ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຄົ້ນພົບ ແກັສທຳມະຊາດ ເຮັດໃຫ້ ຈີນ ມີຂໍ້ຍຶດໝັ້ນ ໃນການອ້າງກຳມະສິດ ເອົາທະເລຈີນໃຕ້ ຫຼາຍຂຶ້ນ


ເຮລິຄັອບເຕີ ນາວິກະໂຍທິນ Z-9 ຂອງ ຈີນ ກຳລັງກຽມລົງຈອດຢູ່ກຳປັ່ນ CNS Huangshan ຂອງກອງທັບປົດປ່ອຍປະຊາຊົນ ຈີນ (FFG-570) ໃນຂະນະທີ່ກຳປັ່ນດັ່ງກ່າວທຳການຝຶກຊ້ອມ ແລະ ສວນທາງກັນກັບກຳປັ່ນ USS Sterett ຂອງ ສະຫະລັດ ໃນທະເລ ຈີນໃຕ້ຢູ່.
ເຮລິຄັອບເຕີ ນາວິກະໂຍທິນ Z-9 ຂອງ ຈີນ ກຳລັງກຽມລົງຈອດຢູ່ກຳປັ່ນ CNS Huangshan ຂອງກອງທັບປົດປ່ອຍປະຊາຊົນ ຈີນ (FFG-570) ໃນຂະນະທີ່ກຳປັ່ນດັ່ງກ່າວທຳການຝຶກຊ້ອມ ແລະ ສວນທາງກັນກັບກຳປັ່ນ USS Sterett ຂອງ ສະຫະລັດ ໃນທະເລ ຈີນໃຕ້ຢູ່.

ການຄົ້ນພົບແກັສທຳມະຊາດນອກຊາຍຝັ່ງ ທີ່ມີສີມົວໆຢ່າງຊໍ້າແລ້ວຊໍ້າອີກ ເຊິ່ງເປັນທີ່ຮູ້ຈັກດັ່ງກັບ ນໍ້າກ້ອນທີ່ສາມາດຈູດໃຫ້ເປັນໄຟໄດ້ນັ້ນ ຈະເປັນການສະໜັບສະໜູນຕໍ່ການກ່າວອ້າງເອົາກຳມະສິດຂອງຈີນໃນທະເລຈີນໃຕ້ ທີ່ມີຄວາມຂັດແຍ້ງກັບລັດຖະບານ ເອເຊຍ ຫ້າປະເທດອື່ນໆ.

ຈີນ ໄດ້ສະກັດນໍ້າກ້ອນ 861,400 ຕາລາງແມັດ, ເຊິ່ງແມ່ນສານແກັສທຳມະຊາດ, ສຳລັບປະຈຳວັນສະເລ່ຍ 28,700 ຕາລາງແມັດ ໃນລະຫວ່າງການປະຕິບັດງານທີ່ໄດ້ເລີ່ມຂຶ້ນໃນເດືອນກຸມພາ, ອີງຕາມການລາຍງານຂອງອົງການຂ່າວລັດຖະບານ ຊິນຫົວ ໃນວັນພະຫັດທີ່ຜ່ານມາ.

ການຄົ້ນພົບດັ່ງກ່າວໄດ້ເຮັດໃຫ້ ຈີນ ມີເຫດຜົນທີ່ຈະໃຊ້ທະເລດັ່ງກ່າວ, ເຖິງແມ່ນຈະມີການປະທ້ວງຈາກປະເທດອື່ນໆກໍຕາມ, ໃນຂະນະທີ່ໄດ້ຮັບປະກັນການສະໜອງພະລັງງານສຳລັບປະຊາຊົນພັນສີ່ຮ້ອຍລ້ານຄົນຂອງເຂົາເຈົ້ານັ້ນ, ອີງຕາມການກ່າວຂອງບັນດານັກວິເຄາະ. ເຂົາເຈົ້າໄດ້ກ່າວຕື່ມວ່າ ຈີນ ຈະໄດ້ຮັບຈຸດຍຶດໝັ້ນໃນທະເລດັ່ງກ່າວຫຼາຍຂຶ້ນກວ່າເກົ່າ ຖ້າເຂົາເຈົ້າອອກໃບອະນຸຍາດເທັກໂນໂລຈີກັ່ນແກັສທຳມະຊາດໃຫ້ປະເທດອື່ນໆ ຫຼື ຮ່ວມມືກັບເຂົາເຈົ້າເພື່ອສະກັດມັນ.

ປະເທດ ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ ໄດ້ອ້າງເອົາທັງໝົດ ຫຼື ຫຼາຍພາກສ່ວນຂອງທະເລທີ່ມີເນື້ອທີ່ ສາມລ້ານຫ້າແສນຕາລາກິໂລແມັດນັ້ນ. ຈີນ ເອີ້ນເອົາປະມານ 90 ເປີເຊັນຂອງເຂດນໍ້ານັ້ນເປັນຂອງເຂົາເຈົ້າເອງ, ປົກຄຸມເອົາເຂດອື່ນໆທີ່ຖືກອ້າງເອົາໂດຍລັດຖະບານອື່ນໆ ແລະ ເຮັດໃຫ້ເກີດການປະທະກັນບາງຄັ້ງບາງຄາວ.

ຈີນ ໄດ້ເປັນຜູ້ນຳໜ້າໃນທົດສະວັດທີ່ຜ່ານມາ ດ້ວຍການສ້າງເກາະທຽມຂະໜາດນ້ອຍໃສ່ສຳລັບການໃຊ້ທາງທະຫານ. ເທັກໂນໂລຈີຂອງ ຈີນ, ເຊັ່ນເຮືອບິນບໍ່ມີຄົນຂັບ ແລະ ລະບົບກວດກາໃຕ້ນໍ້າ, ໄດ້ຖືກພິຈາລະນາວ່າມີຄວາມກ້າວໜ້າກວ່າຄວາມຊໍານານຂອງຜູ້ອ້າງກຳມະສິດອື່ນໆໃນເອເຊຍຕາເວັນອອກສຽງໃຕ້.

ກົດໝາຍສາກົນຈະບໍ່ຮັບຮູ້ການຄົ້ນພົບພະລັງງານນັ້ນດັ່ງກັບການອ້າງເອົາອຳນາດອະທິປະໄຕ, ອີງຕາມການກ່າວຂອງຮອງສາສະດາຈານ ເອັດເຫວີດ ອາຣາຣາລ ຈາກຂະແໜງນະໂຍບາຍສາທາລະນະ, ມະຫາວິທະຍາໄລ ລີ ຄວານ ຢິວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG