຈົ້າໃນສະຫະລັດ ແມ່ນປະສົບຜົນສໍາເລັດຫລາຍ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືການສໍາພາດກັບ ດຣ. ຢັງ ດາວ ແລະພັນລະຍາທີ່ເປັນຄົນເຊື້ອສາຍມົ້ງທີ່ອົບພະຍົບຈາກລາວມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ແລະກໍໄດ້ຮັບຜົນສໍາເລັດເປັນຢ່າງສູງ. ຂໍເຊີນບັນດາທ່ານພົບກັບລາຍ ການຊຸມຊົນລາວ ຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.

ເບິ່ງວີດິໂອໃນການສໍາພາດກັບທ່ານຢັງ ດາວ ທີ່ເຮືອນຂອງເພິ່ນໃນລັດເມນີໂຊຕາ

ເບິ່ງວີດິໂອກ່ຽວກັບການສະຫລອງຄວາມສໍາເລັດຂອງນາງສຸນິສາ ລີ

XS
SM
MD
LG