ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກ ໜ່ວຍ Doolittle Raiders ສຫລ ເຕົ້າໂຮມກັນ ເທື່ອສຸດທ້າຍ


ການປະຕິງານ ຖິ້ມລະເບີດ ຂອງໜ່ວຍ Doolittle Raiders ປາງ ສົງຄາມໂລກຄັ້ງທີ່ສອງ
ການປະຕິງານ ຖິ້ມລະເບີດ ຂອງໜ່ວຍ Doolittle Raiders ປາງ ສົງຄາມໂລກຄັ້ງທີ່ສອງ
ບັນດາ​ສະມາຊິກ​ ທີ່​ຍັງ​ມີ​ຊີວິດ​ຂອງ ໜ່ວຍ Doolittle Raid ທີ່​ໄປ​ຖິ້ມລະ​ເບີດ​ລົງ​ໃສ່​ກຸງ​ໂຕ​ກຽວ​ເທື່ອ​ທຳ​ອິດ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ ​ໄດ້​ເຕົ້າ​ໂຮມ​ກັນ​ ຢູ່​ທີ່​ຫໍພິພິດທະພັນ​ແຫ່ງ​ຊາດ​ຂອງ​ກອງທັບອາກາດ ​ເມື່ອ​ວັນເສົາ​ວານ​ນີ້ ​ເພື່ອ​ດື່ມ​ເພື່ອ​ເປັນ​ກຽດ​ເທື່ອ​ສຸດ​ທ້າຍແກ່​ເພື່ອນ​ທະຫານ ທີ່​ເສຍ​ຊີວິດ​ໄປ​ ໃນຄາວ​ນັ້ນ.

ປະຊາຊົ​ນຫຼາຍຮ້ອຍ​ຄົນ ​ພາກັນ​ຊົມ ສະມາຊິກ​ສາມ​ ໃ​ນຈໍານວນ​ສີ່​ຄົນ​ຂອງ ພວກທີ່​ຍັງ​ມີ​ຊີວິດ​ຢູ່ ຂອງ​ກຸ່ມ Doolittle Raiders ຄື ພັນ​ໂທ Richard Cole, ພັນ​ໂທ Edward Saylor ​ແລະ​ຈ່າ​ເອກ David Thatcher ຊຶ່ງ ທັງ​ສາມ​ທ່ານ​ນີ້ ຢູ່​ໃນ​ໄວ 90 ປີ​ໄດ້​ຍົກ ເຫຼົ້າ​ໂກ​ຍັກ ປີ 1896 ຂຶ້ນດື່ມ​ດ້ວຍ ​ຈອກ​ເງິນພິ​ເສດ.

​ເຫຼົ້າ​ Cognac ​ໄດ້​ຖືກ​ມອບ​ເປັນ​ກຽດ​ໃນໂອກາດ​ດັ່ງກ່າວ ຈາກ​ມື້​ລາງ​ຜູ້​ບັນຊາ​ການ ພົນ​ຕີີ James Doolittle ທີ່​ເກີດ​ໃນ​ປີ 1896. ສ່ວນ​ຜູ້​ທີ່​ຍັງ​ມີຊີວິດ​ຄົນ​ທີ່​ສີ່ ຄື ພັນ​ໂທ Robert Hite ບໍ່​ສາມາດ​ມາ​ຮ່ວມ​ໃນ​ພິທີ​ດັ່ງກ່າວນີ້​ໄດ້ ຍ້ອນ​ບັນຫາ​ສຸຂະພາບ.

ກຸ່ມ Doolittle Raiders 80 ຄົນທີ່​ທໍາ​ການ​ໂຈມ​ຕີ​ທາງ​ອາກາດຕໍ່​ຍີ່ປຸ່ນ ​ເມື່ອ​ປີ 1942 ​ໄດ້​ສ້າງ​ຄວາມ​ຫາຍ​ແກ່​ກຸງໂຕ​ກຽວ​ບໍ່​ຮ້າຍ​ແຮງ​ປານ​ໃດກໍ​ຈິງ ​ແຕ່​ກໍ​ໄດ້ຮັບ​ການ​ຮັບ​ຮູ້ວ່າ ເປັນ​ສິ່ງ​ຊ່ວຍ​ກະ​ຕຸ້ນ​ກໍາລັງ​ໃຈ​ຊາວ​ອາ​ເມ​ຣິກັນ ຈາກ​ສະພາບ​ການຢູ່​ໃນ​ຈຸດ​ທີ່​ຕົກ​ຕໍ່າລົງ​ໄປ​ແລະ​ໄດ້​ທໍາລາຍ​ຄວາມ​ຮູ້ສຶກ​ທີ່​ບໍ່ໃຜສາມາດ​ເອົາ​ຊະນະ​ຂອງ​ຍີ່ປຸ່ນ​ນັ້ນໄດ້.
XS
SM
MD
LG