ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມແຕກຕ່າງ ລະຫວ່າງ ປ. ທຣຳ ກັບ ນາຍົກ ທຣູໂດ ໃນເລື່ອງການຄ້າ ຄົນເຂົ້າເມືອງ ຈະເປັນຫົວຂໍ້ ເຈລະຈາກັນ


ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau.
ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau.

ໃນວັນຈັນມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ຈະເປັນເຈົ້າພາບ
ຕ້ອນຮັບ ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ທີ່ທຳນຽບຂາວ
ໃນການໂອ້ລົມເລື່ອງຕ່າງໆ ທີ່ຄາດວ່າຈະລວມທັງການລິເລີ່ມຮ່ວມກັນ ສຳລັບ
ການເປັນຜູ້ນຳຂອງແມ່ຍິງ ທາງດ້ານທຸຣະກິດ ແລະ ວິສາຫະກິດ. ທັງທ່ານ ທຣຳ
ແລະທ່ານ ທຣູໂດ ຕ່າງກໍຈະມີປະຊຸມກັນຫຼາຍຄັ້ງ ອັນມີລວມທັງສິ່ງທີ່ທຳນຽບຂາວ
ເອີ້ນວ່າ ກອງປະຊຸມໂຕະມົນ “ເລື່ອງຄວາມກ້າວໜ້າ ຂອງພວກຜູ້ນຳແມ່ຍິງ ທາງດ້ານວິສາຫະກິດ ແລະ ທຸຣະກິດ.”

ຂໍ້ຄວາມຂຽນລົງທາງ Twitter ຂອງ ທ່ານ ທຣູໂດ ນາຍົກລັດຖະມົນຕີ ການາດາ

ນອກນັ້ນ ກຳນົດການຢ້ຽມຢາມນຶ່ງມື້ ຂອງທ່ານ ທຣູໂດ ຍັງຈະປະກອບດ້ວຍການພົບ
ປະກັບ ທ່ານ Paul Ryan ປະທານ ສະພາຕໍ່າ ສະຫະລັດ ພ້ອມກັບ ທ່ານ Mitch
McConnell ຜູ້ນຳສຽງສ່ວນຫຼາຍຂອງ ສະພາສູງ ນຳ.

ບໍ່ໄດ້ມີຢູ່ໃນລາຍການ ຢ່າງຄັກແນ່ ແຕ່ກໍມີທ່າທາງວ່າ ເລື່ອງເສດຖະກິດ ໂດຍສະເພາະ
ເລື່ອງການຄ້າ ຈະເປັນຫົວຂໍ້ຂອງການໂອ້ລົມກັນ ນຳ.

ຂໍ້ຄວາມຂຽນລົງທາງ Twitter ຂອງ ທ່ານ ທຣູໂດ ນາຍົກລັດຖະມົນຕີ ການາດາ

ທ່ານ ທຣຳ ໄດ້ເຮັດໃຫ້ເປັນທີ່ແຈ້ງຂາວວ່າ ທ່ານຢາກເຈຣະຈາຄືນໃໝ່ ເລື່ອງຂໍ້ຕົກລົງ
ການຄ້າເສຣີຂອງອາເມຮິກາເໜືອ ຊຶ່ງມີລວມທັງ ສະຫະລັດ ການາດາ ແລະເມັກຊິກໂກ
ນຳນັ້ນ. ທ່ານຢາກໃຫ້ຂໍ້ຕົກລົງດັ່ງກ່າວເປັນຜົນດີແກ່ ສຫຣ ໃນຂະນະທີ່ ເປັນທີ່ຮູ້ກັນວ່າ
ທ່ານ ທຣູໂດ ຢາກໃຫ້ມັນເປັນການຄ້າເສຣີ. ການາດາ ອີງເອື່ອຍໃສ່ຕະຫຼາດ ຂອງ
ສະຫະລັດ ເປັນສ່ວນໃຫຽ່ ທີ່ເປັນຈຳນວນ ສະເລ່ຍ 75 ເປີເຊັນ ຂອງສິນຄ້າສົ່ງອອກ
ຂອງ ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG