ອອສເຕຣເລຍ ວາງແຜນທີ່ຈະຈັດການລົງປະຊາມະຕິ ເພື່ອເຮັດໃຫ້ພວກຊົນເຜົ່າພື້ນເມືອງທັງຫຼາຍມີປາກມີສຽງຢ່າງຖືກຕ້ອງຕາມກົດໝາຍໃນເລື້ອງການເມືອງຂອງປະເທດ. ພວກນັກສົ່ງເສີມກ່ຽວກັບເລື້ອງນີ້ ໂຕ້ແຍ້ງວ່າ ມັນຈະຊ່ອຍໃນການແກ້ໄຂຄວາມບໍ່ສະເໝີພາບທີ່ຝັງເລີກຢູ່ນີ້ໄດ້ ແຕ່ບໍ່ແມ່ນໝົດທຸກຄົນເຊື່ອວ່າຈະເປັນຄືດັ່ງນັ້ນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ລັດຖະບານພັກແຮງງານທີ່ຫາກໍ່ຖືກເລືອກຕັ້ງເອົາ ເມື່ອບໍ່ດົນມານີ້ ຂອງອອສເຕຣເລຍ ຢາກໃຫ້ມີການປ່ຽນແປງລັດຖະມຳມະນູນ ເພື່ອຮັບຮູ້ຄົນພື້ນເມືອງຂອງປະເທດ. ລັດຖະບານຊຸດນີ້ ຍັງວາງແຜນທີ່ຈະອອກຂໍ້ບັນຍັດໃນການປຶກສາຫາລືກັບພວກເຂົາເຈົ້າ ກ່ຽວກັບການຕັດສິນໃຈຕ່າງໆ ທີ່ຈະມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງພວກເຂົາ ໂດຍເພີ້ມເອົາອັນທີ່ເອີ້ນວ່າ ປາກສຽງຂອງຊົນເຜົ່າພື້ນເມືອງເຂົ້າໃນສະພາແຫ່ງຊາດ.
ລັດຖະທຳມະນູນຂອງອອສເຕຣເລຍ ສາມາດດັດແກ້ໄດ້ ດ້ວຍການລົງປະຊາມະຕິ ຫຼື ການລົງຄະແນນສຽງປະຊານິຍົມເທົ່ານັ້ນ.
ພັກແຮງງານໄດ້ລະດົມເອົາການສະໜັບສະໜູນ ທີ່ເປັນທີ່ຮູ້ຈັກກັນດີໃນສາກົນ ສຳລັບຂໍ້ສະເໜີໃນການປະຕິຮູບຂອງຕົນ ເພື່ອຊ່ອຍປະຊາຊົນຊາວພື້ນເມືອງທັງຫຼາຍ.
ອະດີດດາຣານັກກິລາບານບ້ວງສະຫະລັດ ທ່ານ ແຊຄຽວລ໌ ໂອນຽວ (Shaquile O’Neal) ທີ່ຮູ້ຈັກກັນດີ ສຳລັບການລົນນະລົງໃນເລື້ອງຄວາມຍຸຕິທຳດ້ານສັງຄົມໃນສະຫະລັດ ໄດ້ເດີນທາງໄປນະຄອນຫຼວງແຄນເບີຣາ ເມື່ອທ້າຍສັບປະດາແລ້ວນີ້ ແລະໄດ້ຕົກລົງທີ່ຈະໄປປາກົດໂຕຢູ່ໃນວີດີໂອ ເພື່ອໂຄສະນາສົ່ງເສີມແຜນການຂອງພັກແຮງງານ.
ຍັງບໍ່ມີກຳນົດວັນເວລາເທື່ອ ສຳລັບການລົງປະຊາມະຕິດັ່ງກ່າວ.
ທ່ານແອດດີ ຊາຍນັອດ ຜູ້ນຳຊຸມຊົນພື້ນເມືອງກ່າວວ່າ ມັນເຖິງເວລາແລ້ວ ທີ່ຄົນຜູ້ອາໄສຢູ່ທີ່ແຫ່ງນີ້ຕັ້ງແຕ່ດັ່ງເດີມຈະຖືກຮັບຮູ້ຢ່າງເປັນທາງການ.
ທ່ານຊາຍນັອດ ໄດ້ເວົ້າວ່າ “ສິ່ງທີ່ພວກເຮົາກຳລັງຮັບມືໃນເວລານີ້ ກໍແມ່ນປະເພດຂອງແນວຄິດຂັ້ນພື້ນຖານທຳອິດທີ່ວ່າ, ທ່ານກໍຮູ້, ມັນມີພາກສ່ວນທີ່ເປັນສັນຍາລັກຂອງການຮັບຮູ້ ແລະເປັນສະຖານທີ່ທີ່ຖືກຕ້ອງແລ້ວຂອງຄົນພື້ນເມືອງ. ແຕ່ພ້ອມກັນນັ້ນ, ພື້ນຖານອັນນີ້ ເປັນຄວາມຄິດສາມັນທີ່ປະຊາຊົນພື້ນເມືອງ, ທ່ານກໍຮູ້ວ່າ, ມີບັນຫາ ໂດຍສະເພາະ, ມີສິດທິໃນຖານະເປັນຄົນພື້ນເມືອງ. ທ່ານຮູ້ດີ ປາກສຽງຂອງພວກເຮົາຄວນຖືກຮັບຟັງ ກ່ຽວກັບການຕັດສິນໃຈໃດໆທີ່ມີຜົນກະທົບຕໍ່ພວກເຮົາ.”
ເຖິງຢ່າງໃດກໍຕາມ ແຜນການດັ່ງກ່າວ ແມ່ນບໍ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ. ບັນດາຜູ້ນຳຊົນເຜົ່າພື້ນເມືອງບາງຄົນ ທີ່ລວມມີສະມາຊິກສະພາສູງ ທ່ານນາງລີເດຍ ຕອບປ໌ (Lidia Thorpe) ສະມາຊິກສະພາລັດຖະບານກາງ ໄດ້ກ່າວວ່າ ມັນເປັນ “ການເສຍເງິນລ້າໆ” ໂດຍກ່າວອີກວ່າ ທຶນທັງຫຼາຍທີ່ຖືກໃຊ້ເພື່ອຈັດການລົງປະຊາມະຕິ ສາມາດນຳໄປໃຊ້ດີກວ່ານີ້ ໃນຊຸມຊົນພື້ນເມືອງ.
ພວກນັກວິຈານທັງຫຼາຍໄດ້ໂຕ້ແຍ້ງວ່າ ປາກສຽງຂອງຊາວພື້ນເມືອງຕໍ່ສະພາແຫ່ງຊາດ ບໍ່ແມ່ນຄຳຕອບຕໍ່ວິກິດການຕ່າງໆ ທີ່ປະຊາຄົມຊາວພື້ນເມືອງ ກຳລັງປະເຊີນຢູ່.
ທ່ານເດວິດ ລິໂຕພຣາວ (David Littleproud) ຜູ້ນຳພັກຊາດນິຍົມຝ່າຍຄ້ານ ຫຼື Nationalist Party ຍັງມີຄວາມເປັນຫ່ວງກ່ຽວກັບ ການຂາດລາຍລະອຽດຕ່າງໆຂອງແຜນການດັ່ງກ່າວ.
ທ່ານ ລິໂຕພຣາວ ອະທິບາຍວ່າ “ພວກເຮົາບໍ່ໄດ້ຮັບລາຍລະອຽດໃດໆ ຕໍ່ການລົງຄະແນນສຽງຫຍັງ ແລະຂ້າພະເຈົ້າຄິດວ່າ ຊາວອອສເຕຣເລຍ ໝົດທຸກຄົນຈະເລີ້ມຕົ້ນຈາກສູນ ແລະ ຂອບເຂດນະໂຍບາຍນີ້ ແມ່ນເຕັມໄປດ້ວຍເຈດຕະນາທີ່ີດີທັງນັ້ນ ແຕ່ມີບໍ່ຫຼາຍ ໃນແງ່ຂອງການຫັນປ່ຽນຊ່ອງຫວ່າງທີ່ແຕກໂຕນກັນໃຫ້ຫຍັບໃກ້ເຂົ້າມາ.”
ມັນຍັງມີຊ່ອງຫວ່າງອັນໃຫຍ່ຫຼວງ ໃນດ້ານສຸຂະພາບແລະການຢູ່ດີກິນດີຂອງຄົນພື້ນເມືອງ ກັບຊາວອອສເຕຣເລຍອື່ນໆ. ອາຍຸໄຂຂອງພວກເຂົາເຈົ້າແມ່ນສັ້ນກວ່າ ເຖິງສິບປີ, ແລະເຂົາເຈົ້າໄດ້ປະສົບກັບຄວາມທຸກຍາກ, ການຫວ່າງງານ ແລະການຖືກຂັງຄຸກໃນອັດຕາທີ່ສູງຢ່າງບໍ່ສົມດຸນ.
ບັນດາຜູ້ນຳຊຸມຊົນ ຍັງມີຂໍ້ໂຕ້ແຍ້ງໃນດ້ານຄວາມຍຸຕິທຳທາງອາຍາ ແລະລະບົບການປະຕິບັດກົດໝາຍ ແມ່ນມີການຈຳແນກສີຜິວຢ່າງເປັນລະບົບ. ການສອບສວນໄດ້ເລີ້ມຂຶ້ນ ໃນວັນຈັນທີ່ຜ່ານມານີ້ ກ່ຽວກັບການເສຍຊີວິດຂອງໄວໜຸ່ມຊາວພື້ນເມືອງຄົນນຶ່ງ ທີ່ຖືກຕຳຫຼວດຍິງຕາຍຢູ່ໃນພາກກາງຂອງອອສເຕຣເລຍ. ເຈົ້າໜ້າທີ່ຕຳຫຼວດໄດ້ຖືກພົບວ່າ ບໍ່ມີຄວາມຜິດໃນເຫດການຄາດຕະກຳ ເມື່ອເດືອນມີນານັ້ນ, ແຕ່ນັກປຸກລະດົມ ໄດ້ຂໍຮ້ອງຕໍ່ເຈົ້າໜ້າທີ່ສັນນະສູດສົບ ໃຫ້ສອບສວນການກ່າວຫາໃນການໃຊ້ກຳລັງຫຼາຍເກີນໄປ ໂດຍຕຳຫຼວດໃນເຂດຖິ່ນຖານຂອງຊົນເຜົ່າພື້ນເມືອງທີ່ຫ່າງໄກສອກຫຼີກ.
ການປຶກສາຫາລືຂອງອອສເຕຣເລຍ ຊຶ່ງໄດ້ມີຜົນບັງຄັບໃຊ້ໃນປີ 1901 ບໍ່ໄດ້ອ້າງເຖິງພວກຊົນເຜົ່າພື້ນເມືອງຂອງປະເທດ ຜູ້ທີ່ໄດ້ດຳລົງຊີວິດຢູ່ທີ່ແຫ່ງນີ້ ມາໄດ້ 65,000 ປີມາແລ້ວ ຕາມການເລົ່າບອກກັນມາສ່ວນນຶ່ງ.