ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 64 “Double Down” ແປ​ວ່າ ເພີ້ມເຂົ້າ​ໄປອ​ກີສອງເທົ່າ


English in a Minute: Double Down
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອ ລາຍ​ການ​ພາ​ສາ​ອັງ​ກິດ English in a Minute: Double Down ຊຶ່ງ​ແປ​ວ່າ ເຂົ້າ​ໄປສອງເທົ່າ. ສຳ​ນວນນີ້ ແມ່ນມາຈາກການ​​ການ​ຫລິ້ນ​ໄພ້ blackjack. ການລົງ​ໄພ້ສອງເທົ່າ ແມ່ນກ່ຽວ ຂ້ອງກັບການວາງເດີມພັນ ຂອງທ່ານເປັນສອງເທົ່າ ຢູ່ໃນຈຸດທີ່ມີຄວາມສ່ຽງໃນເກມການ​ພະ​ນັນ

Welcome to English in a minute, where we teach you all about idioms in American English.
ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າ​ສູ່​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Double means two, but why would you double down?
Double ຫມາຍ​ຄວາມ​ວ່າ​ສອງ, ແຕ່​ວ່າ​ເປັນ​ຫຍັງ​ທ່ານ​ຈະ​ລົງ​ສອງ​ເທົ່າ​? ພວກ​ເຮົາ​ລອງ​ມາ​ຟັງ​ການສົນ​ທະ​ນາ​ລະ​ຫວ່າງ Anna ກັບ Dan ລອງເບິ່ງ​ເນາະ ​ບາງ​ທີມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ຫລາຍ​ຂຶ້ນ.

Dan: Anna on I took your advice. I asked my soccer coach if he could cut our practice hours.
Anna ຂ້ອຍ​ເຮັດ​ຕາມຄໍາແນະນໍາຂອງເຈົ້າ. ຂ້ອຍ ຂໍ​ໃຫ້ຄູຝຶກເຕະບານຂອງຂ້ອຍວ່າ ໃຫ້​ເພິ່ນຕັດຊົ່ວໂມງຝຶກຂອງພວກເຮົາລົງໄດ້​ບໍ?.

Anna: Practicing three days a week is way too much. Good for you.
ການຝຶກສາມມື້ ຕໍ່ອາທິດແມ່ນ ຫຼາຍເກີນໄປ. ກະດີ​ແລ້ວເດ່ສໍາ​ລັບ​ເຈົ້າ.

Dan: No. Bad for me! He doubled down. Now we have to practice four days a week!
ບໍ່. ມັນບໍ່ດີສໍາລັບຂ້ອຍດອກ! ເພິ່ນເພີ້ມເຂົ້າ​ໄປອີກສອງເທົ່າ. ບັດ​ນີ້ພວກເຮົາຕ້ອງ​ຝຶກ ສີ່ມື້ຕໍ່ອາທິດ!

Anna: All right. At least you'll be in shape
ເອີ​ໜ່າ. ຢ່າງຫນ້ອຍເຈົ້າກໍຈະມີ​ຫຸ່ນ​ດີ​ຂຶ້ນ
Dan: or injured! ຫຼືບໍ່​ກໍບາດເຈັບ!

When you double down, you strengthen your position or strategy, even if it's a risky one.
ເມື່ອທ່ານເພີ້ມ​ເຂົ້າ​ໄປສອງເທົ່າ ຫລື double down ກໍ​ໝາຍ​ຄວາມ​ວ່າ ທ່ານເສີມສ້າງ ຈຸດ​ຢືນ ຫຼືຍຸດທະສາດຂອງທ່ານຂຶ້ນ, ເຖິງແມ່ນວ່າມັນຈະມີຄວາມສ່ຽງກໍ​ຕາມ.

This expression comes from the card game blackjack. Doubling down involves doubling your bet at a risky point in the game.
ສຳ​ນວນນີ້ ແມ່ນມາຈາກການການ​ຫລິ້ນ​ໄພ້ blackjack. ການລົງ​ໄພ້ສອງເທົ່າ ແມ່ນກ່ຽວ ຂ້ອງກັບການວາງເດີມພັນຂອງທ່ານເປັນສອງເທົ່າ ຢູ່ໃນຈຸດທີ່ມີຄວາມສ່ຽງ ໃນເກມການ​ພະ​ນັນ.

And that's English in a minute.

XS
SM
MD
LG