ໃນການ ຕາກປາ(dry) ທ່ານຈຳເປັນຈະຕ້ອງໄດ້ມີໂຕ໊ະຕາກ ຫຼືບໍ່ກໍຕ້ອງມີບ່ອນແຂວນ
ມັນໄວ້. ຖ້າເຮົາໃຊ້ໂຕ໊ະ ທາງໜ້າໂຕ໊ະດັ່ງກ່າວກໍຕ້ອງໃຫ້ເຮັດດ້ວຍ ຕາໜ່າງລວດ
(wire screen) ຫຼືບໍ່ກໍແມ່ນເຮັດດ້ວຍໄມ້ເປັນດີ້ວ ແລະໃຫ້ມີຊ່ອງຫວ່າງລະຫວ່າງແຕ່
ລະດິ້ວ.
ໃຫ້ເອົາປາທີ່ລ້າງສະອາດແລະເອືອບເກືອແລ້ວ ແລະຍັງປຽກຢູ່ນັ້ນ ວາງ(lay) ລົງໃສ່
ແຕ່ຢ່າໃຫ້ໂຕປາແຕະຕ້ອງກັນ. ໃຫ້ແນ່ໃຈວ່າ ອາກາດ ພັດ(flow) ຕ້ອງຖືກໂຕປາທຸກໆ
ດ້ານ ລວມທັງທາງເທິງ ແລະທາງລຸ່ມນຳ.
ບັດນີ້ ເພື່ອບໍ່ໃຫ້ແມງວັນມາໃກ້ ໃນມື້ທຳອິດນັ້ນ ໃຫ້ ດັງໄຟທີ່ມີຄວັນແດ່ໜ້ອຍນຶ່ງ
(smoky fire) ໃສ່ທາງກ້ອງ. ຫຼັງຈາກນັ້ນ ເພື່ອບໍ່ໃຫ້ແມງວັນມາຕອມ ໃຫ້ທ່ານເອົາ
ຜ້າບາງໆມາປົກ ຢ່າປ່ອຍໃຫ້ (do not let) ຜ້າຖືກຕ້ອງໂຕປາ.
ປາແຫ້ງຈະມີຣົດຊາດແຊບກວ່າ ຖ້າມັນບໍ່ຖືກແສງແດດກ້າ ເວລາເຮົາຕາກມັນແລະ
ເພື່ອໃຫ້ໄດ້ຣົດຊາດແຊບທີ່ສຸດ ໃຫ້ເອົາໂຕ໊ະຕາກປານັ້ນໄວ້ກ້ອງຕົ້ນໄມ້. ໃຫ້ປີ້ນປາ
ໄປມາ ສອງມື້ເທື່ອນຶ່ງ (every other day). ຖ້າເປັນປານ້ອຍ ມັນກໍຈະແຫ້ງພາຍ
ໃນສາມມື້ ຖ້າອາກາດຫາກແຫ້ງ. ສ່ວນປາໃຫຍ່ແມ່ນຈະແຫ້ງປະມານອາທິດນຶ່ງ
ຫຼື 10 ມື້.
ຫຼັງຈາກປາແຫ້ງແລ້ວ ໃຫ້ເອົາມັນໃສ່ ກະຕ່າ(basket) ໄວ້ ໂດຍເອົາເຈ້ຍສະອາດ
ຫຼືໃບໄມ້ໃຫຍ່ປົກໄວ້ແລະ ເອົາໄວ້ຢູ່ບ່ອນເຢັນ ແລະແຫ້ງດີໂດຍບໍ່ໃຫ້ຕິດກັບພື້ນ.
ກ່ອນທ່ານຈະຢ້າງປາທີ່ວ່ານັ້ນ ເຮັດໃຫ້ແນ່ໃຈວ່າ(make sure) ນໍ້າເກືອໄດ້ໄຫລ
ອອກຈາກໂຕປາ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.
ການຢ້າງປາ ຈະກະທຳໄດ້ ໂດຍການໃຊ້ ຟຸ້ຍຫລື ພາຊະນະ(container)ເຫລັກ
ທີ່ໃຫຍ່ແລະມົນ. ໃຫ້ເອົາທາງເທິງຂອງພາຊະນະ ຫຼືຟຸ້ຍອອກ ແລະເຈາະເປັນຮູ
ນ້ອຍໆຢູ່ຂ້າງລຸ່ມ.
ສ່ວນທາງເທິງຟຸ້ຍດັ່ງກ່າວ ແມ່ນໃຫ້ຫຸ້ມດ້ວຍລວດແຂງ ສຳລັບເປັນບ່ອນວາງປາ.
ດັງໄຟໃສ່ ຟຸ້ຍ(drum) ໂດຍໃຊ້ຮູທີ່ເຈາະໄວ້ຢູ່ຂ້າງລຸ່ມນັ້ນ.
ຟືນຈາກ ຕົ້ນໄມ້ກິນໝາກ(fruit trees) ຈະເປັນຟືນທີ່ດັງດີ. ຟືນດັ່ງກ່າວຈະເຮັດ
ໃຫ້ປາຢ້າງມີສີງາມ ທັງຣົດຊາດກໍຈະດີດ້ວຍ. ໄມ້ຊະນິດແຂງໆ ເຊັ່ນຕົ້ນຮິກກໍຣີ
ຕົ້ນໂອກ ແລະຕົ້ນແອຊ ກໍແມ່ນຈະ ໄໝ້(burn) ດີ.
ການດັງໄຟຄ່ອຍໆ ແມ່ນສຳຄັນ ເພື່ອວ່າ(so) ປາຈະບໍ່ໄໝ້. ການຢ້າງປານີ້
ແມ່ນທ່ານຕ້ອງການຄວັນຫຼາຍ ແຕ່ໃຫ້ໄຟລຸກໜ້ອຍ ຊຶ່ງວິທີນຶ່ງກໍຄື ໃຫ້ໃຊ້
ໄມ້ທີ່ຍັງດິບ(green wood) ຢູ່ ແທນທີ່ຈະໃຊ້ໄມ້ແຫ້ງ.
ຖ້າທ່ານຢາກເກັບຮັກສາປາໄວ້ກິນດົນໆ ທ່ານຄວນໃຊ້ເວລາຢ້າງ ໃນລະຫວ່າງ
5 ມື້ ຫຼືດົນກວ່າ. ຫຼັງຈາກທ່ານຢ້າງປາແລ້ວໆ ຈົ່ງເອົາມັນອອກມາ ແລ້ວປະມັນ
ໄວ້ບ່ອນເຢັນໆ ແລ້ວເອົາເຈ້ຍສະອາດ ຫໍ່(wrap) ມັນໄວ້. ເອົາປາໃສ່ໄວ້ໃນກະຕ່າ
ແລະເອົາມ້ຽນໄວ້ໃນບ່ອນເຢັນ ແຫ້ງ ແລະບໍ່ໃຫ້ຖືກພື້ນດິນ (off the ground).
ປາແຫ້ງຫຼືປາຢ້າງທີ່ວ່ານີ້ ຈະຕ້ອງຮັກສາໃຫ້ມັນແຫ້ງໄປເລື້ອຍໆ ຈົນກວ່າຈະເອົາ
ມັນມາກິນ.