ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກຳລັງກີດກັ້ນບໍລິສັດບຣອດຄຳ (Broad-
com) ຊຶ່ງມີຫ້ອງການຢູ່ສິງກະໂປແລະເປັນຜູ້ຜະລິດເຄື່ອງຄອມພິວເຕີ ພ້ອມທັງແຜ່ນ
ຊິບຂອງໂທລະສັບສະຫລາດ ບໍ່ໃຫ້ເຂົ້າຄວບຄຸມ ບໍລິສັດຄາລຄຳ (Qualcomm) ທີ່
ເປັນຜູ້ຜະລິດແຜ່ນຊິບຂອງສະຫະລັດນັ້ນ.
ປະທານາທິບໍດີທຣໍາ ໄດ້ອ້າງເຫດຜົນທາງດ້ານຄວາມໝັ້ນຄົງຂອງປະເທດ ໃນການກີດກັ້ນບໍ່ໃຫ້ບໍລິສັດດັ່ງກ່າວເຂົ້າຄວບຄຸມ ຫລັງຈາກໄດ້ມີການແນະນຳຂອງ ຄະນະກຳ
ມະການລົງທຶນຂອງຕ່າງປະເທດຢູ່ໃນສະຫະລັດ ຫຼື CFIUS. ຄະນະກຳມະການທີ່ວ່າ
ນີ້ ທົບທວນເບິ່ງຜົນສະຫລຸບ ທີ່ອາດຄຸມເຄືອເຖິງຄວາມໝັ້ນຄົງແຫ່ງຊາດ ເວລາບໍລິສັດ
ຕ່າງປະເທດ ຊື້ເອົາບໍລິສັດຂອງສະຫະລັດ.
ດຳລັດຂອງປະທານາທິບໍດີ ກ່າວວ່າ ມີ “ຫລັກຖານທີ່ໜ້າເຊື່ອຖືໄດ້” ທີ່ວ່າການເຂົ້າ
ຄວບຄຸມນີ້ “ອາດພາໃຫ້ມີການເອົາບາດກ້າວທີ່ຈະເປັນໄພຂົ່ມຂູ່ເປັນຕໍ່ຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.”
ບໍລິສັດບຣອດຄຳ ໄດ້ຂໍປະມູນຊື້ບໍລິສັດຄາລຄຳ ຊຶ່ງບໍ່ໄດ້ປະກາດຂາຍ ໃນມີມູນຄ່າ
177 ພັນລ້ານໂດລາ.
ບໍລິສັດດັ່ງກ່າວ ພວມຢູ່ໃນຂັ້ນຕອນຍົກຍ້າຍຫ້ອງການໃຫຍ່ທາງກົດໝາຍຂອງຕົນ
ຈາກສິງກະໂປ ມາຍັງສະຫະລັດ ເພື່ອຊ່ວຍໃຫ້ຕົນໄດ້ຊະນະການເຂົ້າຄວບຄຸມບໍລິ
ສັດຄາລຄຳ.
ບໍລິສັດຄາລຄຳ (Qualcomm) ທີ່ມີຫ້ອງການຢູ່ນະຄອນແຊນດີເອໂກ ໄດ້ກາຍເປັນ
ນຶ່ງຂອງຄູ່ແຂ່ງທີ່ໃຫຍ່ທີ່ສຸດຂອງບັນດາບໍລິສັດຈີນ ເຊັ່ນວ່າ ບໍລິສັດຮົວເວ ເທັກໂນ
ໂລຈີ (Huawei Technologies) ໂດຍເຮັດໃຫ້ ເປັນບໍລິສັດທີ່ໜ້າສົນໃຈ ສຳລັບ
ພວກທີ່ອາດເຂົ້າມາລົງທຶນ ໃນອຸດສາຫະກຳເຊມີຄອນດັກເຕີ້.
ບັນດາບໍລິສັດທີ່ຢູ່ໃນອຸດສາຫະກຳດັ່ງກ່າວ ກຳລັງພາກັນແຂ່ງຂັນຊຶ່ງກັນແລະກັນ
ເພື່ອພັດທະນາເທັກໂນໂລຈີທີ່ບໍ່ມີສາຍ 5G ສຳລັບສົ່ງຂໍ້ມູນດ້ວຍຄວາມໄວທີ່ສູງຂຶ້ນ.