ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 50 ຄົນ ຖືກຂ້າຕາຍ ຍ້ອນການຖິ້ມ ລະເບີດ ໂດຍບໍ່ໄດ້ຕັ້ງໃຈ ຂອງໄນຈີເຣຍ


ພາບນີ້ ໄດ້ຮັບຈາກ ​ແພດ​ບໍ່​ມີ​ພົມແດນ ຫຼື Doctors Without Border (MSF), ວັນທີ 17 ມັງ 2017, ສະແດງໃຫ້ເຫັນ ເດັກນ້ອຍຄົນນຶ່ງໄດ້ຮັບບາດເຈັບ ຫຼັງຈາກ ເຮືອບິນອາຍພົ່ນຂອງກອງທັບອາກາດ ຖິ້ມລະເບີດໂດຍບໍ່ໄດ້ຕັ້ງໃຈ ໃສ່ສູນອົບ​ພະຍົບ ພາຍ​ໃນ ຍ້ອນກຸ່ມໂບໂກ ຮາຣາມ ຫົວຮຸນແຮງອິສລາມ, ໃນເມືອງ Rann ຢູ່ທາງພາກເໜືອຂອງໄນຈີເຣຍ.
ພາບນີ້ ໄດ້ຮັບຈາກ ​ແພດ​ບໍ່​ມີ​ພົມແດນ ຫຼື Doctors Without Border (MSF), ວັນທີ 17 ມັງ 2017, ສະແດງໃຫ້ເຫັນ ເດັກນ້ອຍຄົນນຶ່ງໄດ້ຮັບບາດເຈັບ ຫຼັງຈາກ ເຮືອບິນອາຍພົ່ນຂອງກອງທັບອາກາດ ຖິ້ມລະເບີດໂດຍບໍ່ໄດ້ຕັ້ງໃຈ ໃສ່ສູນອົບ​ພະຍົບ ພາຍ​ໃນ ຍ້ອນກຸ່ມໂບໂກ ຮາຣາມ ຫົວຮຸນແຮງອິສລາມ, ໃນເມືອງ Rann ຢູ່ທາງພາກເໜືອຂອງໄນຈີເຣຍ.

ການໂຈມຕີທາງອາກາດຂອງກອງທັບ ໄນຈີເຣຍ ໄດ້ສັງຫານຫຼາຍກວ່າ 50 ຄົນ ເມື່ອວັນອັງຄານວານນີ້ ໃນອັນທີ່ບັນດາເຈົ້າໜ້າທີີ່ ເອີ້ນວ່າ ການຖິ້ມລະເບີດ ​ໂດຍ
​ທີ່​ບໍ່​ໄດ້​ຕັ້ງ​ໃຈ ໃນລະຫວ່າງການປະຕິບັດການ ທີ່ແນເປົ້າໝາຍໃສ່ ກຸ່ມພວກຫົວ
ຮຸນແຮງ ໂບໂກ ຮາຣາມ.

ໃນເບື້ອງຕົ້ນ ກອງທັບໄດ້ກ່າວວ່າ ການໂຈມຕີທາງອາກາດ ທີ່ເມືອງ Rann ​ໄດ້​ຖືກ​
ສູນ​ພວກ​ອົບ​ພະຍົບພາຍ​ໃນ​ປະ​ເທດ ຍ້ອນກຸ່ມໂບໂກ ຮາຣາມ ແຕ່ໂຄສົກຂອງ ທຳນຽບປະທານາທິບໍດີ ທ່ານ Femi Adesina ໄດ້ບອກຕໍ່ວີໂອເອ ວ່າ ການໂຈມຕີ ໄດ້ຖືກບໍລິເວນແຫ່ງນຶ່ງ ຂອງພົນລະເຮືອນ.

ທ່ານ Adesina ໄດ້ກ່າວວ່າ ມີການເຄື່ອນໄຫວຂອງກຸ່ມໂບໂກ ຮາຣາມ ຈຳ ນວນ​ນຶ່ງ ຢູ່ໃກ້ໆບໍລິເວນດັ່ງກ່າວ ແລະ ກອງທັບໄດ້ “ປະຕິບັດການຢ່າງຜິດ ພາດ” ໃນຂະນະ ທີ່ພະຍາຍາມຈະ “ທຳລາຍພວກກະບົດຈຸນີ້.”

ທ່ານປະທານາທິບໍດີ Muhammadu Buhari ໄດ້ສັນຍາວ່າ ຈະຊ່ອຍເຫຼືອ ພວກ ເຄາະຮ້າຍ ໃນຖະແຫລງການ ທີ່ນຳອອກເຜີຍ​ແຜ່ ໃນ Twitter ທີ່ເປັນທາງການ ຂອງທ່ານນັ້ນ.

ທ່ານໄດ້ເວົ້າວ່າ “ຂ້າພະເຈົ້າໄດ້ຮັບຂ່າວ ດ້ວຍຄວາມເສຍໃຈ ທີ່ວ່າ ກອງທັບອາກາດ ກຳລັງປະຕິບັດງານ ເພື່ອກວດລ້າງພວກກະບົດຫົວຮຸນແຮງ ໂບໂກ ຮາຣາມ ຢູ່ນັ້ນ ໄດ້ຖິ້ມລະເບີດໂດຍບໍ່ໄດ້ຕັ້ງໃຈ ໃສ່ຊຸມຊົນ ຂອງພົນລະເຮືອນ ທີ່ເມືອງ Rann ​ໃນ
ລັດ Borno.”

ກຸ່ມຊ່ອຍເຫຼືອ ​ແພດ​ບໍ່​ມີ​ພົມແດນ ຫຼື MSF ໄດ້ກ່າວວ່າ ບັນດາສະມາຊິກຂອງຕົນ ໄດ້ ຮັກສາປິ່ນປົວ ພວກທີ່ໄດ້ຮັບບາດເຈັບ 120 ຄົນ ໃນສະຖານທີ່ຂອງພວກເຂົາເຈົ້າຢູ່
ທີ່ລັດ Borno ທາງ​ພາກ​ເໜືອ​ຂອງ​ປະ​ເທດ. ອົງການຊ່ອຍເຫຼືອ MSF ໄດ້ລາຍງານວ່າ ຈຳນວນຂອງຜູ້ເສຍຊີວິດ ມີຢູ່ 52 ຄົນ ໃນຖະແຫລງການ ທີ່ນຳ​ອອກ​ເຜີຍ​ແຜ່ ບໍ່ເທົ່າ ໃດຊົ່ວໂມງ ຫຼັງຈາກການໂຈມຕີ​ ໄດ້​ເກີດ​ຂຶ້ນ.

ຄະ​ນະ​ກຳມະການສະພາກາແດງສາກົນ ໄດ້ກ່າວວ່າ ສະມາຊິກທີ່ເປັນຊາວໄນຈີເຣຍ 6 ຄົນ ຂອງຕົນນັ້ນ ແມ່ນລວມຢູ່ໃນຈຳນວນ ຂອງຜູ້ທີ່ເສຍຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Nigeria Boko Haram
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG