ຜູ້ທີ່ໄດ້ຮັບຄະແນນສຽງເປັນທີສອງ ໃນການເລືອກຕັ້ງປະທານາທິບໍດີ ຂອງສາທາລະ-
ນະລັດ ປະຊາທິປະໄຕ ຄອງໂກ ແມ່ນໄດ້ປະຕິເສດ ບໍ່ຍອມຮັບເອົາຜົນ ການເລືອກຕັ້ງ
ຢ່າງເປັນທາງການ ທີ່ສະແດງໃຫ້ເຫັນວ່າ ທ່ານ ເຟລິກສ໌ ຊີເຊເຄດີ (Felix
Tshisekedi) ໄດ້ຊະນະ ການປ່ອນບັດເລືອກຕັ້ງ ໃນວັນທີ 30 ທັນວາ ຜ່ານມານັ້ນ
ວ່າ ເປັນການສໍ້ໂກງ.
ຄະນະກຳມະການເລືອກຕັ້ງຂອງປະເທດ ທີ່ເອີ້ນຫຍໍ້ວ່າ CENI ໄດ້ປະກາດ ໃນຕອນ
ເຊົ້າວັນພະຫັດມື້ນີ້ ວ່າ ທ່ານ ຊີເຊເຄດີ ໄດ້ຊະນະການເລືອກຕັ້ງ ດ້ວຍຄະແນນສຽງກາຍ
38 ເປີເຊັນ ຊຶ່ງໄດ້ສ້າງຄວາມແປກໃຈ ໃຫ້ແກ່ບັນດາຜູ້ສັງເກດການ ຫຼັງຈາກ ການຢັ່ງ
ຫາງສຽງກ່ອນການເລືອກຕັ້ງ ໄດ້ຄາດຄະເນວ່າ ຜູ້ນຳພັກຝ່າຍຄ້ານ ທ່ານ ມາຕິນ ຟາຢູລູ
ຈະເປັນຜູ້ຊະນະການເລືອກຕັ້ງ.
ທ່ານ ຟາຢູລູ ຜູ້ທີ່ໄດ້ຮັບຄະແນນສຽງ 34 ເປີເຊັນ ໄດ້ກ່າວຫາ ຄະນະກຳມະ ການວ່າ
ດຳເນີນການ “ສໍ້ໂກງການເລືອກຕັ້ງ” ແລະໄດ້ຮຽກຮ້ອງຕໍ່ສາສະໜາ ກາທໍລິກ ໃຫ້ເປີດ
ເຜີຍຜົນການນັບຄະແນນສຽງທີ່ເປັນອິດສະຫລະຂອງຕົນນັ້ນ. ນັກການທູນຈຳນວນນຶ່ງ
ໄດ້ກ່າວຕໍ່ອົງການຂ່າວຕ່າງໆ ວ່າ ການນັບຄະແນນສຽງ ໂດຍພວກຄະນະສັງເກດການ
ຂອງສາສະໜາ ກາທໍລິກ ສະແດງໃຫ້ເຫັນ ວ່າ ທ່ານ ຟາຢູລູ ເປັນຜູ້ໄດ້ຮັບໄຊຊະນະ.
ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານຊັງ ອີແວັດ ເລີດຣຽນ ກໍມີຄວາມສົງໄສ ກ່ຽວກັບ
ຜົນການເລືອກຕັ້ງດັ່ງກ່າວເຊັ່ນກັນ ໂດຍກ່າວຕໍ່ໂທລະພາບ ຊ່ອງ CNews ຂອງຝຣັ່ງ
ໃນວັນພະຫັດມື້ນີ້ວ່າ ຜົນການນັບຄະແນນຢ່າງເປັນທາງການ ແມ່ນຂັດກັບການນັບ
ບັດຄະແນນຕົວຈິງ.
ຜົນການນັບຄະແນນສຽງຂອງທາງການ ອາດພາໃຫ້ມີການຄາດຄະເນກັນຕື່ມ ວ່າ
ປະທານາທິບໍດີໂຈເຊັຟ ກາບີລາ ທີ່ກຳລັງພົ້ນຈາກຕຳແໜ່ງ ໄດ້ຕົກລົງກັນກັບ ທ່ານ
ຊີເຊເຄດີ ທີ່ຈະປະກາດໃຫ້ທ່ານ ເປັນຜູ້ຊະນະ.
ທ່ານ ເອັມແມນນູແອລ ຣາມາຊານີ ຊາດາຣີ ຜູ້ທີ່ ປະທານາທິບໍດີ ຄາບີລາ ເລືອກດ້ວຍ
ຕົວທ່ານເອງ ໃຫ້ເປັນຜູ້ສືບຕຳແໜ່ງຕໍ່ໄປນັ້ນ ແມ່ນໄດ້ຄະແນນສຽງເປັນທີສາມ.
ຖ້າຜົນການປະກາດຖືກຢືນຢັນ ມັນກໍຈະນຳໄປສູ່ ການປ່ຽນອຳນາດແບບປະຊາທິປະໄຕ
ຄັ້ງທຳອິດຂອງປະເທດ ນັບຕັ້ງແຕ່ປະເທດດັ່ງກ່າວ ໄດ້ເອກກະລາດ ຈາກແບລຈ້ຽມ ໃນປີ
1960 ເປັນຕົ້ນມາ. ທ່ານ ສແຕັບຟານ ດູຈາຣິກ ໂຄສົກ ຂອງເລຂາທິການໃຫຍ່ ສະຫະ
ປະຊາຊາດ ທ່ານແອນໂຕນີໂອ ກູແຕເຣັສ ໄດ້ ກ່າວຍົກຍ້ອງ ສາທາລະນະລັດ ປະຊາ-
ທິປະໄຕ ຄອງໂກ ກ່ຽວກັບການຈັດການ ເລືອກຕັ້ງ ທີ່ “ໄດ້ເຫັນການເຂົ້າຮ່ວມ ແລະມີ
ສ່ວນຂອງຫຼາຍພັກການເມືອງຢ່າງ ກວ້າງຂວາງ.”