ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ້ານວ່າ ມີຜູ້ເສຍຊີວິດ ຫລາຍສິບຄົນ ໃນເຫດດິນເຈື່ອນ ຄັ້ງທີສອງ ຢູ່ມຽນມາ


ການຂຸດຄົ້ນຫາຊາກສົບຜູ້ເສຍຊີວິດ ຢູ່ເມືອງ Hpakant ໃນລັດ Kachin ເມື່ອວັນທີ​ 24 ພະຈິກ ຜ່ານມານີ້.
ການຂຸດຄົ້ນຫາຊາກສົບຜູ້ເສຍຊີວິດ ຢູ່ເມືອງ Hpakant ໃນລັດ Kachin ເມື່ອວັນທີ​ 24 ພະຈິກ ຜ່ານມານີ້.

ມີ​ຫລາຍສິບ​ຄົນ ​ໄດ້​ຫາຍ​ສາບ​ສູນ​ ແລະ​ຢ້ານ​ວ່າ​ເສຍ​ຊີວິດ​ແລ້ວ
ຫລັງ​ຈາກ​ໄດ້​ເກີດດິນ​ເຈື່ອນ​ຢູ່ໃນ​ບໍລິ​ເວນ​ບໍ່​ຢົກ​ແຫ່ງ​ນຶ່ງ​ໃ​ນ​ພາກ
​ເໜືອ​ຂອງ​ມຽນມາ​ ທີ່ເຮັດ​ໃຫ້​ຢ່າງ​ໜ້ອຍ 100 ຄົນ​ໄດ້​ເສຍ​ຊີວິດ​
ຍ້ອນ​ໄພພິບັດ​ແບບ​ດຽວ​ກັນ ໃນເດືອນ​ແລ້ວນີ້.

ພວກ​ກູ້​ໄພ​ ເລີ້ມຊອກ​ຄົ້ນຫາ​ ຊາກ​ສົບ​ຜູ້​ເສຍ​ຊີວິດ ​ໃນ​ເຫດ​ດິນ
​ເຈື່ອນ ໃນ​ວັນ​ສຸກ​ວານນີ້ ​ທີ່​ເມືອງ Hpakant ​ໃນ​ລັດ​ Kachin
ຊຶ່ງ​ເປັນ​ສູນ​ກາງ​ອຸດສາຫະກຳ​ຢົກຂອງມຽນມາ. ​ເຈົ້າໜ້າ​ທີ່​ກ່າວ
​ວ່າ​ ຕົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ຂ່າວ​ໃດໆ​ເທື່ອ ​ກ່ຽວ​ກັບ​ວ່າມີ​ຜູ້​ຄົນຫຼາຍ
ປານ​ໃດ​ໄດ້​ເສຍ​ຊີວິດ​ຫຼືບາດ​ເຈັບ.

​ໃນ​ເດືອນ​ແລ້​ວນີ້​ມີ​ຢ່າງ​ໜ້ອຍ 100 ຄົນເສຍ​ຊີວິດ​ໃນ​ເຫດ​ດິນ​ເຈື່ອນໃກ້ໆ​ບໍ່​ຢົກ Hpakant.​
ສອງ​ມື້ຫລັງ​ຈາກໄດ້​ເກີດ​ດິນ​ເຈື່ອນ​ແລ້ວ ພວກ​ກູ້​ໄພ​ແມ່ນ​ຍັງ​ສືບຕໍ່​ດຶງ​ເອົາ​ຊາກ​ສົບ​ຄົນ​ຕາຍ​
ອອກ​ມາຈາກ​ຊາກ​ຫັກ​ພັງ.

​ເມືອງ Hpakant ​ໃນ​ລັດ Kachin ​ແມ່ນ​ປະມານ 950 ກິ​ໂລ​ແມັດ ຫ່າງ​ຈາກ​ນະຄອນ​ຢ່າງ​
ກຸ້ງ​ ຊຶ່ງ​ເປັນຫົວ​ເມືອງ​ໃຫຍ່​ສຸດ​ຂອງ​ມຽນມາ​ ​ໄປ​ທາງ​ພາກ​ຕາ​ເວັນອອກສຽງ​ເໜືອ​ແລະ​ເປັນ​
ທີ່​ມາຂອງ​ຢົກທີ່​ມີ​ຄຸນ​ນະພາ​ບສູງ​ທີ່​ສຸດ​ໃນ​ໂລກ.

ອົງການ Global Witness ຊຶ່ງ​ເປັນ​ອົງການ​ຈັດຕັ້ງ ທີ່​ທຳ​ການ​ສືບ​ສວນ​ ກ່ຽວ​ກັບການ​ໃຊ້​
ເງິນ​ລາຍ​ໄດ້​ຈາກ​ການ​ຂາຍ​ຢົກ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງກະ​ປະມານ​ມູນ​ຄ່າ​ໃນ​ການ​ຜະລິດ​
ຢົກຂອງ​ມຽນມາສູງ​ເຖິງ​ 31 ພັນ​ລ້ານ​ໂດ​ລາ ໃນ​ປີ​ 2014. ​ແຕ່​ອົງການ​ດັ່ງກ່າວ​ເວົ້າວ່າ​ ປະ ຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແຕ່ ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ.

XS
SM
MD
LG