ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໕ ມີນາ ໒໐໒໔

ໝາ​ດົມ​ກິ່ນ ອາ​ດຊ່ວຍ​ຢຸດ​ ການ​ແຜ່​ລະ​ບາດ​ ຂອງ​ໂຣກ ມາ​ເລ​ເຣຍ ໄດ້


Disease-sniffing Dogs Could Help Stop the Spread of Malaria
please wait

No media source currently available

0:00 0:01:52 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໝາ​ເປັນ​ສັດຈຳພວກ​ທີ່​ຄົນ​ເຮົາ​ຮູ້​ຈັກ​ກັນ​ດີ ແລະ ມີ​ຄຸນ​ສົມບັດ​ ວ່າມີ​ຄວາມ​ສາ​ມາດ​ຂອງ​
ພວກມັນໃນການດົມຫາກິ່ນໄດ້ທຸກຢ່າງ ເຊັ່ນ ຢາເສບຕິດ, ຫາລະເບີດ ເຖິງວັດຖຸອີເລັກ
ໂທຣນິກເຖື່ອນ. ແຕ່ບັນດານັກວິທະຍາສາດໃນມະຫາວິທະຍາໄລ ແລງແຄສເຕີ ໄດ້
ຊ້ອມໃຫ້ມັນສືບຫາກິ່ນຂອງຄວາມເຈັບປ່ວຍ, ໂດຍສະເພາະແມ່ນໂຣກ ມາເລເຣຍ ຫຼື
ໂຣກໄຂ້ຍຸງ. ແລະ ນັ້ນອາດເປັນການປ່ຽນແປງ​ໃໝ່​ ໃນ​ການ​ຕໍ່​ສູ້​ ເພື່ອ​ຢຸດ​ການ​ແຜ່​ລະ​
ບາດຂອງໂຣກດັ່ງກ່າວ. ນັກຂ່າວວີໂອເອ ເຄວິນ ອີນັອກສ໌ ມີລາຍງານ, ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນີ້​ແມ່ນ​ວິ​ທີ​ທີ່​ການ​ສຶກ​ສາ​ດັ່ງ​ກ່າວເຮັດ​ວຽກ. ພວກ​ນັກ​ຮຽນ​ໃນ​ປະ​ເທດ ກາ​ນາ ບາງ​ຄົນ
ທັງຜູ້ທີ່ເປັນໂຣກມາເລເຣຍ ແລະຜູ້ບໍ່ເປັນບາງຄົນ ຕ່າງກໍໄດ້ຮັບເອົາຖົງຕີນໄປໃສ່ຜູ້
ລະນຶ່ງຄືນ.

ແລະ ໝາ​ທີ່​ຖື​ກ​ຝຶກ​ ຈະ​ພະ​ຍາ​ຍາມ​ລະ​ບຸ​ຖົງ​ຕີນ​ທີ່​ມີຫຼັກ​ຖານວ່າ​ ແມ່ນ​ເຊື້ອ ມາ​ເລ​ເຣຍ
ນັ້ນ.

ທ່ານ ສ​ຕີ​ຟ ລິນ​ເຊ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ເດີ​ແຮັມ ກ່າ​ວວ່າ “ມັນ​ມີຫຼັກ​ຖານທີ່​ຄົນ​ທີ່​ມີ
ເຊື້ອມາເລເຣຍ ຈະມີກິ່ນສະເພາະຂອງມັນ. ເຂົາເຈົ້າຈະມີກິ່ນແຕກຕ່າງຈາກຜູ້ອື່ນ,
ແລະ ຍິ່ງສຳຄັນກວ່ານັ້ນ ໂຕຍຸງຈະເລືອກກິນເລືອດຂອງຜູ້ທີ່ມີເຊື້ອມາເລເຣຍຢູ່ແລ້ວ.
ສະນັ້ນ ຖ້າຍຸງສາມາດເຮັດແນວນັ້ນໄດ້ ເປັນຫຍັງພວກໝາຈຶ່ງຈະເຮັດບໍ່ໄດ້?

ໝາ​ຄືໂຕ​ທີ່​ຊື່​ວ່າ ເຟ​ຣ​ຢາ ແມ່ນ​ໄດ້​ຖື​ກ​ຝຶກ​ຝົນມາ ໂດຍ​ກຸ່ມ​ໝາ​ກວດ​ກາ​ດ້ານ​ການ​ແພດ
ແມ່ນສາມາດທີ່ຈະລະບຸເຊື້ອມາເລເຣຍໄດ້ ຢ່າງແນ່ນອນເຖິງ 70 ເປີເຊັນໃນແຕ່ລະຄັ້ງ.

ແລະ ທ່ານ ລິນ​ເຊ ເວົ້າ​ວ່າ ສິ່ງນີ້​ ອາດ​ນຳ​ໄປ​ສູ່​ວິ​ທີ​ໃໝ່ ແລະ ມີ​ປະ​ສິດ​ທິ​ພາບ​ແທ້ໆ
ກ່ຽວກັບ ການຢຸດ ບໍ່ໃຫ້ໂຣກມາເລເຣຍແຜ່ລະບາດ.

ທ່ານ ສ​ຕີ​ຟ ລິນ​ເຊ ກ່າວ​ວ່າ “ຖ້າ​ເຈົ້າ​ໄດ້​ຫຍັບ​ເຂົ້າ​ໃກ້​ການ​ລົບ​ລ້າງ​ໄຂ້​ມາ​ເລ​ເຣຍແທ້ໆ
ແລະ ເຈົ້າກຳລັງພະຍາຍາມຫາຈຸດສູນກາງພວກນັ້ນ ແລະ ຜູ້ທີ່ຕິດເຊື້ອ, ແທນທີ່ຈະ
ໄປກວດຫາທຸກຄົນ. ໝາແມ່ນອາດຈະດີພໍ ທີ່ຈະຍ່າງໄປຫາບ້ານຕ່າງໆ ແລະ ຊອກຫາ
ຄົນທີ່ຕິດເຊື້ອນັ້ນ.”

ທ່ານ ລິນ​ເຊ ເວົ້າ​ວ່າ ໝາ​ແມ່ນ​ໄດ້​ຢູ່​ໃນ​ແຖວ​ໜ້າ​ຂອງ​ການກວດ​ຫາ​ເຊື້ອ​ໂຣກ ແລະ
ຂອງເຖື່ອນແລ້ວ, ແຕ່ກໍອາດຈະສາມາດກວດຫາທີ່ມາຂອງຄວາມເຈັບປ່ວຍອື່ນໆໄດ້
ເຊັ່ນກັນ.

ທ່ານ ສ​ຕີ​ຟ ລິນ​ເຊ ກ່າວ​ວ່າ “ສະ​ນັ້ນ​ຄົນ​ຜູ້​ທີ່​ຂ້າ​ພ​ະ​ເຈົ້າ​ເຮັດ​ວຽກ​ຮ່​ວມ​ນຳ, ຜູ້​ຝຶກ​ສອນ
ໝາ, ໄດ້ເຮັດວຽກກັບໝາຂອງເຂົາເຈົ້າເພື່ອກວດຫາໂຣກມະເຮັງ ແລະ ໂຣກມືສັ່ນ
ພາກິນສັນ ແລະ ແທ້ຈິງແລ້ວ ເຂົາເຈົ້າໄດ້ເຕືອນໝາທີ່ເຮັດວຽກກັບຄົນເປັນເບົາຫວານ
ວ່າ ເວລາທີ່ເຂົາເຈົ້າຈະມີພາວະນ້ຳຕານໃນເລືອດຕ່ຳ ໂຕໝາຈະແຈ້ງໃຫ້ຄົນຜູ້ນັ້ນຮູ້,
ເຕືອນໃຫ້ຮູ້.”

ກຸ່ມ​ນັກ​ກວດ​ກາ​ສຸ​ຂະ​ພາບ ຍັງ​ໄດ້​ເຮັດ​ວຽກກັບ ສະ​ຖ​າ​ບັນເທັກ​ໂນ​ໂລ​ຈີ ລັດ

ແມັ​ສ​ຊາ​ຈູ​ເຊັດ​ສ໌ ຫຼື MIT ເພື່ອ​ສ້າງ​ດັງ​ອີ​ເລັກ​ໂທ​ນິກ ຫຼື E-nose ທີ່​ສາ​ມາດ​ເຮັດ​ສິ່ງ​
ຕ່າງໆຄືໂຕໝາເຮັດ, ແຕ່ທ່ານເວົ້າວ່າ ດັງຂອງໝາແມ່ນອ່ອນໄຫວແລະຮູ້ສຶກໄດ້ດີຫຼາຍ
ເຊິ່ງເທັກໂນໂລຈີແມ່ນຍັງບໍ່ມີເທື່ອ ທີ່ຈະທຽບເທົ່າກັບພະລັງການດົມກິ່ນສືບກິ່ນແບບ
ໝາໄດ້ເທື່ອ.


Dogs are well known and valued for their ability to smell everything from drugs, to bombs to contraband electronics. But scientists at Lancaster University have trained them to sniff out illnesses, specifically Malaria. And that could be game changing in the fight to stop the spread of the disease. VOA's Kevin Enochs reports.

Here's how the study worked.Children in Ghana - some of whom had malaria some who did not - were given socks to wear for one night.

And the trained dogs tried to identify the socks that had evidence of the malarial parasite.

"There's accumulating evidence that people that have malaria parasites have specific odors. They smell differently from other people, and more importantly mosquitos preferentially feed on people with malaria. So if mosquitos can do it why not dogs?"

Dogs like Freya trained by the group Medical Detection dogs were able to identify malaria correctly 70 percent of the time.

And Lindsay says this could lead to new and really effective ways of stopping Malaria from spreading.

"...if that you're getting really close to malaria elimination and you're trying to find those hot spots and who is infected, rather than screening everyone the dogs might be good enough to go into villages and find people."

Lindsay says dogs are already on the front lines of disease and contraband detection, but may be able to detect a host of other illnesses as well.

"So the folks that I'm working with, the dog handlers, have worked with their dogs to detect cancers and Parkinson's Disease and they actually have alert dogs that work with diabetic patients that when they are going into hypoglycemia the dogs notify the person, alert the person."


The Medical Detection Team is also working with MIT to create a kind of E-nose that could do what the dogs do, but he says the dogs noses are so sensitive the technology doesn't yet exist to match their sniffing power.

XS
SM
MD
LG