ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ໂດໂຄວິກ ໄດ້ຮັບໄຊຊະນະ ໃນການແຂ່ງຂັນ ເຟຣັນສ໌ ໂອເພັນ ໂດຍເປັນໄຊຊະນະຄັ້ງທີ 19


ໂນວັກ ໂດໂຄວິສ ຈາກປະເທດເຊີເບຍ, ຂວາມື ແລະ ສະເຕຟາໂນສ ຊິຊິແພສ ຖ່າຍຮູບຄູ່ກັບລາງວັນຂອງພວກເຂົາ ຫລັງຈາກຮອບສຸດທ້າຍຂອງການແຂ່ງຂັນ ເຟຣັນສ ໂອເພັນ ທີ່ສະໜາມກິລາ ໂຣແລນ ກາໂຣສ (Roland Garros) ໃນນະຄອນປາຣີ ວັນທີ 13 ມິຖຸນາ ປີ 2021.
ໂນວັກ ໂດໂຄວິສ ຈາກປະເທດເຊີເບຍ, ຂວາມື ແລະ ສະເຕຟາໂນສ ຊິຊິແພສ ຖ່າຍຮູບຄູ່ກັບລາງວັນຂອງພວກເຂົາ ຫລັງຈາກຮອບສຸດທ້າຍຂອງການແຂ່ງຂັນ ເຟຣັນສ ໂອເພັນ ທີ່ສະໜາມກິລາ ໂຣແລນ ກາໂຣສ (Roland Garros) ໃນນະຄອນປາຣີ ວັນທີ 13 ມິຖຸນາ ປີ 2021.

ນັກເທັນນິສຊາວເຊີເບຍ ໂນວັກ ໂດໂຄວິສ (Novak Djokovic) ເອົາຊະນະນັກເທັນນິສຊາວກຣີສ (Greece) ສະເຕຟາໂນສ ຊິຊິແພສ (Stefanos Tsitsipas) ໃນຮອບຊິງຊະນະເລີດ ເຟຣັນສ໌ ໂອເພັນ (French Open) ໃນ ວັນອາທິດວານນີ້ ໂດຍໄດ້ໄຊຊະນະຄັ້ງທີ 19 ດ້ວຍຄະແນນ 6-7, 2-6, 6-3, 6-2, 6-4.

“ຂ້ອຍຢາກຂອບໃຈທີມຂອງຂ້ອຍ, ຫີບເຄື່ອງຂອງຂ້ອຍ, ຄອບຄົວຂອງຂ້ອຍ ແລະຄູູຝຶກຂອງຂ້ອຍ,” ໂດໂຄວິກ ກ່າວຫລັງຈາກໄດ້ຮັບໄຊຊະນະແລ້ວ ໂດຍລາວຍອມຮັບວ່າ ໃນລະຫວ່າງການແຂ່ງຂັນ “ແມ່ນມີຄວາມຫຍຸ້ງຍາກທາງດ້ານຮ່າງກາຍ ແລະຈິດໃຈ” ລາວຮູ້ວ່າ ລາວສາມາດເອົາຊະນະໄດ້.

ການແຂ່ງຂັນໃຊ້ເວລາທັງໝົດ 4 ຊົ່ວໂມງ ກັບ 11 ນາທີ, ໃນຂະນະທີ່ໂດໂຄວິກ ຜູ້ທີ່ມີອາຍຸ 34 ປີ ສາມາດກັບຄືນມາ ຫລັງຈາກການສູນເສຍໃນສອງເຊັດ ທໍາອິດ ໃນສິ່ງທີ່ລາວເອີ້ນວ່າ “ໃນສະພາບແວດລ້ອມຂອງກະແສໄຟຟ້າ” ຫລັງຈາກການແຂ່ງຂັນ.

ໃນວັນອາທິດວານນີ້ ຖືວ່າເປັນຄັ້ງທໍາອິດທີ່ ຊິຊິແພສ ອາຍຸ 22 ປີສາມາດເຂົ້າມາຮອດຮອບຊິງຊະນະເລີດ ເພື່ອຊິງແຊ້ມເທັນນິສ.

ໂດໂຄວິກ ເຊິ່ງປັດຈຸບັນເປັນຜູ້ແຂ່ງເພດຊາຍອັນດັບທີ 1 ຂອງໂລກ, ເຊິ່ງເອົາຊະນະ ຄິງ ອອຟ ເຄຣ (King of Clay) ຣາຟາແອລ ນາດອລ (Rafael Nadal) ໃນຮອບຮອງຊະນະເລີດ ເມື່ອອາທິດແລ້ວນີ້.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG