ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ປ. ທຣໍາ ໃຫ້ຄໍາເຫັນວ່າ ສຫລ ບໍ່ຄວນມີຄົນ ຈາກປະເທດ ທຸກຈົນ ເຂົ້າມາໃນປະເທດ ຫລາຍ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວຢູ່ຫ້ອງປະຊຸມໂຕະມົນ ກ່ຽວກັບການປະຕິຮູບໃນຄຸກ ຢູ່ທຳນຽບຂາວ ວັນທີ 11 ມັງກອນ 2018.

ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ບັນດາ​ສະມາຊິກ​ສະພາ
ຢູ່່ທີ່ກອງ​ປະຊຸ​ມ​ ກ່ຽວ​ກັບ​ຄົນ​ເຂົ້​າ​ເມືອງ ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່ທຳນຽບຂາວ ​ເວລາມີ
ລາຍງານວ່າ ​ທ່ານ​ໄດ້ກ່າວອ້າງ​ເຖິງ​ປະ​ເທດ​ເຮ​ຕີ ​ແລະບັນດາປະເທດໃນອາ​ຟຣິກາ​ວ່າ
​ເປັນປະ​ເທດ “ຮູ ​ຕົວ ຂ​.”

“​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງມີ​ຜູ້ຄົນ​ທັງ​ໝົດ​ເຫຼົ່າ​ນີ້ ຈາກບັນດາ​ປະ​ເທດ​ຮູຕົວ ຂ ມາ​ທີ່​ນີ້” ຊຶ່ງ​ປະທານາທິບໍ​ດີໄດ້ຖາມຄໍາຖາມນີ້ ດັ່ງທີ່ມີການລາ​ຍງານເປັນເທື່ອທຳ​ອິດ​ໂດ​ຍສື່​ມວນ
ຊົນຕ່າງໆຮວມທັງ ໜັງສືພິມວໍ​ຊິງ​ຕັນໂພ​ສທ໌, ນິວ​ຢອກ​ທາມ ແລະໂທລະພາບຊີແອນ​
​ແອນ ແບບຫຍາ​ບໆ ແລ້ວ ​ແມ່ນໝາຍ​ຄວາມ​ວ່າ​ເປິເປື້ອນ ​ແລະ​ທຸກຍາກ.

ປະທານາທິບໍດີ​ທຣໍາກ່າວ​ວ່າ ສະຫະລັດ​ຄວນ​ປ່ອຍໃຫ້ຜູ້ຄົນຈາກ​ບ່ອນ​ຕ່າງໆ​ເຊັ່ນ​ວ່າ
ປະ​ເທດ​ນໍເວ ​ທີ່​ນາຍົກລັດຖະມົນຕີ ຫາກໍ​ໄດ້​ພົບ​ປະ​ກັບ​ທ່ານ​ຢູ່​ທຳນຽບຂາ​ວ​ໃນ​ວັນ​ພຸດ​
ທີ່​ຜ່ານ​ມານີ້ ເຂົ້າມາໃນສະຫະລັດ.

ຫລັງ​ຈາກ​ໄດ້​ຖືກຖາມຈາກ​ສື່​ມວນ​ຊົນຮວມທັງ​ວີ​ໂອ​ເອ ​ຕໍ່ບັນຫານີ້ ​ໂຄສົກ​ທຳນຽບຂາວ
ທ່ານຣາສ ຊາ ​ໄດ້​ອອກ​ຖະ​ແຫລ​ງການ​ກ່າວ​ວ່າ ປະທານາທິບໍດີຈະ​ຮັບເອົາ​ຂໍ້​ຕົກລົງກ່ຽວ
ກັບຄົນ​ເຂົ້າ​ເມືອງທີ່ “ໃຫ້ການແກ້ໄຂຢ່າງພຽງພໍຕໍ່ລະບົບການອອກວີ​ຊາແບບຈົກ​ສະ
ຫລາກ ​ແລະການເຂົ້າ​ເມືອງແບບເປັນຕ່ອງໂສ້ ມີ​ສອງ​ໂຄງການ ​ທີ່​ສ້າງຄວາມເສຍ
ຫາຍໃຫ້ແກ່​ເສດຖະກິດ​ພວກ​ເຮົາ ​ແລະ​ອະ​ນຸຍາດ​ໃຫ້​ພວກ​ກໍ່ການ​ຮ້າຍ​ເຂົ້າ​ມາ​ປະ​ເທດ
ພວກ​ເຮົາ.” ການ​ເຂົ້າ​ເມືອງແບບເປັນຕ່ອງໂສ້ ​ເປັນ​ຄຳ​ເວົ້າທີ່​ໄດ້​ໃຊ້​ໂດຍ​ພວກຕ້ອງ​ຕິ​
ລະບົບ​ຄົນ​ເຂົ້າ​ເມືອງ ທີ່​ອະນຸ ຍາດ​ໃຫ້ພວກ​ຍາດຕິ​ພີ່ນ້ອງປະກັນ​ເປັນຜູ້ເບິ່ງແຍງສະມາ
ຊິກ​ຄອບຄົວ​ເຂົ້າ​ມາໃນ ສະ​ຫະລັດ.

ຖະ​ແຫລ​ງການ​ຂອງ​ທ່ານ​ຊາ ບໍ່​ໄດ້​ປະຕິ​ເສດ​ຕໍ່ລາຍ​ງານທີ່​ວ່າ ​ປະທານາທິບໍດີ​ໄດ້​ໃຊ້
ພາສາ​ທີ່ບໍ່ສຸພາບ ​ເວລາ​ເວົ້າ​ເຖິງ​ເຮ​ຕີ ​ແລະ​ອາ​ຟຣິກາ.

ນອກ​ນັ້ນທ່ານ​ຍັງ​ກ່າວ​ວ່າ ປະທານາທິບໍດີ​ທຣໍາຈະ​ປະ​ຕິ​ເສດ​ຢູ່​ສະ​ເໝີຕໍ່ “​ມາດຕະການ
​ຊົ່ວຄາວ ທີ່ອ່ອນ​ແອແລະ​ເປັນອັນ​ຕະລາຍທີ່ຈະຫລຸດອຳນາດພວກ​ຄົນ​ເຂົ້າ​ເມືອງ​ຜູ້​
ຊອກ​ຫາ​ຊີວິດການເປັນຢູ່​ທີ່​ດີ​ຂຶ້ນ​ໃນ​ສະຫະລັດຜ່ານຊ່ອງ​ທາງ​ທີ່​ຖືກຕ້ອງຕາມ​ກົດໝາຍ.

ວີ​ໂອ​ເອ ຍັງ​ໄດ້ຕິດ​ຕໍ່​ໄປຫາຫ້ອງການ​ສະມາຊິກ​ສະພາສະຫະລັດຜູ້​ທີ່​ມີລາຍ​ງານ​ວ່າ​ ໄດ້
ເຂົ້າ​ຮ່ວມ​ກອງ​ປະຊຸມດັ່ງກ່າວ. ບັນດາ​ຜູ້​ຊ່ວຍ​ສະມາຊິກ​ສະພາ​ທີ່​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ
​ໄດ້​ປະຕິ​ເສດ​ທີ່​ຈະໃຫ້ຄວາມເຫັນ​ໃດໆ ​ກ່ຽວ​ກັບຄຳ​ເວົ້າ​ຂອງ​ປະທານາທິບໍດີ​ທຣໍາ, ອີງ​
ຕາມ​ອົງການ​ຂ່າວ​ເອພີ.

ມີ​ລາຍ​ງານ​ວ່າ ປະທານາທິບໍດີ​ທຣໍາ​ ​ໃຫ້ຄວາມເຫັນດັ່ງກ່າວ ​ໃນ​ຂະນະ​ທີ່ສະມາຊິກ​ສະ
ພາ​ສູງ ດິກ ​ເດີ​ບິນ ສັງກັດ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ​ອິລີ​ນອຍ ​ໄດ້​ອະທິ​ບາຍກ່ຽວກັບ
ແຜນ​ຂໍ້​ຕົກລົງ ທີ່​ບັນລຸ​ໂດຍສະມາຊິກ​ສະພາ​ສູງ​ສອງ​ຝ່າຍ 6 ທ່ານ ທີ່​ຈະປົກ​ປ້ອງ​ພວກ
ຊາວໜຸ່ມທີ່ເຂົ້າເມືອງຜິດກົດໝາຍ ເກືອບ 800,000 ຄົນ ບໍ່ໃຫ້ຖືກ​ເນ​ລະ​ເທດພ້ອມ
​ກັບຊຸກຍູ້​ຄວາ​ມປອດ​ໄພຕາມເຂດ​ຊາຍ​ແດນ ອີງຕາມ​ໜັງສືພິມ ວໍຊໍ​ງຕັນໂພສທ໌.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Immigration Comments
please wait

No media source currently available

0:00 0:02:06 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG