ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ດໍ​ໂນ​ລ ທຣໍາ ​ໄດ້​ແຕ່ງຕັ້ງ ທ່ານບອລຕັນ ເປັນທີ່​ປຶກສາ​ ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຄົນໃໝ່


 ທ່ານ​ຈອນ ບອລ​ຕັນ ອ​ະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
ປະຈຳ​ສະຫະ​ປະຊາ​ຊາດ ​ແລະ​ປັດຈຸບັນ​ນີ້ ​ເປັນ​ນັກວິ​ເຄາະ​ໃຫ້​ແກ່​ໂທລະພາບຟັອກສ໌ນິວສ໌ ທີ່ນິຍົມ ແນວທາງເດີມ.
ທ່ານ​ຈອນ ບອລ​ຕັນ ອ​ະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ​ແລະ​ປັດຈຸບັນ​ນີ້ ​ເປັນ​ນັກວິ​ເຄາະ​ໃຫ້​ແກ່​ໂທລະພາບຟັອກສ໌ນິວສ໌ ທີ່ນິຍົມ ແນວທາງເດີມ.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ​ໄດ້​ແຕ່ງຕັ້ງ ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​
ແຫ່ງ​ຊາດຄົນໃໝ່ ຊຶ່ງ​ເປັນ​ການປ່ຽນແປງ​ຫລ້າສຸດ ​ໃນ​ການຊັບຊ້ອນເຈົ້າໜ້າທີ່​ລະດັບ
ສູງຫວ່າງ​ມໍ່ໆມາ​ນີ້ ນັບແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງເປັນເວລາ 14 ​ເດືອນ.

ຢູ່ໃນ​ການ​ສົ່ງ​ຂໍ້​ຄວາມທາງ​ທວິດ​ເຕີ ​ໃນ​ຕອນ​ແລງ​ວັນ​ພະຫັດ​ວານ​ນີ້ ປະ​ທາ​ນາ​ທິບໍດີ​
ທຣໍາ​ ໄດ້ປະກາດ​ວ່າ ທ່ານ​ຈອນ ບອລ​ຕັນ ອ​ະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
ປະຈຳ​ສະຫະ​ປະຊາ​ຊາດ ​ແລະ​ປັດຈຸບັນ​ນີ້​ເປັນ​ນັກວິ​ເຄາະ​ໃຫ້​ແກ່​ໂທລະ ພາບຟັອກສ໌
ນິວສ໌ ທີ່ນິຍົມແນວທາງເດີມ ຈະມາຮັບໜ້າທີ່ແທນນາຍ​ພົນ​ໂທ​ H.R. ​ແມັກ​ມາສ​ເຕີ.

​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ຄົນ​ນຶ່ງ​ກ່າວວ່າ ປະທານາທິບໍດີ​ທຣໍາ ​ແລະ​ນາຍພົນ​ແມັກ​
ມາສ​ເຕີ “​ເຫັນ​ພ້ອມ​ດ້ວກັນ” ນາຍ​ທະຫານ​ອາຊີບທ່ານນີ້ຈະລາ​ອອກຈາກ​ໜ້າ​ທີ່ ​ແລະໄປບຳນານ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່ແລ້ວ “ທັງ​ສອງທ່ານ ​ໄດ້​ສົນທະນາ​ກັນ​ມາ ເປັນ​ເວລາ​ດົນສົມຄວ​ນ​.
ກຳນົດ​ເວລາ​ໄດ້​ເລັ່ງໃຫ້ໄວຂຶ້ນ ໃນ​ຂະນະ​ທີ່​ພວກທ່ານທັງ​ສອງຮູ້ສຶກວ່າມີ ​ຄວາມ​ສຳ
ຄັນ ທີ່​ຈະ​ໃຫ້​ທີມງາມ​ໃໝ່​ເຂົ້າ​ປະຈຳ​ໜ້າ​ທີ່ ​ແທນ​ທີ່​ຈະ​ມີການຄາດຄະເນ​ກັນ​ຢ່າງບໍ່
ຂາດໄລຍະ. ນີ້​ບໍ່​ໄດ້​ພົວພັນ ​ກັບ​ເວລາ​ ຫຼື​ເຫດການ​ໃດໆ ແຕ່​ຫາກ ເປັນ​ຜົນຂອງການ
ໂອ້ລົມ​ສົນທະນາ​ກັນ ລະຫວ່າງ​ບຸກຄົນທັງສອງ​.”

ນາຍ​ພົນ​ແມັກ​ມາສ​ເຕີ​ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ຫຼັງ​ຈາກ 34 ປີ​ຂອງ​ການ​ຮັບ
​ໃຊ້​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ຂ້າພະ​ເຈົ້າ​ຂໍ​ອອກກິນເບ້ຍ​ບໍ​ານານ​ຈາກ​ກອງ ທັບ​
ສະຫະລັດ ຊຶ່ງຈະເລີ້ມ​ມີຜົນບັງຄັບໃຊ້ໃນ​ລະດູ​ຮ້ອນປີ​ນີ້ ຫຼັງ​ຈາກ​ອັນ​ທີ່​ຂ້າພະ​ເຈົ້າ​
ຈະລາ​ອອກ​ຈາ​ກການ​ຮັບ​ໃຊ້ລັດຖະການ.”

ພວກເຈົ້າໜ້າທີ່ທຳນຽບຂາວ ທ່ີ່ໄດ້ລາອອກຈາກໜ້າທີ່.
ພວກເຈົ້າໜ້າທີ່ທຳນຽບຂາວ ທ່ີ່ໄດ້ລາອອກຈາກໜ້າທີ່.

​ປະທານາທິບໍດີ​ທຣໍາ ຢູ່​ໃນ​ຖະ​ແຫຼ​ງການ​ ທີ່​ນຳອອກເຜີຍ​ແຜ່​ໃນ​ເວລາດຽວກັນກັບທີ່
​ທ່ານ​ສົ່ງ​ຂໍ້ຄວາມ ​ທາງ​ທວິດ​ເຕີ​ຂອງ​ທ່ານ ໂດຍກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ທະຫານ​ອາ​ຊີບທ່ານ
ນີ້ ​ໄດ້​ຊ່ວຍ “ພັດທະນາ​ຍຸດ​ທະ​ສາດ​ຄວາມໝັ້ນຄົງ​ແຫ່ງ​ຊາດຂອງອາ​ເມ ຣິກາ​ສະບັບທຳ
ອິດຂອງ​ພວກ​ເຮົາ​ກ່ອນ ​ຟື້ນ​ຟູພັນທະ​ມິດຂອງພວກ​ເຮົາ​ຄືນ​ໃໝ່​ຢູ່​ໃນພາກຕາ​ເວັນ​ອອກ​
ກາງ ທັບ​ມ້າງກຸ່ມ ISIS ນຳ​ເອົາ​ເກົາຫຼີ​ເໜືອ​ ມາສູ່ໂຕະເຈ ລະຈາ ​ແລະ​ເຮັດ​ໃຫ້​ເສດຖະ
ກິດ​ຂອງ​ປະເທດພວກ​ເຮົາອຸດົມຮັ່ງມີ. ວຽກ​ການ​ດັ່ງ ກ່າວ ​ແລະ​ຜົນສຳເລັດອື່ນໆຈະ​ຄໍ້າ
ປະກັນ​ວ່າ ສະຫະລັດຈະໄດ້ຮັບການເສີມສ້າງ ຢູ່ບົນ​ພື້ນຖານ​ເສດຖະກິດ​ ​ແລະ​ຄວາມ​
ກ້າວໜ້າ​ທາງ​ກອງທັບ.”

ຫົວໜ້າ​ທີ່ປຶກສາຂອງ​ທຳນຽບຂາວ ທ່ານ​ຈອນ ​ແຄລລີ ກ່າວຕໍ່ບັນດານັກຂ່າວ.
ຫົວໜ້າ​ທີ່ປຶກສາຂອງ​ທຳນຽບຂາວ ທ່ານ​ຈອນ ​ແຄລລີ ກ່າວຕໍ່ບັນດານັກຂ່າວ.

ຫົວໜ້າ​ທີ່ປຶກສາຂອງ​ທຳນຽບຂາວ ທ່ານ​ຈອນ ​ແຄລລີ ​ທີ່ເປັນ​ນາຍ​ພົນເບ້ຍ​ບຳນານ
ເຊັ່ນດຽວກັນ ກ່າ​ວວ່າ ນາຍ​ພົນ​ແມັກ​ມາສ​ເຕີ ​ໄດ້​ພັດທະນາ​ທາງ​ເລືອກ​ຫຼາຍ​ຢ່າງໃຫ້​
ແກ່​ປະທານາທິບໍດີ ​ແລະ​ໃຫ້ການ​ຄໍ້​າປະກັນ​ວ່າ ບັນດາ​ທາງ​ເລືອກ​ເຫລົ່າ​ນັ້ນ​ໄດ້​ຖືກ
​ສະ​ເໜີ​ຢ່າງ​ເຕັມທີ່ ​ແລະ​ແບບເປັນກາງ.”

ທ່ານ​ບອລ​ຕັນ ​ຊຶ່ງເຄີຍເປັນຮອງລັດຖະມົນຕີການ​ຕ່າງປະ​ເທດ ຮັບຜິດຊອບໃນການ

​ຄວບຄຸມ​ອາວຸດ ​ແລະ​ຄວາມ​ປອດ​ໄພ​ລະຫວ່າງປະເທດ ​ແຕ່​ປີ 2001 ຫາ 2005 ນັ້ນ
​ແມ່ນຖື​ວ່່າ​ເປັນ​ຜູ້ທີ່ບໍ່ມີການຜ່ອນຜັນ ​ແລະ​ມັກແຊກ​ແຊງໃນດ້ານນະ​ໂຍຍາຍ​ຕ່າງ​ປະ​
ເທດ ​ແລະ​ປ້ອງ​ກັນປະເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump National Security Advisor
please wait

No media source currently available

0:00 0:01:48 0:00

XS
SM
MD
LG