ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ເຕືອນໄພ ຈາກມົນລະພິດ ໃນອາກາດ ວ່າເກີດຈາກ ລົດທີ່ໃຊ້ນ້ຳມັນ ກາຊ້ວນ


Diesel Cars Blamed as WHO Warns about Air Pollution
please wait

No media source currently available

0:00 0:02:21 0:00

ອົງການອະນາໄມໂລກ ຫຼື World Health Organization (WHO) ເຕື່ອນວ່າ 92 ເປີເຊັນຂອງປະຊາກອນໂລກ ອາໄສຢູ່ໃນພື້ນທີ່ ທີ່ມີອາກາດເຕັມໄປດ້ວຍຄວັນພິດ. ຫຼາຍໆເມືອງຢູ່ໃນທະວີບຢູໂຣບ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕັດພວກລົດທີ່ໃຊ້ນ້ຳມັນ ກາຊ້ວນລົງໃຫ້ຈົນໝົດເປັນໄລຍະໆ ແລະ ຈະເຮັດໃຫ້ມີຄວາມຫວັງວ່າ ການຂາຍພວກ ລົດໄຟຟ້າ ຈະເຂົ້າມາແທນທີ່ ໃນຂະນະທີ່ອາຍຸການໃຊ້ງານຂອງໝໍ້ເກັບໄຟຟ້າ ຫຼື battery ກຳລັງພັດທະນາໃຫ້ດີຂຶ້ນ. ນັກຂ່າວວີໂອເອ Henry Ridgwell ລາຍງານມາ ຈາກນະຄອນຫຼວງ ລອນດອນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ນະຄອນຫຼວງຂອງອັງກິດ ເປັນເມືອງໜຶ່ງ ໃນບັນດາເມືອງຕ່າງໆ ໃນທະວີບຢູໂຣບ ທີ່ມີມົນລະພິດຫຼາຍທີ່ສຸດເປັນປະຈຳ ໂດຍມີລະດັບແກັສຄວັນພິດກາຍຂີດກຳນົດ ຂອງສະຫະພາບຢູໂຣບ.

ພວກຄົນທຽວທາງ ສ່ວນຫຼາຍ ບໍ່ຮູ້ຈັກວ່າ ພວກເຂົາເຈົ້າ ຢູ່ໃກ້ກັບແຫລ່ງຂອງມົນລະພິດ ທີ່ບໍ່ໄດ້ຮັບການກັ່ນກອງເລີຍ ອິງຕາມຄຳເວົ້າຂອງທ່ານ Martin Williams ຈາກ ມະຫາວິທະຍາໄລ Kings College London.

ທ່ານ Williams ເວົ້າວ່າ “ສິ່ງໜຶ່ງທີ່ຍາກລຳບາກ ກໍຄືການນຳເອົາຂ່າວສານນີ້ ອອກ
ມາສູ່ມະຫາຊົນ ສ່ວນໃຫຍ່ ໃນທຸກມື້ນີ້ ແມ່ນເລື່ອງມົນລະພິດທາງອາກາດ ເຖິງແມ່ນ
ວ່າ ມັນຈະເປັນບັນຫາ ທີ່ສຳຄັນ ດ້ານສຸຂະພາບຂອງມະຫາຊົນ ແຕ່ມັນກໍເປັນບັນຫາ ທີ່ບໍ່ສາມາດເຫັນໄດ້ແທ້ໆ. ບໍ່ຄືກັບຄວັນໝອກ ໃນຊ່ວງປີ 1950 ແລະ 1960 ໃນເມື່ອ ທ່ານບໍ່ພຽງແຕ່ສາມາດເຫັນໄດ້ ແຕ່ທ່ານຍັງແນມເຫັນຫຍັງໄດ້ຍາກນຳອີກ.”

ສະນັ້ນ ເຮົາຮູ້ໄດ້ບໍ່ວ່າ ແທ້ຈິງແລ້ວ ພວກເຮົາຫາຍໃຈເອົາຫຍັງເຂົ້າໄປແດ່ ຢູ່ໃນຖະໜົນ ທີ່ແອອັດໄປດ້ວຍລົດ?

ທ່ານ Williams ເວົ້າອີກວ່າ “ບັນຫາຫຼັກກໍແມ່ນວ່າ ອາກາດທີ່ທ່ານຫາຍໃຈເຂົ້າໄປ
ນັ້ນ ແມ່ນຝຸ່ນທັງຫຼາຍ ສ່ວນໃຫຍ່ແມ່ນຄວັນດຳ ຈາກທໍ່ອາຍເສຍຂອງນ້ຳມັນກະຊ້ວນ ຊຶ່ງເປັນບັນຫາຕົ້ນຕໍ ໃນສ່ວນຂອງຄວາມເປັນຫ່ວງ ດ້ານສຸຂະພາບຂອງມະຫາຊົນ. ແລະອັນນັ້ນ ເປັນຄວາມຮັບຜິດຊອບ ຕໍ່ການເສຍຊີວິດ ກ່ອນກຳນົດ ໃນທົ່ວປະເທດ ອັງກິດ. ມົນລະພິດອື່ນໆ ທີ່ຫາກໍເກີດເປັນບັນຫາຫຼາຍຂຶ້ນເມື່ອບໍ່ດົນມານີ້ ກໍແມ່ນ
ສານ nitrogen dioxide ສ່ວນໃຫຍ່ ແມ່ນມາຈາກນ້ຳມັນກະຊ້ວນ ອີກເທື່ອໜຶ່ງ.”

ທ່ານ Areeba Hamid ຈາກກຸ່ມຕໍ່ສູ້ເພື່ອສິ່ງແວດລ້ອມ ຂອງ Greenpeace ກ່າວວ່າ ພວກລົດທີ່ໃຊ້ນ້ຳມັນກະຊ້ວນ ແມ່ນເບິ່ງຄືວ່າ ເປັນໂຕການ ຂອງມົນລະພິດ ທາງອາກາດ ຂອງຕົວເມືອງ. ຄວາມພະຍາຍາມ ຂອງບໍລິສັດຜະລິດລົດຍົນ Volkswagen ທີ່ຈະ ແກ້ໄຂການກວດສອບ ຄວັນອາຍເສຍ ທີ່ຮູ້ຈັກກັນວ່າ diesel-gate ໄດ້ເຮັດໃຫ້ຈຸດສຸມ ໃນການຕັດເຄື່ອງຈັກ ທີ່ໃຊ້ນ້ຳມັນກາຊ້ວນ ອອກເປັນໄລຍະໆ ຈົນໃຫ້ໝົດໄປນັ້ນ ລໍ່ແຫລມຂຶ້ນ.

ທ່ານ Hamid ເວົ້າວ່າ “ມັນເປັນທີ່ຈະແຈ້ງແລ້ວວ່າ ອຸດສາຫະກຳລົດຍົນ ຮູ້ສຶກກົດດັນ ຍ້ອນວິກິດການດ້ານສຸຂະພາບຂອງມະຫາຊົນ ໂດຍການຕິດຄ້າງ ເລື່ອງມົນລະພິດ ທາງອາກາດ ໃນຕົວເມືອງໃຫຍ່ທັງຫຼາຍ ໂດຍສະເພາະ ແລະ ຫຼັງຈາກມີເລື່ອງລາວ ທີ່ອັບອາຍຂາຍໜ້າ ຂອງ diesel-gate ອັນເປັນການກວດສອບຄວັນອາຍເສຍ ຊຶ່ງເປັນເຫດຜົນ ເປັນຫຍັງ ບໍລິສັດນີ້ ຈຶ່ງຫາທາງຜະລິດ ລົດໄຟຟ້າ ລຸ່ນໃໝ່ໆອອກມາ.”

ງານວາງສະແດງລົດຍົນ ໃນນະຄອນ ປາຣີ ປະຈຳປີ ເມື່ອເດືອນແລ້ວນີ້ ພວກລົດໄຟຟ້າ ໄດ້ຄອບງຳ ຫ້າງຮ້ານຕ່າງໆ. ບໍລິສັດ Volkswagen ໄດ້ປະກາດເປົ້າໝາຍຂອງຕົນ ເພື່ອຈະຂາຍລົດໄຟຟ້າໃຫ້ໄດ້ເຖິງ 2 ຫາ 3 ລ້ານຄັນ ຕໍ່ປີ ພາຍໃນປີ 2025.

ບັນດານັກຊ່ຽວຊານ ກ່າວວ່າ ພວກລົດໄຟຟ້າ ອາດສະເໜີການແກ້ໄຂ ຕໍ່ມົນລະພິດ ທາງອາກາດ ໃນຕົວເມືອງ ໂດຍມີຂໍ້ແມ້ວ່າ ໄຟຟ້າ ແມ່ນຜະລິດຂຶ້ນມາ ດ້ວຍການນຳໃຊ້ ພະລັງງານທີ່ທົດແທນໄດ້ ເທົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG