ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ໄດ້ຂໍໃຫ້ ອົງການ FBI ຢຸດການ ສືບສວນສອບສວນ ກ່ຽວກັບ ທ່ານ ຟລິນ ບໍ?


ຈາກຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ອະດີດທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດ ຂອງທຳນຽບຂາວ ທ່ານ ໄມໂຄລ ຟລິນ, ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ໌ ໂຄມີ.
ຈາກຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ອະດີດທີ່ປຶກສາ ດ້ານຄວາມປອດໄພແຫ່ງຊາດ ຂອງທຳນຽບຂາວ ທ່ານ ໄມໂຄລ ຟລິນ, ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ໌ ໂຄມີ.

ຫຼັງຈາກມີການເປີດເຜີຍທີ່ເສຍຫາຍ ທີ່ວ່າ ປະທານາທິບໍດີ ທຣຳ ອາດໄດ້ຂໍຮ້ອງ ຜູ້ອຳ ນວຍການອົງການ FBI ທ່ານ ເຈມສ໌ ໂຄມີ ໃນເວລານັ້ນ ໃຫ້ເຊົາການສືບສວນ ອະດີດ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ ໄມໂກລ ຟລິນ ຊຶ່ງປະທານຄະນະກຳມະ ການສະພາທີ່​ມີ​ອິດ​ທິພົນ ຂອງພັກຣີພັບບລີກັນ ໄດ້ຂໍໃຫ້ອົງການ FBI ມອບບັນທຶກ
ຄວາມຈຳຂອງທ່ານ ໂຄມີ ກ່ຽວກັບ ເຫດການທີ່ເກີດຂຶ້ນ ພາຍໃນນຶ່ງສະປະດາ.

Trump Russia
please wait
Embed

No media source currently available

0:00 0:01:18 0:00

ໃນໜັງສືສະບັບນຶ່ງ ທີ່​ສົ່ງຫາ ທ່ານແອນດຣູ ເມັກແຄບ ຮັກສາການຜູ້ອຳນວຍ ການອົງ
ການ FBI ປະທານຄະນະກຳມະການຄວບ​ຄຸມຂອງສະພາຕ່ຳ ທ່ານ Jason Chaffetz ສັງກັດພັກຣີພັບບລີກັນ ຈາກລັດ Utah ໄດ້ຮຽກຮ້ອງ​ໃຫ້ “ມອບບັນທຶກທຸກຢ່າງ ບົດສະ
ຫລຸບຫຍໍ້ ແລະ ການບັນທຶກສຽງ ທີ່ອ້າງອີງເຖິງ ຫຼື ກ່ຽວຂ້ອງກັບການສື່ສານໃດໆ ລະ
ຫວ່າງ ທ່ານໂຄມີ ແລະປະທານາທິບໍດີ”
ໃຫ້​ແກ່ຄະນະກຳມະການ ພາຍໃນວັນທີ 24 ພຶດສະພານີ້.

ໜັງສືພິມ New York Times ໄດ້ລາຍງານເລື່ອງດັ່ງກ່າວກ່ອນໝູ່ ເມື່ອຕອນແລງວັນ
ອັງຄານວານນີ້ ໂດຍ​ແຈ້ງວ່າ ທ່ານໂຄມີ ໄດ້ຂຽນບັນທຶກລາຍລະອຽດການສົນທະນາກັບ
ທ່ານທຣຳ ໄວ້ ນຶ່ງມື້ ຫລັງຈາກທ່ານຟລິນ ໄດ້ລາອອກຈາກຕຳແໜ່ງ ພາຍໃຕ້ການຖືກ
ປົດອອກ ເມື່ອທ້າຍເດືອນກັນຍາຜ່ານມາ. ເລື່ອງລາວຂອງໜັງສືພິມດັ່ງກ່າວ ​ແຈ້ງວ່າບັນ
ທຶກແມ່ນເປັນສ່ວນນຶ່ງຂອງເອກກະສານຫລັກຖານ ທີ່ທ່ານໂຄມີ ໄດ້ເຮັດໄວ້ທີ່ຂຽນຂຶ້ນ
ຕາມຄວາມເຂົ້າໃຈຂອງທ່ານນັ້ນ ວ່າ ການຮ້ອງຂໍຂອງທ່ານປະທານາທິບໍດີ ແມ່ນບໍ່
ເໝາະສົມ.

ບັນດານັກວິເຄາະທາງດ້ານກົດໝາຍ ຈຳນວນນຶ່ງ ໄດ້ຖົກຖຽງວ່າ ການຮ້ອງຂໍໃດໆເຊັ່ນ
ນັ້ນ ອາດຖືກພິຈາລະນາວ່າ ເປັນການກີດກັ້ນທາງຕຸລາການ ອັນເປັນຂໍ້ຫາທີ່​ສາມາດ
ຖືກຟ້ອງຮ້ອງ​ໄດ້. ສະມາຊິກສະພາຕ່ຳຈາກລັດຄາລີຟໍເນຍ ທ່ານ Adam Schiff ທີ່ເປັນ
ສະມາຊິກຄະນະກຳມະການສືບລັບຂອງສະພາຕ່ຳ ໄດ້ກ່າວຢູ່ທີ່ກອງປະຊຸມຖະແຫລງ
ຂ່າວ ໃນວັນອັງຄານວານນີ້ ວ່າ “ຖ້າເປັນຄວາມຈິງ ອັນນີ້ກໍເປັນການກ່າວຫາ ທີ່ບໍ່ດີອີກ
ອັນນຶ່ງ ທີ່ວ່າ ທ່ານປະທານາທິບໍດີ ໄດ້ພົວພັນໃນການແຊກແຊງ ຫຼື ການກີດກັ້ນ ການ
ສືບສວນ.”

ໜັງສືພິມ New York Times ໄດ້ລາຍງານວ່າ ບັນທຶກຄວາມຈຳ ທີ່ຂຽນຂຶ້ນໃນເວລາ
ດຽວ ກັນນັ້ນ ຖືກັນວ່າ ເປັນຫລັກຖານຂອງການສົນທະນາທີ່ເຊື່ອຖືໄດ້ຢ່າງກວ້າງຂວາງ
ໃນສານ.

ທຳນຽບຂາວຂອງທ່ານທຣຳ ໄດ້ຫັນເຂົ້າສູ່ພາວະວິກິດ ຫຼັງຈາກເລື່ອງລາວດັ່ງກ່າວ ໄດ້
ພິມອອກເຜີຍແຜ່. ຖະແຫລງການສະບັບນຶ່ງ ທີ່ໄດ້ແຈ້ງອອກມາໃນຕອນແລງວັນອັງ
ຄານວານນີ້ ບໍ່ໄດ້ອ້າງເຖິງລາຍງານຂອງໜັງສືພິມດັ່ງກ່າວເລີຍ ແຕ່ໄດ້ປະຕິເສດ ເລື່ອງ
ທີ່ວ່າທ່ານ ທຣຳ ໄດ້ຂໍຮ້ອງ​ໃຫ້ທ່ານໂຄມີ ຫຼືຜູ້ໃດກໍ​ຕາມ​ ຍຸຕິການສອບສວນທ່ານ ຟລິນ.

ຖະແຫລງການນີ້ ໄດ້ກ່າວອີກວ່າ “ໃນຂະນະທີ່ ທ່ານປະທານາທິບໍດີໄດ້ສະແດງອອກ
ຊຶ່ງທັດສະນະຂອງທ່ານ ຊ້ຳແລ້ວຊ້ຳອີກ ວ່າ ນາຍພົນ ຟລິນ ເປັນຄົນດີ ຜູ້ທີ່ໄດ້ຮັບໃຊ້ ແລະປົກປ້ອງປະເທດຂອງພວກເຮົາ ທ່ານປະທານາທິບໍດີ ບໍ່ເຄີຍຂໍຮ້ອງ​ໃຫ້ທ່ານໂຄມີ
ຫຼື ຜູ້ໃດກໍ​ຕາມ ຍຸຕິການສືບສວນສອບສວນ ກ່ຽວຂ້ອງກັບນາຍພົນ ຟລິນ. ທ່ານປະທາ
ນາທິບໍດີ ເຄົາລົບນັບຖືຢ່າງເຂັ້ມງວດອົງການພິທັກກົດໝາຍທັງຫຼາຍ ຂອງພວກເຮົາ
ແລະ ການສືບສວນສອບສວນທັງໝົດ. ອັນນີ້ ເປັນການວາດພາບຂອງການສົນທະ
ນາ ລະຫວ່າງ ປະທານາທິບໍດີແລະທ່ານໂຄມີ ທີ່ບໍ່ມີມູນຄວາມຈິງ ຫຼື ບໍ່ຖືກຕ້ອງ.”

ໃນຖະແຫລງອີກ​ສະບັບ​ນຶ່ງ ທີ່ໄດ້ນຳ​ອອກ​ເຜີຍ​ແຜ່ ໃນເວລາດຽວກັນນັ້ນ ຄະນະລັດຖະ
ບານຂອງທ່ານທຣຳ ໄດ້ຊີ້ໃຫ້ເຫັນວ່າ ຮອງຜູ້ອຳນວຍການອົງການ FBI ທ່ານ McCabe ໃນເວລານັ້ນ ໄດ້ບອກຄະນະກຳມະການຂອງສະພາສູງ ເມື່ອສັບປະດາແລ້ວນີ້ວ່າ ທຳ
ນຽບຂາວ ບໍ່ໄດ້ແຊກແຊງເຂົ້າໃນການສືບສວນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG