ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ດອນ ລາ​ເສັນ ນັກ​ແກວ່ງ​ເບ​ສບອ​ລ ສ​ຫລ ເປັນ​ຜູ້​ດຽວ​ເທົ່າ​ນັ້ນ ທີ່​ແກວ່ງ​ເກມ​ທີ່​ສົມ​ບູນ​ແບບ ໄດ້​ເສຍ​ຊີ​ວິດ​ແລ້ວ


ພາບ​ຖ່າຍ​ເມື່ອ​ວັນ​ອາ​ທິດ ທີ 17 ມິ​ຖຸ​ນາ 2018 ຂອງ​ທ່ານດອນ ລາ​ເສັນ ນັ່ງ​ຢູ່​ໃນ​ຫ້ອງ​ພັກ​ຂອງ​ທີມ​ນິວຢອກ​ແຢ່ງ​ກີ້​ສ໌ ໃນ​ສະ​ໜາມ​ຢູ່​ນະ​ຄອນ​ນິວຢອກ.
ພາບ​ຖ່າຍ​ເມື່ອ​ວັນ​ອາ​ທິດ ທີ 17 ມິ​ຖຸ​ນາ 2018 ຂອງ​ທ່ານດອນ ລາ​ເສັນ ນັ່ງ​ຢູ່​ໃນ​ຫ້ອງ​ພັກ​ຂອງ​ທີມ​ນິວຢອກ​ແຢ່ງ​ກີ້​ສ໌ ໃນ​ສະ​ໜາມ​ຢູ່​ນະ​ຄອນ​ນິວຢອກ.

ນັກ​ແກວ່ງ​ໝາກ​ບານ​ເບັສບອ​ລຂອງ​ສະ​ຫະ​ລັດ ທ່ານດອນ ​ລາ​ເສັນ ຜູ້​ທີ່​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ແກວ່ງ​ເກມ​ທີ່​ສົມ​ບູນ​ແບບ ໝາຍ​ຄວາມ​ວ່າ ບໍ່​ມີ​ຜູ້​ໃດ​ສາ​ມາດ​ຕີ​ບານ​ໄດ້ ບໍ່​ມີ​ຜູ້​ໃດ​ແລ່ນ​ອ້ອມ​ເບ​ສ​ໄດ້ ບໍ່​ມີ​ຜູ້​ໃດ​ຍ່າງ​ໄດ້ ຕະຫຼອດ​ໄລ​ຍະ 9 ຮອບ​ເຕັມ​ຂອງ​ເກມ​ເບ​ສບອ​ລ ຊຶ່ງ​ຜູ້​ກ່ຽວ​ໄດ້​ເສຍ​ຊີ​ວິດ​ແລ້ວ ໂດຍ​ມີ​ອາ​ຍຸ​ຄົບ 90 ປີ.

ຜູ້​ຕາງ​ໜ້າ​ຂອງທ່ານ ​ລາ​ເສັນ ໄດ້​ກ່າວ​ວ່າ ທ່ານ​ເສຍ​ຊີ​ວິດ ໃນ​ວັນ​ປີ​ໃໝ່ ຍ້ອນ​ໂຣກ​ມະ​ເຮັງໃນ​ທໍ່​ອາ​ຫານ​ຈາກ​ຄໍ​ຫາ​ກະ​ເພາະ ຢູ່​ທີ່​ບ້ານ​ພັກ​ຂອງ​ທ່ານເອງ ໃນ​ເມືອງ​ເຮ​ເດັນ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງລັດ​ໄອ​ດາ​ໂຮ.

ທ່ານ​ລາ​ເສັນ ຖ້າບໍ່ແມ່ນ​ຍ້ອນ​ການ​ແກວ່ງ​ດັ່ງ​ກ່າ​ວ ກໍບໍ່​ໜ້າ​ແປກ​ໃຈ​ເລີຍ​ ທ່ານເປັນ​ສະ​ມາ​ຊິກ​ຂ​ອງ​ທີມ ນິວ ຢອກ ແຢ່ງ​ກີ້ສ໌ ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ ໃນ​ລະ​ຫວ່າງ​ຊຸມ​ປີ 1950 ເມື່ອ​ທີມ​ເບ​ສບອ​ລ​ດັ່ງ​ກ່າວ ໄດ້​ຊະ​ນະ​ຕຳ​ແໜ່ງແຊ້ມ​ໂລກ ຫຼື World Series 27 ຄັ້ງ. ໃນການ​ແຂ່ງ​ຂັນ​ຊີງ​ແຊ້ມ World Series ​ປີ 1956 ທ່ານໄດ້​ຖືກ​ທາບ​ທາມ​ໂດຍ​ຜູ້​ຈັດ​ການ​ທີມ ທ່ານ​ເຄ​ຊີ ສ​ເຕັນ​ໂຈ​ລ ​ໃຫ້ມາ​ແກວ່ງ​ໃນ​ເກມ​ທີ 5 ແຂ່ງ​ກັບ​ທີມ ບ​ຣຸກກ​ລີນ ດອດ​ເຈີ້ສ໌ ຊຶ່ງ​ເປັນ​ທີມ​ຄູ່​ແຂ່ງຂ້າມ​ເມືອງ​ໃກ້​ຄຽງ ໃນ​ແຕ່​ລະ​ປີ ເຖິງ​ແມ່ນ​ວ່າ ເພິ່ນ​ແກວ່ງ​ໄດ້​ພຽງ​ສອງ​ຮອບເທົ່າ​ນັ້ນກໍ​ຕາມ ໃນ​ເກມ​ທີ​ສອງ.

ແຕ່​ໃນ​ເດືອນ​ຕຸ​ລາ ເກມ​ທີ 8 ນັ້ນ ທ່ານລາ​ເສັນ ​ໄດ້ອອກ​ມາແກວ່ງ​ໂດຍ​ທີ່​ນັກ​ຕີ​ຂອງ​ທີມບ​ຣຸກກ​ລີນ​ສ໌ ບໍ່​ສາ​ມາດຕີ​ບານ​ເບ​ສບອ​ລ​ໄດ້ 3 ເທື່ອ ຫຼື​ເອີ້ນ​ວ່າ ສະ​ໄຕ​ຣ​ເອົ້າ ຈຶ່ງຖື​ວ່າ​ ​ເສຍ​ແລ້ວ​ຕ້ອງ​ອອກ​ນັ້ນ​ ໄດ້ 7 ຄົນ ໃນຈຳ​ນວນ​ນັກ​ຕີ 27 ຄົນ​ຂອງ​ທີມ ທີ່​ທ່ານ​ໄດ້​ປະ​ເຊີນ​ໜ້າ ​ພ້ອມ​ດ້ວຍ​ຜູ້​ສຸດ​ທ້າຍ​ທີ່​ເປັນ​ນັກ​ຕີ​ຄັດ​ເລືອກ​ມາ​ໂດຍ​ສະ​ເພາະ ຄື ທ້າວ​ແດ​ລ ມິ​ຕ​ໂຊ​ລ ໃນຕອນທ້າຍ​ຮອບ​ທີ​ເກົ້າ ທີ່​ເຮັດ​ໃຫ້​ທີມ​ ນິວ ຢອກ ແຢ່ງ​ກີ້​ສ໌ ເອົຳ​ຊະ​ນະ​ ທີມບ​ຣຸກກ​ລີນ​ສ໌ ດ້ວຍ​ຄະ​ແນນ 2 ຕໍ່ 0 ໄປ​ໄດ້. ຫຼັງ​ຈາກ​ ການ​ໄດ້​ສະ​ໄຕ​ຣ​ເອົ້າ ​ຄົນ​ສຸດ​ທ້າຍນັ້ນ ​ທີ່ໄດ້​ຖືກ​ເອີ້ນ​ໂດຍ​ກຳ​ມະ​ກາ​ນ ຜູ້​ຮັບ​ບານ​ ທີ່​ຢູ່​ໃນ​ຫໍ​ນັກ​ເບ​ສບອ​ລ​ທີ່​ມີ​ຊື່​ສຽງ ທ່ານ​ໂຢ​ກີ ​ແບ​ຣາ ​ກໍໄດ້​ແລ່​ນເຂົ້າໄປ​ກອ​ດໃນ​ອ້ອມ​ແຂນ​ຂອງທ່ານລາ​ເສັນທີ່​ໄດ້​ສ້າງ​ພາບ​ທີ່​ເປັນ​ສັນ​ຍາ​ລັກ​ທີ່​ສຸດ​ຂອງ​ເກມ​ເບ​ສບອ​ລ​ພາບ​ນຶ່ງ. ທີມ​ແຍ່ງ​ກີ້​ສ໌ ໃນ​ທີ່​ສຸດ ກໍ​ໄດ້​ຊະ​ນະເປັນ​ແຊ້ມ​ປຽນ ໂດຍ​ທີ່​ທ່ານລາ​ເສັນ ກໍ​ໄດ້​ຖືກ​ສະ​ເໜີ​ຊື່ ໃຫ້​ເປັນ​ນັກ​ກິ​ລາ​ດີ​ເດັ່ນ​ທີ່​ສຸດ.

ທີມ​ແຢ່ງ​ກີ້​ສ໌ ໄດ້​ອອກ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດ​ມື້​ວານນີ້ ໂດຍ​ເອີ້ນ​ການ​ແກວ່ງ​ເກມ​ທີ່​ສົມ​ບູນ​ແບບນັ້ນ ວ່າ “ເປັນ​ເຫດ​ການ​ທີ່​ໄດ້ກຳ​ນົດ​ຄວາມ​ສຳ​ເລັດ​ໃນ​ຍຸກ​ສະ​ໄໝປະ​ຫວັດ​ສາດ​ຂອງ​ທີມ​ແຢ່ງ​ກີ້ສ໌ ແລະ​ເຮັດ​ໃຫ້​ຕຳ​ແໜ່ງ​ການຫຼິ້ນ​ເກມຂອງ​ທີມ​ຕິດ​ປະ​ຫວັດ​ສາດ ວ່າ ເປັນ​ເກມທີ່​ສຸດຍອດ​ທີ່​ສຸດຂອງ​ສະ​ມາ​ຄົມ​ເບ​ສບອ​ລ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG