ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ນ້ຳ ດ​ນິບ​ໂປ​ຣ ເປັນ​ກຳ​ແພງ​ປ້ອງ​ກັນ ​ທີ່​ຄົດ​ລ​້ຽວ​ຍາວ​ຢຽດ​ ໃນ​ສົງ​ຄາມ ຢູ​ເຄ​ຣນ


ທະ​ຫານ​ຢູ​ເຄ​ຣນ ຢືນ​ຍາມ​ຢູ່​ຂ້າງ​ແມ່​ນ້ຳ ດ​ນິບ​ໂປ​ຣ, ໃນ​ທີ່​ຕັ້ງ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ພາກ​ພື້ນ ເຄີ​ສັນ, ຢູ​ເຄ​ຣນ, 6 ພະ​ຈິກ 2023.
ທະ​ຫານ​ຢູ​ເຄ​ຣນ ຢືນ​ຍາມ​ຢູ່​ຂ້າງ​ແມ່​ນ້ຳ ດ​ນິບ​ໂປ​ຣ, ໃນ​ທີ່​ຕັ້ງ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ພາກ​ພື້ນ ເຄີ​ສັນ, ຢູ​ເຄ​ຣນ, 6 ພະ​ຈິກ 2023.

ແຜ່ນ​ດິນ​ທີ່ກວ້າງ​ຂວາງແຫ່ງ​ນຶ່ງ​ພ້ອມ​ດ້ວຍ​ເຮືອນ​ທີ່​ຖື​ກ​ທຳ​ລາຍ​ຈຳ​ນວນ​ນຶ່ງ​ຍາວ​ຢຽດ​ໄປ​ສູ່​ຂອບ​ຟ້າ ແລະ ໄປ​ສູ່​ແມ່​ນ້ຳ ດ​ນິບ​ໂປ​ຣ ສີ​ຟ້າ​ທີ່​ກວ້າງ​ຂວາງ, ບ່ອນ​ທີ່ກອງ​ກຳ​ລັງ ຢູ​ເຄ​ຣນ ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ກຽມ​ພ້ອມ​ສຳ​ລັບ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ.

ແມ່​ນ້ຳ ດ​ນິບ​ໂປ​ຣ, ເຊິ່ງ​ແມ່ນ​ແມ່​ນ້ຳ​ທີ່​ຍາວ​ທີ່​ສຸດ​ເປັນ​ອັນ​ດັບ​ສີ່​ຂອງ ຢູ​ໂຣບ ແລະ ເປັນ​ເສັ້ນ​ທາງ​ການ​ຄ້າ​ໃນ​ປະ​ຫວັດ​ສາດ, ໄດ້​ກາຍ​ເປັນ​ແນວ​ໜ້າ​ທີ່​ສຳ​ຄັນ​ນັບ​ຕັ້ງ​ແຕ່ກອງ​ທະ​ຫານ ຢູ​ເຄ​ຣນ ໄດ້​ຕ້ານ​ຢັນ​ກອງ​ກຳ​ລັງ ຣັດ​ເຊຍ ໃຫ້ກັບ​ຄືນ​ໄປ​ແຄມຝັ່ງ​ແມ່​ນ້ຳ​ຂອງ​ພວກ​ເຂົາ​ໃນ​ພາກ​ໃຕ້ ​ເມື່ອ​ປີ​ກາຍນີ້.

ແມ່​ນ້ຳ​ດັ່ງ​ກ່າວ ​ຄົດ​ລ້ຽວ​ໄປ​ຕາມ​ລວງ​ຍາວ​ຂອງ​ປະ​ເທດ​ຈາກ​ເໜືອ​ຫາ​ໃຕ້, ແລະ ໃນ​ທີ່​ສຸດ​ກໍ​ໄຫຼ​ເຂົ້າ​ໄປ​ໃນ​ທະ​ເລ​ດຳ ຈາກ​ພາກ​ພື້ນ ເຄີ​ສັນ, ບ່ອນ​ທີ່​ແບ່ງ​ແຍກກອງ​ທັບ​ຂອງສອງ​ຝ່າຍ​ນັ້ນ​ອ​ອກ​ຈາກ​ກັນ.

ດ້ວຍ​ການ​ຍຶດ​ຄືນ​ເມືອງ​ເຄີ​ສັນຂອງ ຢູ​ເຄ​ຣນ ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ ​ເປັນ​ຄວາມ​ຜ່າຍ​ແພ້​ສຳ​ລັບ ​ວັງເຄ​ຣັມ​ລິນ ນັ້ນ, ກອງ​ກຳ​ລັງ ຣັດ​ເຊຍ ໃນ​ຝັ່ງ​ກົງ​ກັນ​ຂ້າມ​ ແມ່ນ​ຍັງ​ຄົງ​ຄວບ​ຄຸມ​ເຂດ​ແດນ​ທີ່ກວ້າງ​ຂວາງ ແລະ ລະ​ດົມ​ຍິງ​ໃສ່​ເມືອງ ແລະ ໝູ່​ບ້ານ​ທີ່​ພວກ​ເຂົາ​ໄດ້​ຖອນ​ອອກ​ໄປ.

ສິບ​ເອກ​ທະ​ຫານ​ບົກ ທີ່​ມີ​ລະ​ຫັດ​ເພື່ອ​ເອີ້ນຕົນ​ເອງວ່າ ໂວ​ສ໌ (Vozhd) ຫຼື ຜູ້​ນຳ, ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ພວກ​ຣັດ​ເຊຍ ໄດ້​ໂຍນ​ທຸກ​ຢ່າງ​ທີ່​ພວກ​ເຂົາ​ມີ​ໃສ່​ພວກ​ເຮົາ: ມີ​ປືນ​ໃຫຍ່, ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ, ແລະ ທາດ ຟົດ​ສະ​ຟໍຣັ​ສ (phosphorus).”

ໜ່ວຍ​ຂອ​ງ​ທ່ານ​ແມ່ນ​ຕິດ​ຕາມ​ເຝົ້າ​ຍາມ​ແຄມ​ແມ່​ນ້ຳ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ ເຄີ​ສັນ, ກຽມ​ພ້ອມ​ທີ່​ຈະ​ແຈ້ງ​ໜ່ວຍ​ປືນ​ໃຫຍ່ ຖ້າ​ກອງ​ກຳ​ລັງ ຣັດ​ເຊຍ ທຳ​ການ​ບຸກ​ຂ້າມ​ແມ່​ນ້ຳ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG