ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ບໍ​ລິ​ຈາກ ສັນ​ຍາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອແກ່​ເຢ​ເມນ 1.2 ຕື້​ໂດ​ລາ ​ແຕ່​ກໍ​ບໍ່​ຮອດ​ເປົ້າ​ໝາຍ​ທີ່​ ສ​ປ​ຊ ຕັ້ງ​ໄວ້


ແຟ້ມ - ຄອບ​ຄົວ​ຊາວ​ເຢ​ເມນ​ໄດ້​ຮັບ​ການ​ປັນ​ສ່ວນ​ແປ້ງ ແລະ​ອາ​ຫານ​ທີ່​ຈຳ​ເປັນ​ອື່ນໆ ຈາກ​ອົງ​ການ​ການ​ກຸ​ສົນ ໃນ​ແຂວງລາ​ຈ (Lahj) ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ເຢ​ເມນ ເມື່ອ​ວັນ​ທີ 29 ມີ​ນາ 2022.
ແຟ້ມ - ຄອບ​ຄົວ​ຊາວ​ເຢ​ເມນ​ໄດ້​ຮັບ​ການ​ປັນ​ສ່ວນ​ແປ້ງ ແລະ​ອາ​ຫານ​ທີ່​ຈຳ​ເປັນ​ອື່ນໆ ຈາກ​ອົງ​ການ​ການ​ກຸ​ສົນ ໃນ​ແຂວງລາ​ຈ (Lahj) ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ເຢ​ເມນ ເມື່ອ​ວັນ​ທີ 29 ມີ​ນາ 2022.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ເງິນ 1.2 ຕື້​ໂດ​ລາ ເພື່ອ​ນຳ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່​ເຢ​ເມນ ແຕ່​ເງິນ​ຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ຕ່ຳ​ກວ່າ​ເປົ້າ​ໝາຍ 4.3 ຕື້​ໂດ​ລາ ທີ່​ຕັ້ງ​ໄວ້​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ໄດ້​ຮັບ​ໄພ​ພິ​ບັດ​ຈາກ​ສົ່ງ​ຄາມ​ດັ່ງ​ກ່າວ.

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວຕໍ່​ກອງ​ປະ​ຊຸມ​ຜູ້​ໃຫ້​ການ​ບໍ​ລິ​ຈາກ​ຂອງ​ໂລກ ທີ່​ນະ​ຄອນ​ເຈ​ນີ​ວາ​ໃນ​ວັນ​ຈັນ​ວານນີ້​ວ່າ ສະ​ຫະ​ລັດ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແກ່​ເຢ​ເມນ 444 ລ້ານ​ໂດ​ລາ​ໃນ​ປີ​ນີ້ ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ບໍ​ລິ​ຈາກ​ອື່ນໆ ໃຫ້​ການ​ຊ່ວຍ​ເຫຼືອ​ຂອງ​ເຂົາ​ເຈົ້າ​ເພີ້ມ​ຂຶ້ນ.

ທ່ານ​ກ່າວ​ວ່າ “ລະ​ດັບ​ຂອງ​ຄວາມ​ທ້າ​ທາຍ​ທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ແມ່ນ​ເບິ່ງ​ຄື​ວ່າ​ມີ​ຄວາມ​ຫຍຸ້ງ​ຍາກ ​ທີ່​ຈະ​ຮັບ​ມື​ໄດ້ ແຕ່​ແນວ​ໃດ​ກໍ​ຕາມ ຂ້າ​ພະ​ເຈົ້າຂໍ​ຮຽກ​ຮ້ອງ​ໃຫ້​ທຸກໆ​ຄົນ​ສືບ​ຕໍ່​ເພັ່ງ​ເລັງ​ໃສ່​ປະ​ຊາ​ຊົນຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ.

​ທ່ານບ​ລິງ​ເກັນ​ກ່າວ​ວ່າ ຍ້ອນ​ໄດ້​ຮັບ​ທຶນ​ບໍ່​ພຽງ​ພໍ​ສຳ​ລັບ​ເຢ​ເມນ​ໃນ​ປີ​ກາຍນີ້ ​ທາງ ພະ​ແນກ​ການ​ຕ່າງໆ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຈຶ່ງ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຫຼຸດ​ການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ລົງ ຮວມ​ທັງ​ການ​ປັນ​ສ່ວນ​ດ້ານ​ອາ​ຫານ.

ດ້ວຍ​ການ​ໃຫ້​ບໍ​ລິ​ຈາກ​ສຳ​ລັບ​ປີນີ້ ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ລັດ​ທັງ​ໝົດ​ແກ່​ເຢ​ເມນ​ນັບ​ແຕ່​ສົງ​ຄາມ​ໄດ້​ເລີ້ມ​ຂຶ້ນ​ໃນ​ປະ​ເທດ​ດັ່ງ​ກ່າວ ແມ່ນ 5.4 ຕື້​ໂດ​ລາ​ແລ້ວ ອີງ​ຕາມ​ທ່ານບ​ລິງ​ເກັນ.

ປະ​ມານ​ສອງ​ສ່ວນ​ສາມ​ຂອງ​ປະ​ຊາ​ຊກອນ​ຊາວ​ເຢ​ເມນ - ຫຼາຍກວ່າ 21 ລ້າ​ນ​ຄົນ - ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ແລະ​ການ​ປ້ອງ​ກັນ ອີງ​ຕາມ​ອົງ​ການ​ປະ​ສານ​ງານ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG