ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພໍ່ຄົວຫວຽດນາມ ປຸງແຕ່ງອາຫານ ລົດຊາດ ເດັ່ນ ໂດຍປະສົມປະສານ 2 ວັດທະນະທຳ ເຂົ້າກັນ


Vietnamese-Cajun Food: A Blend of Two Cultures
please wait

No media source currently available

0:00 0:03:07 0:00

ເຊີນຊົມ ວີດີໂອ

ຢູ່ຕາມແຄມຝັ່ງອ່າວທະເລ ໃນພາກໃຕ້ຂອງສະຫະລັດ ແມ່ນມີຜູ້ຄົນທີ່ມີວັດທະນະທຳ
ສອງຢ່າງແຕກຕ່າງກັນ ເຂົ້າມາຕັ້ງຖິ່ນຖານຢູ່ໃນຂົງເຂດນັ້ນ ຊຶ່ງກໍຄື: ຊາວອົບພະຍົບ
ຈາກປະເທດ ຫວຽດນາມ ແລະຊາວເຄເຈັນ ທີ່ມີເຊື້ອສາຍມາຈາກຄົນຝຣັ່ງ ທີ່ເປັນພວກ
ລ່າຫົວເມືອງຂຶ້ນ ທີ່ທຳອິດໄດ້ມາດຳລົງຊີວິດ ຢູ່ໃນພາກຕາເວັນອອກ ຂອງການາດາ
ແລະ ໃນທີ່ສຸດກໍໄດ້ຍ້າຍມາຕັ້ງຖິ່ນຖານໃໝ່ຢູ່ໃນລັດລູອີຊີອານານັ້ນ. ອາຫານຂອງ
ຊາວເຄເຈັນ ເປັນທີ່ຮູ້ຈັກກັນດີ ເຖິງເລື້ອງການເອົາເຄື່ອງປຸງລົດ ປະສົມໃສ່ ໃນອາຫານ
ທະເລ, ໃສ້ອົ່ວ ແລະເຂົ້າ ຢ່າງມີເອກກະລັກຂອງໂຕເອງ. ສ່ວນຊາວຫວຽດນາມຫຼາຍ
ຄົນ ທີ່ອາໄສຢູ່ຕາມແຄມຝັ່ງອ່າວທະເລນີ້ ບໍ່ພຽງແຕ່ໄດ້ຮັບເອົາອາຫານຊາວເຄເຈັນ
ເທົ່ານັ້ນ ແຕ່ກໍຍັງປະດິດສ້າງສິ່ງໃໝ່ໆ ບາງຢ່າງຂຶ້ນມາ -- ຊຶ່ງເປັນການປະສົມປະສານ
ຂອງອາຫານທັງສອງປະເພດເຂົ້າໃສ່ກັນ. ເອລີຊາເບັດ ລີ ນັກຂ່າວຂອງວີໂອເອ ມີລາຍ
ລະອຽດກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.




ທ້າວ ຈອງ ຫງວຽນ ເວົ້າວ່າ “ອັນນີ້ ແມ່ນວິທີ ທີ່ພວກເຮົາແຍກ ກຸ້ງກ້າມແດງ ຫຼື
ກຸ້ງຄຣໍຟິສ ອອກ.”

ເລີ້ມແຕ່ການກະກຽມ ຈົນເຖິງວິທີຄົວມັນ ແລະໃສ່ເຄື່ອງປຸງຕ່າງໆ ລ້ວນແລ້ວແຕ່ເປັນ
ສິລະປະແບບນຶ່ງ ໃນການຕົ້ມກຸ້ງກ້າມແດງ. ອາດເວົ້າໄດ້ວ່າ ມັນເປັນອາຫານສຸດຍອດ
ຂອງຊາວເຄເຈັນ ທີ່ຄົນນິຍົມກັນຫລາຍ. ແຕ່ ຢູ່ໃນເຮືອນຄົວຂອງທ້າວ ຈອງ ຫງວຽນ
ແລ້ວ ມັນມີເຄັດລັບໃນການເຮັດແນວນີ້.

ທ້າວ ຫງວຽນ ເວົ້າວ່າ “ບັດນີ້ ພວກເຮົາ ໂຮຍເຄື່ອງປຸງອາຫານ ທີ່ເອີ້ນວ່າ ຫວຽດ-
ເຄເຈັນ ໃສ່ມັນ.”

ປູໃສ່ເກືອແລະພິກໄທ ແມ່ນອາຫານຈານນຶ່ງ ໃນ ລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ, ທີ່ເນັ້ນໜັກເປັນພິເສດ ໃນອາຫານທະເລ ສໄຕລ໌ເຄເຈັນຂອງຫວຽດນາມ.
ປູໃສ່ເກືອແລະພິກໄທ ແມ່ນອາຫານຈານນຶ່ງ ໃນ ລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ, ທີ່ເນັ້ນໜັກເປັນພິເສດ ໃນອາຫານທະເລ ສໄຕລ໌ເຄເຈັນຂອງຫວຽດນາມ.


ຮ້ານອາຫານຂອງທ້າວ ຫງວຽນ ຊື່ວ່າ ຄຣໍຟິສ ແອນ ນູໂດລສ໌ (Crawfish & Noodles)
ທີ່ປະສົມປະສານ ການຄົວກິນ ແບບຊາວເຄເຈັນ ໃສ່ກັບ ສິ່ງທີ່ລາວຮຽນຮູ້ ຈາກວັດທະ
ນະທຳຫວຽດນາມຂອງລາວເອງ.

ທ້າວ ຈອງ ຫງວຽນ ເຈົ້າຂອງຮ້ານແລະພໍ່ຄົວ ຂອງຮ້ານອາຫານ ຄຣໍຟິສ ແອນ ນູໂດລສ໌
ເວົ້າວ່າ “ຕອນຢູ່ຫວຽດນາມຫັ້ນ ແມ່ຍ່າຂອງຂ້ອຍເປັນແມ່ຄົວ ທີ່ດີເລີດ ສະນັ້ນ
ຂ້ອຍຈຶ່ງໄດ້ຮູ້ລົດຊາດຂອງອາຫານນີ້ ຍ້ອນໄດ້ໃຫຍ່ຂຶ້ນມາ ໂດຍອາໄສຢູ່ກັບ
ເພິ່ນ ເປັນເວລາຫລາຍປີ. ສະນັ້ນແລ້ວ ຂ້ອຍກໍເລີຍມີລົດນິຍົມ ອັນນັ້ນ ຢູ່ນໍາ
ໂຕຂອງຂ້ອຍ ໃນຂະນະທີ່ຂ້ອຍເຮັດວຽກ, ຊ່ອຍເພິ່ນຄົວກິນ ຢູ່ນັ້ນ.”

ອາຫານຈານນີ້ ຊື່ວ່າ Muc Chien Gion (ປາອີ່ຮື) ແມ່ນນຶ່ງໃນ ລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ. ເຈົ້າຂອງຮ້ານ ແລະທັງເປັນພໍ່ຄົວ ທ້າວ ຈອງ ຫງວຽນ ຮຽນຄົວກິນ ດ້ວຍການຊ່ອຍແມ່ຍ່າຂອງລາວ ເຮັດກິນ.
ອາຫານຈານນີ້ ຊື່ວ່າ Muc Chien Gion (ປາອີ່ຮື) ແມ່ນນຶ່ງໃນ ລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ. ເຈົ້າຂອງຮ້ານ ແລະທັງເປັນພໍ່ຄົວ ທ້າວ ຈອງ ຫງວຽນ ຮຽນຄົວກິນ ດ້ວຍການຊ່ອຍແມ່ຍ່າຂອງລາວ ເຮັດກິນ.

ທ້າວ ຫງວຽນ ມາຮອດ ສະຫະລັດ ໃນຊ່ວງທ້າຍຊຸມປີ 1980 ໃນຂະນະທີ່ ຊາວອົບ
ພະຍົບ ຫວຽດນາມ ຊອກຫາທາງຂໍລີ້ໄພທາງການເມືອງ. ລາວໄດ້ໄປຮ່ຳຮຽນ ແລະ
ໄດ້ເຮັດວຽກຫຼາຍຢ່າງ ລວມທັງ ວຽກນຶ່ງໃນດ້ານການຕະຫຼາດ ຢູ່ສະຖານຫຼິ້ນການ
ພະນັນ ຫຼື ກາຊີໂນ ຢູ່ລັດລູອີຊີອານາ ກ່ອນຈະມາເຮັດທຸລະກິດຮ້ານອາຫານ. ລາວ
ບໍ່ແມ່ນອົບພະຍົບຊາວຫວຽດນາມ ພຽງຄົນດຽວ ທີ່ອາໄສຢູ່ເຂດອ່າວທະເລ ຂອງ
ສະຫະລັດແຫ່ງນີ້ ທີ່ໄດ້ຫັນມາເຮັດອາຊີບໃນດ້ານອຸດສາຫະກຳອາຫານທະເລ.

ທ້າວ ຫງວຽນ ກ່າວວ່າ “ພວກອົບພະຍົບຊຸດທຳອິດ ທີ່ເຂົ້າມາໃນສະຫະລັດ
ສ່ວນໃຫຍ່ແລ້ວ ແມ່ນພວກອາໄສຢູ່ໃນເຮືອຫາກຸ້ງ ເຈົ້າຮູ້ບໍ່. ພວກເຂົາເຈົ້າ
ເຮັດອາຫານ ແລະ ຫຼາຍສິ່ງຫຼາຍຢ່າງ ກ່ຽວກັບກຸ້ງນີ້.”

ອາຫານຈານນີ້ ເອີ້ນວ່າ ກຸ້ງຄຣໍຟິສ ຫວຽດ-ເຄເຈັນ ແມ່ນອາຫານອີກຈານນຶ່ງ ໃນລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ.
ອາຫານຈານນີ້ ເອີ້ນວ່າ ກຸ້ງຄຣໍຟິສ ຫວຽດ-ເຄເຈັນ ແມ່ນອາຫານອີກຈານນຶ່ງ ໃນລາຍການອາຫານ ທີ່ລູກຄ້າມັກ ຫຼາຍທີ່ສຸດ ຢູ່ທີ່ຮ້ານອາຫານ Crawfish & Noodles ຕັ້ງຢູ່ໃນນະຄອນ ຮິວສຕັນ ຂອງລັດເທັກຊັດ.


ການຮັບເອົາອາຫານຊາວເຄເຈັນ ທີ່ມີຢູ່ຢ່າງຫຼວງຫຼາຍ ຕາມແຄມຝັ່ງອ່າວທະເລ
ແຫ່ງນີ້ ເປັນບາດກ້າວຕໍ່ໄປທີ່ເປັນໄປຕາມທຳມະຊາດ.

ທ້າວ ຫງວຽນ ເວົ້າອີກວ່າ “ພວກຊາວເຄເຈັນ ເຮັດອາຫານຫຼາຍຢ່າງໂດຍໃຊ້ກຸ້ງ
ຄຣໍຟິສ, ພວກເຂົາເຈົ້າໃຊ້ ກຸ້ງ, ປາກົດ, ແຂ້ ເຮັດອາຫານຫຼາຍແນວ ເຈົ້າຮູ້ບໍ່,
ແບບສະຕາຍລ໌ ເຄເຈັນ. ສະນັ້ນ ຈາກຈຸດນີ້ ຊາວຫວຽດນາມ ຈຶ່ງປາກົດວ່າ
ເຂົ້າໃຈ ວັດທະນະນີ້ ຫຼາຍຂຶ້ນ. ຊາວຫວຽດນາມ ຈຶ່ງໄດ້ທຸ້ມເທທຸກຢ່າງເຂົ້າ
ໃນທຸລະກິດແບບນັ້ນ. ການເຮັດອາຫານ ຕາມແບບຂອງຂ້ອຍນັ້ນ ກໍແມ່ນວ່າ
ຂ້ອຍໃຊ້ເຄື່ອງປຸງລົດຂອງຫວຽດນາມ ປົນໃສ່ກັບບາງສ່ວນຂອງອາຫານ
ເຄເຈັນ ເພື່ອເຮັດອາຫານຈານນີ້ ຍ້ອນວ່າ ຊາວຫວຽດນາມ ມັກໃສ່ເຄື່ອງ
ປຸງລົດຫລາຍ.”

ວັດທະນະທຳຂອງຝຣັ່ງ ແມ່ນເປັນອີກເລື້ອງນຶ່ງ ທີ່ພວກຊາວເຄເຈັນ ແລະ ຊາວ
ຫວຽດນາມ ມີຄືກັນ. ຫວຽດນາມ ເຄີຍເປັນອານານິຄົມຂອງຝຣັ່ງ ແລະພວກບັນພະ
ບູລຸດຂອງຊາວເຄເຈັນ ກໍແມ່ນເປັນພວກຄົນຝຣັ່ງທີ່ລ່າຫົວເມືອງຂຶ້ນນັ້ນ.

ທ້າວ ຫງວຽນ ເວົ້າວ່າ “ຂ້ອຍໃຊ້ສ່ວນປະສົມອາຫານຂອງຝຣັ່ງຫຼາຍຢ່າງ ໃນ
ອາຫານຂອງຂ້ອຍ.”

“ພໍ່ຄົວຫງວຽນ ເອີ້ນລົດຊາດໃນອາຫານທະເລຂອງລາວວ່າ ເປັນລົດແບບຫວຽດ-
ເຄເຈັນແລະ ຊາວຫວຽດນາມ ພ້ອມດ້ວຍພວກລູກຄ້າ ທີ່ບໍ່ແມ່ນຄົນຫວຽດນາມ ຢູ່ທີ່
ຮ້ານອາຫານແຫ່ງນີ້ ໄດ້ນັບມື້ ນັບມີລົດນິຍົມ ໃນລົດຊາດທີ່ມີການປະສົມປະສານກັນ
ຢູ່ໃນອາຫານຈານນີ້.

ທ່ານໄມຄ໌ ແວນເດັນໂບລດ໌ ແລະ ເພື່ອນໆຂອງເພິ່ນ ທີ່ມາກິນອາຫານຢູ່ແຫ່ງນີ້ ອາທິດ
ລະຄັ້ງ ເວົ້າວ່າ “ຂ້າພະເຈົ້າ ເກີດແລະເຕີບໃຫຍ່ຢູ່ພາກໃຕ້ຂອງລັດລູອີຊີອານາ
ນີ້ ສະນັ້ນແລ້ວ ຂ້າພະເຈົ້າຮູ້ຈັກ ອາຫານກຸ້ງຄຣໍຟິສຂອງຊາວເຄເຈັນ ດີ. ສະ
ນັ້ນ ເວລາທີ່ພວກເຮົາມາຮ້ານນີ້ ເຄື່ອງເທດຫວຽດ-ເຄເຈັນ ທີ່ເຕີມລົງໄປເພີ້ມ
ອີກນັ້ນເຮັດໃຫ້ພວກເຮົາມັກ. ພວກເຮົາມັກກຸ້ງຄຣໍຟິສແບບນີ້ ຫຼາຍກວ່າ ກຸ້ງ
ຄຣໍຟິສ ຂອງເຄເຈັນແບບດັ້ງເດີມ.”

ສ່ວນນາງ ແທຣີ ເຈິນ ທີ່ມັກກຸ້ງຄຣໍຟິສຫຼາຍນັ້ນ ກ່າວວ່າ “ມັນມີລົດຊາດແຊບຫຼາຍ.
ມັນມີເຄື່ອງປຸງຫຼາຍແນວໃສ່ກຸ້ງນີ້ ແລະກຸ້ງຄຣໍຟິສນີ້ ແມ່ນໄດ້ຖືກຜັດໃຫ້ພໍດີ
ຢ່າງສົມບູນແບບເລີຍ.”


ທ້າວຫງວຽນເວົ້າອີກວ່າ “ສິ່ງທີ່ສຳຄັນ ກໍແມ່ນວ່າ ອາຫານແຊບ ຕ້ອງໄດ້ແບ່ງ
ປັນກັນກິນ.”

ທ້າວ ຫງວຽນ ກ່າວມ້ວນທ້າຍວ່າ ລາວຢາກໃຫ້ພວກພໍ່ຄົວລຸ້ນໃໝ່ ປະດິດຄິດສ້າງ
ອາຫານເຄເຈັນ ຂອງຫວຽດນາມຂຶ້ນມາໃໝ່ທີ່ແຊບກວ່າເກົ່າອີກ ເພື່ອສົ່ງເສີມ ການນໍາ
ເອົາສອງວັດທະນະທຳນີ້ ມາປະສົມປະສານເຂົ້າກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG