ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ທຳການຮຽກຮ້ອງໃໝ່ ໃນການເຈລະຈານິວເຄລຍ


ໃນພາບຈາກອົງການຂ່າວ IRNA ນີ້ສະແດງໃຫ້ເຫັນຫົວໜ້ານັກເຈລະຈາ ອີຣ່ານ ທ່ານ ອາລີ ບາເກຣີ ຄານີ, ຂວາ, ປະຊຸມກັບຜູ້ປະສານງານການເຈລະຈານິວເຄລຍ ສະຫະພາບຢູໂຣບ ທ່ານ ເອັນຣິເກ ມໍຣາ, ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, 28 ພຶດສະພາ, 2022.
ໃນພາບຈາກອົງການຂ່າວ IRNA ນີ້ສະແດງໃຫ້ເຫັນຫົວໜ້ານັກເຈລະຈາ ອີຣ່ານ ທ່ານ ອາລີ ບາເກຣີ ຄານີ, ຂວາ, ປະຊຸມກັບຜູ້ປະສານງານການເຈລະຈານິວເຄລຍ ສະຫະພາບຢູໂຣບ ທ່ານ ເອັນຣິເກ ມໍຣາ, ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, 28 ພຶດສະພາ, 2022.

ນຶ່ງວັນຫຼັງ​ຈາກ​ການ​ເຈ​ລະ​ຈາ​ທາງ​ອ້ອມ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອີ​ຣ່ານ ກ່ຽວ​ກັບ ການ​ກັບ​ຄືນ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ 2015 ໄດ້​ສິ້ນ​ສຸດ​ລົງ​ຢ່າງບໍ່​ປະ​ສົບຜົນ​ສຳ​ເລັດ​ນັ້ນ, ບັນ​ດາ​ນັກ​ການ​ທູດ ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ເຕ​ຫະ​ຣ່ານ ໄດ້​ນຳ​ເອົາ​ການ​ຮຽກ​ຮ້ອງ​ໃໝ່ ​ຂຶ້ນ​ມາ​ເຈ​ລະ​ຈາ.

ທູດ​ຝ​ຣັ່ງ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ນິ​ໂຄ​ລາ ເດີ ຣີ​ວີ​ແອ (Nicolas de Riviere) ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ ແຜນ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານ​ ຫຼື JCPOA ວ່າ “ພວກ​ເຮົາ​ເຂົ້າ​ໃຈ​ວ່າ ອີ​ຣ່ານ ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ຂໍ້​ສະ​ເໜີ ​ຂຶ້ນ​ມາ​ເຈ​ລະ​ຈາເທົ່າ​ນັ້ນ, ແຕ່ເຂົາ​ເຈົ້າ​ຍັງ​ໄດ້​ຕື່ມ​ອີກຫຼາຍ​ບັນ​ຫາ ເຊິ່ງ​ຢູ່ນອກ​ຂອບ​ເຂດ​ຂອງ JCPOA, ດ້ວຍ​ການ​ຮຽກ​ຮ້ອງທີ່ຫຼາຍ​ທີ່​ສຸດ ແລະ ບໍ່​ເປັນ​ຈິງ.”

ທ່ານ ແລະ ນັກ​ການ​ທູດ​ຄົນ​ອື່ນໆ, ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ວ່າ ​ການ​ຮຽກ​ຮ້ອງ​ນັ້ນ​ມີ​ຫຍັງ​ແດ່.

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈະ​ປະ​ຊຸມ​ກັນ​ສອງ​ຄັ້ງ​ຕໍ່​ປີ ເພື່ອ​ທົບ​ທວນ​ການ​ປະ​ຕິ​ບັດ​ການ​ຂອງ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ, ເຊິ່ງ​ເຮົາ​ເຈົ້າ​ໄດ້​ຮັບ​ຮອງ​ເອົາ​ໃນ​ການ​ລົງ​ມະ​ຕິ. ຂໍ້​ຕົກ​ລົງ​ປີ 2015 ທີ່​ສຳ​ຄັນ​ດັ່ງ​ກ່າວ​ໄດ້​ສະ​ໜອງ​ການ​ຜ່ອນ​ຜັນ​ມາດ​ຕະ​ການ​ລົງ​ໂທດ​ໃຫ້ ອີ​ຣ່ານ​ ໃນ​ການ​ແລກ​ປ່ຽນ​ສຳ​ລັບ​ຂໍ້​ຈຳ​ກັດ​ຕໍ່​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ. ເຕ​ຫະ​ຣ່ານ ໄດ້​ປະ​ຕິ​ເສດ​ການ​ພະ​ຍາ​ຍາມ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ.

ພາຍ​ໃຕ້​ລັດ​ຖະ​ບານ​ທ່ານ ທ​ຣຳ, ສະ​ຫະ​ລັດ ໄດ້​ຕອນ​ຕົວ​ອອກ​ຈາກ JCPOA ໃນ​ປີ 2018 ແລະ ໄດ້​ວາ​ງ​ມາດ​ຕະ​ການ​ລົງ​ໂທດ​ຄືນ. ໃນ​ປີ 2019, ເຕ​ຫະ​ຣ່ານ ໄດ້​ສືບ​ຕໍ່​ພັດ​ທະ​ນາ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ, ກັ່ນ​ທາດ​ຢູ​ເຣ​ນຽມ​ຫຼາຍກວ່າ​ຂະ​ໜາດ​ທີ່​ເຂົາ​ເຈົ້າ ​ຖືກ​ອະ​ນຸ​ຍາດ​ໃຫ້, ແລະ ບາດ​ກ້າວ​ອື່ນໆ.

ນອກ​ຈາກ​ ອີ​ຣ່ານ ແລ້ວ, ປະ​ເທດ​ອື່ນໆ​ທີ່​ຢູ່​ໃນ​ຂໍ້​ຕົກ​ລົງ​ນັ້ນຍັງ​ມີ ອັງ​ກິດ, ຈີນ, ຝ​ຣັ່ງ ແລະ ຣັດ​ເຊຍ, ບວກ​ກັບ ເຢຍ​ຣະ​ມັນ.

ສະ​ຫະ​ພາບ​ຢູ​ໂຣບ​ຖືຕຳ​ແໜ່ງ​ເປັນ​ຜູ້​ປະ​ສານ​ງານ. ເຂົາ​ເຈົ້າ​ປະ​ຕິ​ບັດ​ໜ້າ​ທີ່ເປັນ​ຜູ້​ໄກ່​ເກ່ຍ​ໃນ​ການ​ເຈ​ລະ​ຈາ​ທາງ​ອ້ອມ ​ໃນ​ນະ​ຄອນຫຼວງ ໂດ​ຮາ ປະ​ເທດ ກາ​ຕ້າ ໃນ​ຕົ້ນ​ອາ​ທິດນີ້​ລະ​ຫວ່າງ ທູດ​ພິ​ເສດ ສະ​ຫະ​ລັດ ທ່ານ ໂຣ​ເບີດ ມອ​ລ​ລີ (Robert Malley) ແລະ ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ຂອງ ອີ​ຣ່ານ ທ່ານ ອາ​ລີ ບາ​ເກ​ຣີ ຄາ​ນີ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂອ​ລອ​ຟ ສ​ກູກ (Olof Skoog) ໄດ້​ກ່າວ​ຕໍ່​ສະ​ພາ​ວ່າ​ຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຜູ້​ປະ​ສານ​ງານ, ເຂົາ​ເຈົ້າ​ເຊື່ອ​ວ່າ​ ມັນ​ມີ​ຂໍ້​ຕົກ​ລົງ​ທີ່​ດີ ​ຢູ່​ເທິງ​ໂຕະ​ເຈ​ລະ​ຈາ, ທີ່ມັນ​ໄດ້​ມາ​ຮອດຫຼັງ​ຈາກ​ດົນ​ກວ່າ​ນຶ່ງ​ປີ​ຂອງ​ການ​ເຈ​ລະ​ຈາຫຼາຍ​ຝ່າຍ ແລະ “ພື້ນ​ທີ່​ສຳ​ລັບ​ການ​ປ່ຽນ​ແປງ​ຄັ້ງ​ສຳ​ຄັນ​ຕື່ມ​ອີກ ​ທີ່ໄດ້​ໝົດ​ໄປ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG